ຢາກໃຫ້ພໍ່ແມ່ໄດ້ອ່ານ! 5 ຜົນຮ້າຍຈາກການຕີລູກ ທີ່ທ່ານບໍ່ຄວນເບິ່ງຂ້າມ

ເມື່ອລູກເຮັດຜິດ ຫຼື ມີພຶດຕິກຳບໍ່ເໝາະສົມ ພໍ່ ແລະ ແມ່ຍ່ອມມີຮູບແບບການລົງໂທດເພື່ອໃຫ້ລູກຮູ້ວ່າບໍ່ຄວນເຮັດແບບນັ້ນອີກ ເຖິງວ່າວິທີການລົງໂທດລູກຈະມີຫຼາກຫຼາຍກໍຕາມ, ແຕ່ການຕີລູກໃຫ້ຈື່ຈຳ ຫຼື ສຳນຶກໃນສິ່ງທີ່ຜິດ ກໍຍັງເປັນວິທີທີ່ຫຼາຍຄອບຄົວຍັງປະຕິບັດ ແລະ ເລືອກໃຊ້ກັນຢູ່.
ເພາະການລົງໂທດດ້ວຍການຕີ ເປັນສິ່ງທີ່ເກີດຂຶ້ນ ແລະ ຖ່າຍທອດ ຈາກຮຸ່ນສູ່ຮຸ່ນມາດົນນານແລ້ວ, ພໍ່ແມ່ຫຼາຍຄົນເຊື່ອວ່າການລົງມືຕີລູກຈະເຮັດໃຫ້ລູກເຊື່ອຟັງ ແລະ ຈື່ຈຳຄວາມຜິດຂອງຕົນເອງໄດ້ດີ, ແຕ່ໃນຄວາມເປັນຈິງແລ້ວການລົງໂທດດ້ວຍການຕີ ບໍ່ໄດ້ເປັນວິທີການລົງໂທດທີ່ໃຫ້ຜົນລັບທີ່ດີ ຄືທີ່ຜູ້ໃຫຍ່ທັງຫຼາຍເຂົ້າໃຈ ເພາະຜົນກະທົບຈະຕິດໂຕພວກເຂົາຕະຫຼອດໄປຈົນຮອດໃຫຍ່ ອາດກະທົບຫຼາຍກວ່າທີ່ພໍ່ແມ່ຄິດ.
1.ເຮັດໃຫ້ລູກມີ Self-image ຕໍ່າລົງ
Self-image ຄືຄວາມຄິດເຫັນຕໍ່ພາບພົດຂອງຕົນເອງ ຫາກລູກມີຄວາມຄິດເຫັນວ່າຕົນເອງເປັນເດັກທີ່ດີ ຮູ້ສຶກຊື່ນຊົມຕົນເອງ ກໍຈະເຮັດໃຫ້ເດັກຄົນນັ້ນມີຄວາມສຸກ ຈິດໃຈແຈ່ມໃສ, ແຕ່ໃນທາງກົງກັນຂ້າມ ຫາກລູກຮູ້ສຶກວ່າຕົນເອງບໍ່ດີ ບໍ່ເປັນທີ່ຮັກຂອງພໍ່ແມ່ ແລະ ຜູ້ອື່ນໆ ກໍຈະກາຍເປັນເດັກທີ່ມີຈິດໃຈບໍ່ໝັ້ນຄົງ ບໍ່ຊື່ນຊົມຫຼືເຫັນຄຸນຄ່າໃນຕົນເອງ.
ການລົງໂທດດ້ວຍການຕີ ມີສ່ວນສຳຄັນທີ່ຈະເຮັດໃຫ້ລູກມີ Self-image ຕໍ່າລົງ, ເພາະລູກຈະຮູ້ສຶກວ່າຕົນເອງເປັນເດັກທີ່ບໍ່ດີ ບໍ່ເປັນທີ່ຮັກ ໄປຈົນເຖິງການສູນເສຍການເຄົາລົບຕົນເອງ ແລະ ຄວາມຮູ້ສຶກຂອງການຖືກຕີ ສາມາດເປັນບາດແຜທາງຈິດໃຈຂອງລູກຕໍ່ໄປໄດ້.
