ໃຜແດ່ທີ່ເດີນທາງເຂົ້າລາວໄດ້ໃນໄລຍະນີ້ ແລະ ມີຂັ້ນຕອນແນວໃດແດ່ໃນເວລາເດີນທາງເຂົ້າປະເທດ?

ສະຖານະການໂຄວິດ-19 ໃນ ສປປ ລາວ ຕອນນີ້ຢູ່ໃນສະພາວະຄົງທີ່ມາດົນກວ່າ 1 ເດືອນແລ້ວ ໂດຍຍອດຜູ້ຕິດເຊື້ອສະສົມຍັງຢູ່ 19 ກໍລະນີ ບໍ່ມີຜູ້ຕິດເຊື້ອເພີ່ມ. ໃນນັ້ນ ໜຶ່ງໃນບັນດາມາດຕະການເພື່ອປ້ອງກັນການລະບາດເປັນຮອບທີ 2 ໃນລາວ, ລັດໄດ້ເພີ່ມມາດຕະການເຂັ້ມງວດຫຼາຍຂຶ້ນໃນການກວດກັ່ນຕອງຜູ້ທີ່ເດີນທາງເຂົ້າປະເທດຕາມດ່ານຕ່າງໆ.
ສະນັ້ນ ໃນການທີ່ຈະເດີນທາງເຂົ້າລາວໃນໄລຍະທີ່ຍັງມີການດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງໂຄວິດ-19 ນັ້ນ, ບໍ່ວ່າຈະເປັນບຸກຄົນ ຫຼື ນິຕິບຸກຄົນໃດກໍຕາມ ຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນທີ່ລັດວາງອອກຢ່າງເຂັ້ມງວດ ຕັ້ງແຕ່ກ່ອນການເດີນທາງເຂົ້າປະເທດ, ເວລາມາຮອດດ່ານຊາຍແດນ ຫຼື ສະໜາມບິນສາກົນ ແລະ ເວລາຜ່ານດ່ານເຂົ້າມາ ໃນໄລຍະວັນທີ 18 ພຶດສະພາ ຫາ ວັນທີ 1 ມິຖຸນາ 2020.
ໃຜແດ່ທີ່ສາມາດເດີນທາງເຂົ້າລາວໄດ້?
- ບຸກຄົນຕ່າງປະເທດທີ່ມີວີຊາ (ທີ່ຍັງມີອາຍຸນຳໃຊ້) ຫຼື ປະກອບຄຳຮ້ອງຂໍວີຊາທີ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ຂອງ ສປປ ລາວ ຢູ່ປະເທດຕົ້ນທາງ ຖ້າຍັງບໍ່ທັນມີວີຊາ.
- ທຸກຄົນຕ້ອງມີໃບຢັ້ງຢືນຈາກແພດໃນການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍວິທີ RT-PCR ຈາກສູນບໍລິການສາທາລະນະສຸກທີ່ເຊື່ອຖືໄດ້ ແລະ ອອກໃຫ້ບໍ່ເກີນ 72 ຊົ່ວໂມງກ່ອນເດີນທາງເຂົ້າລາວ.
- ພົນລະເມືອງລາວທີ່ລົງທະບຽນຢູ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດທີ່ຕົນເອງອາໄສຢູ່.
ກ່ອນເດີນທາງເຂົ້າລາວ
ອີງຕາມຂໍ້ມູນຈາກຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງກະຊວງການຕ່າງປະເທດ ເຊິ່ງເຜີຍແຜ່ອອກມາເມື່ອວັນທີ 15 ພຶດສະພາ 2020, ກ່ອນທີ່ຈະເດີນທາງເຂົ້າມາລາວ, ສຳລັບສຳນັກງານຜູ້ຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ມີຄວາມຈຳເປັນຮີບດ່ວນຮັບເອົານັກການທູດ ແລະ ພະນັກງານເຂົ້າມາປະຕິບັດໜ້າທີ່ທັງໄລຍະສັ້ນ ແລະ ໄລຍະຍາວຢູ່ລາວ ຕ້ອງສະເໜີເປັນລາຍລັກອັກສອນເຖິງກະຊວງການຕ່າງປະເທດ ໂດຍຜ່ານວິທີການທາງການທູດ.
ສ່ວນກະຊວງ ແລະ ອົງການຈັດຕັ້ງຂອງລັດໃດໜຶ່ງທີ່ມີຄວາມຈຳເປັນອັນຮີບດ່ວນທີ່ຈະຮັບເອົາຊ່ຽວຊານ ແລະ ຮັກສຶກສາຕ່າງປະເທດ ກໍຕ້ອງສະເໜີເປັນລາຍລັກອອັກສອນເຖິງຄະນະສະເພາະກິດຂອງກະຊວງການຕ່າງປະເທດ. ຂະນະທີ່ ບໍລິສັດ ຫຼື ເຈົ້າຂອງໂຄງການຢູ່ລາວທີ່ມີຄວາມຈຳເປັນຮີບດ່ວນ ນຳເຂົ້າແຮງງານ ແລະ ວິຊາການຕ່າງປະເທດ ເພື່ອຮັບໃຊ້ໂຄງການລົງທຶນຂະໜາດໃຫຍ່ ຕ້ອງດຳເນີນການຜ່ານຂັ້ນຕອນປົກກະຕິຕາມທີ່ໄດ້ລະບຸໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແລ້ວຈຶ່ງສະເໜີເປັນລາຍລັກອັກສອນເຖິງຄະນະສະເພາະກິດຂອງກະຊວງການຕ່າງປະເທດ. ຂໍ້ມູນທີ່ຕ້ອງລະບຸລະອຽດປະກອບມີ: ວັນເວລາ, ດ່ານທີ່ຈະເດີນທາງເຂົ້າ, ພາຫະນະທີ່ໃຊ້ໃນການເດີນທາງ, ປະເທດທີ່ຈະເດີນທາງຜ່ານ ແລະ ເຫດຜົນຄວາມຈຳເປັນອັນຮີບດ່ວນຂອງການເດີນທາງເຂົ້າລາວ.
ສຳລັບພົນລະເມືອງລາວທີ່ຕ້ອງການເດີນທາງກັບປະເທດ ຕ້ອງລົງທະບຽນຢູ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດທີ່ຕົນເອງອາໄສຢູ່ ໂດຍຕ້ອງແຈ້ງຂໍ້ມູນລະອຽດເຊັ່ນ: ສາເຫດການຕົກຄ້າງ, ວັນ, ເວລາ, ດ່ານທີ່ມີຈຸດປະສົງຈະເດີນທາງເຂົ້າ ເພື່ອໃຫ້ພິຈາລະນາຊ່ອງທາງໃນການອຳນວຍຄວາມສະດວກໃຫ້ແກ່ການເດີນທາງກັບລາວ.
ເວລາເດີນທາງມາຮອດດ່ານຊາຍແດນ ຫຼື ດ່ານສະໜາມບິນສາກົນ
ເວລາເດີນທາງມາຮອດດ່ານຊາຍແດນ ຫຼື ດ່ານສະໜາມບິນສາກົນ, ທຸກຄົນຈະຕ້ອງຜ່ານການກວດແທກອຸນຫະພູມ ແລະ ຕ້ອງປະກອບແບບຟອມແຈ້ງຂໍ້ມູນສຸຂະພາບໃຫ້ຖືກຕ້ອງ ແລະ ຄົບຖ້ວນ. ກໍລະນີກວດພົບວ່າມີໄຂ້ ຫຼື ມີອາການທີ່ສົງໄສກ່ຽວກັບພະຍາດໂຄວິດ-19 ຈະຖືກສົ່ງເຂົ້າໄປແຍກປ່ຽວຢູ່ໂຮງໝໍເພື່ອເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ. ຖ້າວ່າກວດພົບວ່າບໍ່ມີໄຂ້ ຫຼື ບໍ່ມີອາການສົງໄສກ່ຽວກັບພະຍາດໂຄວິດ-19 ເຈົ້າໜ້າທີ່ຈະແນະນຳໃຫ້ໄປຈຳກັດບໍລິເວນຢູ່ຕາມສະຖານທີ່ທີ່ກຳນົດໄວ້ເພື່ອເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19. ຫຼັງຈາກນັ້ນ ຈຶ່ງແຈ້ງເຂົ້າ ສປປ ລາວ ຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້ ພ້ອມທັງຮັກສາໄລຍະຫ່າງ 1-2 ແມັດ.