2.ເຮັດໃຫ້ລູກກາຍເປັນເດັກເຈົ້າອາລົມ ແລະ ມັກໃຊ້ຄວາມຮຸນແຮງ
ການຕີມັກເກີດຂຶ້ນເມື່ອພໍ່ແລະແມ່ຕ້ອງການໃຊ້ຄວາມຮຸນແຮງໃນການລົງໂທດ ເມື່ອລູກໄດ້ເຫັນ ແລະ ຮຽນຮູ້ພຶດຕິກຳການໃຊ້ອາລົມ ແລະ ຄວາມຮຸນແຮງຈາກພໍ່ແມ່ເລື້ອຍໆ ກໍຈະເຮັດໃຫ້ຊຶມຊັບພຶດຕິກຳ ແລະ ວິທີການເຫຼົ່ານັ້ນ, ອາດຈະເຮັດໃຫ້ເດັກເປັນຄົນໂມໂຫງ່າຍ ແລະ ເລືອກໃຊ້ວິທີທຳຮ້າຍຮ່າງກາຍຄົນອື່ນຫຼືຕົນເອງ ເພື່ອໃຫ້ໄດ້ໃນສິ່ງທີ່ຕົນເອງຕ້ອງການ.
3.ເຮັດໃຫ້ລູກບໍ່ເຊື່ອຟັງ
ພໍ່ແມ່ຫຼາຍຄົນຄິດວ່າການຕີລູກ ຈະເຮັດໃຫ້ລູກ ຢ້ານ ແລະ ບໍ່ກ້າເຮັດຜິດອີກ ພ້ອມທັງເຊື່ອຟັງຫຼາຍຂຶ້ນ, ແຕ່ຄວາມຈິງແລ້ວເດັກນ້ອຍທີ່ຖືກລົງໂທດ ດ້ວຍການຕີຕະຫຼອດຈະຮູ້ສຶກບໍ່ພໍໃຈ ພວກເຂົາຈະຮູ້ສຶກຕ້ອງການປົກປ້ອງຕົນເອງ ແລະ ມີແນວໂນ້ມທີ່ຈະບໍ່ເຊື່ອຟັງ ພ້ອມທັງຍັງຈະຕໍ່ຕ້ານພໍ່ແມ່ຫຼາຍຂຶ້ນອີກດ້ວຍ.
4.ເຮັດໃຫ້ລູກມີປະສົບການບໍ່ດີໃນໄວເດັກ
ແນ່ນອນການຖືກຕີ ຄົງບໍ່ແມ່ນປະສົບການທີ່ດີ ແລະ ຮູ້ສຶກອຸ່ນໃຈຢ່າງແນ່ນອນ, ຈາກລາຍງານການວິໄຈໄດ້ກ່າວວ່າ: ຜູ້ໃຫຍ່ທີ່ເຄີຍມີະສົບການທີ່ໂຫດຮ້າຍໃນໄວເດັກ ມີໂອກາດທີ່ຈະມີບັນຫາເປັນໂລກຊຶມເສົ້າ ແລະ ອາດຈະໄປເພິ່ງສານເສບຕິດໄດ້.
5.ການຕີ ເປັນການທຳລາຍຄວາມສຳພັນໃນໄລຍະຍາວລະຫວ່າງລູກກັບພໍ່ແມ່
ພໍ່ແມ່ຄວນເຂົ້າໃຈໃຫ້ດີວ່າ ການຕີບໍ່ໄດ້ແມ່ນການໃຊ້ຄວາມຮຸນແຮງໃນຂະນະນັ້ນແລ້ວຈົບໄປ ແຕ່ມັນຍັງເປັນສິ່ງໜຶ່ງທີ່ທຳລາຍຄວາມສຳພັນລະຫວ່າງລູກກັບຕົນເອງໄປເທື່ອລະໜ້ອຍ ແລະ ຜົນກະທົບທີ່ຮ້າຍແຮງນີ້ຈະເຮັດໃຫ້ຕິດຢູ່ໃນໃຈຂອງລູກຕໍ່ໄປເປັນເວລາຍາວນານ.
ຂໍຂອບໃຈ
ຂໍ້ມູນ : https://aboutmom.co/