ເວລາຜ່ານດ່ານເຂົ້າປະເທດ
ຂັ້ນຕອນສຸດທ້າຍແມ່ນ ເວລາທີ່ຜ່ານດ່ານເຂົ້າປະເທດ, ທຸກຄົນຈະຖືກເກັບຕົວຢ່າງມາວິເຄາະຫາເຊື້ອໂຄວິດ-19 ແລະ ຈະຕ້ອງຈຳກັດບໍລິເວນໂຕເອງຢູ່ໂຮງແຮມ ຫຼື ສູນທີ່ທາງຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນກຳນົດໄວ້ຢ່າງເຂັ້ມງວດ. ສຳລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ ແລະ ສະມາຊິດຄອບຄົວຂອງພວກເຂົາທີ່ເດີນທາງມາຈາກຕ່າງປະເທດ ຈະຕ້ອງໄດ້ກວດຫາເຊື້ອໂຄວິດ-19 ຢູ່ໂຮງໝໍທີ່ລັດກຳນົດ ຫຼັງຈາກນັ້ນຈຶ່ງສາມາດຈຳກັດບໍລິເວນຢູ່ເຮືອນພັກຂອງຕົນເອງ ຫຼື ຢູ່ໂຮງແຮມທີ່ລັດຖະບານກຳນົດເປັນເວລາ 14 ມື້. ສ່ວນຜູ້ທີ່ປະຕິບັດໜ້າທີ່ເປັນປົກກະຕິຢູ່ລາວ ຖ້າມີວຽກສຳຄັນຕ້ອງໄດ້ເດີນທາງໄປຕ່າງປະເທດໃນໄລຍະສັ້ນ ຕ້ອງແຈ້ງກະຊວງການຕ່າງປະເທດຊາບກ່ອນລ່ວງໜ້າ ແລະ ເມື່ອເວລາເດີນທາງກັບມາກໍຕ້ອງຈຳກັດບໍລິເວນຕົວເອງ 14 ມື້ ແລະ ຕ້ອງປະຕິບັດຕາມຄຳແນະນຳຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ.
ແນວໃດກໍຕາມ ທຸກຄົນທີ່ເຂົ້າຈຳກັດບໍລິເວນຢູ່ໂຮງແຮມທີ່ຄະນະສະເພາະກິດກຳນົດໄວ້ ຈະຕ້ອງຮັບຜິດຊອບຄ່າກິນ, ຄ່າພັກເຊົາ ແລະ ສິ່ງອຳນວຍຄວາມສະດວກຕ່າງໆດ້ວຍຕົນເອງ.
ພາຍຫຼັງທີ່ຄົບກຳນົດ 14 ວັນແລ້ວ ຖ້າບໍ່ມີອາການຜິດປົກກະຕິ ແພດຈະອອກໃບຢັ້ງຢືນໃຫ້ເພື່ອເປັນບ່ອນອີງສາມາດອອກໄປພັກຢູ່ເຮືອນຂອງຕົນເອງ ແລະ ເຄື່ອນໄຫວວຽກງານຕາມປົກກະຕິໄດ້ ແຕ່ຕ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ. ຖ້າໃຜບໍ່ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ ຈະຖືກປະຕິບັດວິໄນຕາມກົດໝາຍ ແລະ ລະບຽບການຂອງລາວ.
ແລ້ວຖ້າຕ້ອງການເດີນທາງອອກປະເທດເດ ຈະເຮັດແນວໃດ?
ສຳລັບພົນລະເມືອງຕ່າງປະເທດ ທີ່ມີສະຖານເອກອັກຄະລັດຖະທູດປະຈຳ ສປປ ລາວ ຕ້ອງໄປລົງທະບຽນຢູ່ສະຖານເອກອັກຄະລັດຖະທູດດັ່ງກ່າວເພື່ອແຈ້ງຈຸດປະສົງການເດີນທາງອອກຈາກລາວ ແລະ ຕ້ອງປະຕິບັດຕາມລະບຽບການຕ່າງໆຂອງປະເທດທີ່ຈະເດີນທາງເຂົ້າ.
ຫຼັງຈາກນັ້ນ ສະຖານເອກອັກຄະລັດຖະທູດທີ່ກ່ຽວຂ້ອງ ຈະເຮັດໜັງສືສະເໜີເຖິງກະຊວງການຕ່າງປະເທດ ພ້ອມແນບບັນຊີລາຍຊື່, ເລກທີໜັງສືຜ່ານແດນ, ວັນເວລາ, ດ່ານທີ່ຈະເດີນທາງອອກ, ພາຫະນະໃນການເດີນທາງ ແລະ ລາຍລະອຽດອື່ນໆເພື່ອພິຈາລະນາອຳນວຍຄວາມສະດວກ.
ສ່ວນພົນລະເມືອງລາວ ທີ່ມີຄວາມຈຳເປັນເດີນທາງໄປຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ ຖ້າໄດ້ຮັບອະນຸຍາດຈາກປະເທດເຈົ້າພາບ ແຕ່ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການຂອງປະເທດດັ່ງກ່າວ.
ຂໍຂອບໃຈ
ພາບ : AFP