AI ເພ ເຮັດວຽກຕໍ່ບໍ່ໄດ້ ຫຼັງພະຍາຍາມວິເຄາະຄຳເວົ້າຂອງ "ທຣຳ" ຈົນຕ້ອງໄດ້ຮຽນຮູ້ຫຼັກໄວຍາກອນແບບສະເພາະ

ການເວົ້າຂອງຜູ້ນຳໂດຍສະເພາະ ໂດນໍ ທຣຳ ປະທານາທິບໍດີແຫ່ງສະຫະລັດອາເມລິກາ ຂຶ້ນຊື່ວ່າມີການເວົ້າທີ່ເປັນຮູບແບບລີລາທີ່ໂດດເດັ່ນ ຜ່ານມາມີນັກວິໄຈຫຼາຍຄົນພະຍາຍາມວິເຄາະການສື່ສານຂອງທ່ານຢູ່ເລື້ອຍໆ ແຕ່ໃນຄັ້ງນີ້ໜ້າສົນໃຈຍິ່ງຂຶ້ນ ເພາະ AI ທີ່ນຳໃຊ້ໃນການວິເຄາະການສື່ສານຂອງ ທຣຳ ນັ້ນເກືອບວ່າຈະ "ເພ" ໃນທັນທີ.
ເຫດການດັ່ງກ່າວເກີດຂຶ້ນເມື່ອນັກວິໄຈໃນສະຫະລັດໄດ້ພະຍາຍາມສ້າງຖານຂໍ້ມູນກ່ຽວກັບການສື່ສານຂອງ ໂດນໍ ທຣຳ ໂດຍການໃຊ້ AI bot ເຂົ້າວິເຄາະສຸນທອນພົດຂອງ ທຣຳ ໃນໂອກາດຄົບຮອບເຫດການ "ຍຸດທະນາວິທີທະເລຄໍຣັລ" ເມື່ອປີ 2017.
Bill Frischling ຜູ້ນຳພາການວິໄຈໃນຄັ້ງນີ້ໃຫ້ສຳພາດຕໍ່ສື່ຂອງສະຫະລັດວ່າ AI ທີ່ໃຊ້ນັ້ນເກີດອາການ "ເພ" ຫຼັງຈາກທີ່ວິເຄາະພາສາທີ່ ທຣຳ ໃຊ້ ເພາະສິ່ງທີ່ທຣຳເວົ້າອອກໄປ ເປັນໂຄງສ້າງພາສາທີ່ AI ບໍ່ເຂົ້າໃຈມາກ່ອນ ເຖິງວ່າ AI ດັ່ງກ່າວນີ້ຈະຖືກສອນໃຫ້ເຂົ້າໃຈເລື່ອງໄວຍາກອນພາສາອັງກິດມາແລ້ວກໍຕາມ.
Bill ບອກວ່າ AI ເກີດອາການສັບສົນວ່າ ສຸນທອນພົດທີ່ຖືກປ້ອນໃຫ້ມາວິເຄາະນັ້ນ ມັນຕ້ອງເປັນໄປຕາມໄວຍາກອນພາສາອັງກິດ ຫຼື ມັນຕ້ອງເປັນໄປຕາມໄວຍາກອນທີ່ເປັນສ່ວນຕົວຂອງ ທຣຳ ກັນແທ້.
ເຫດການດັ່ງກ່າວນີ້ສົ່ງຜົນໃຫ້ທີມງານຕ້ອງຈ້າງຜູ້ຊ່ຽວຊານມາຊ່ວຍເພີ່ມ ເພື່ອເຮັດໃຫ້ AI ດັ່ງກ່າວຍົກເລີກໄວຍາກອນທີ່ເຄີຍຮຽນຮູ້ມາທັງໝົດ ແລະ ປ່ຽນມາເປັນການເຂົ້າໃຈໃນໄວຍາກອນແບບ ທຣຳ ໂດຍສະເພາະແທນ. ຫຼັງຈາກນັ້ນ AI ກໍເລີ່ມເຂົ້າໃຈການສື່ສານຂອງ ທຣຳ ໄດ້ດີຂຶ້ນ ພ້ອມທັງເຂົ້າໃຈໃນເຈດຕະນາຕ່າງໆທີ່ເວົ້າອອກມາໄດ້ດີຂຶ້ນ ທັງເລື່ອງຂອງອາລົມ ແລະ ຄວາມຮູ້ສຶກຂອງຜູ້ເວົ້າ.
ສິ່ງທີ່ຄົ້ນພົບກໍຄື ທຣຳ ມັກຈະເລີ່ມຈິງຈັງກັບການເວົ້າຫຼາຍຂຶ້ນ ຖ້າຫາກຢຸດເໜັງຕີງ ຫຼື ແກວ່ງມືໄປມາລະຫວ່າງເວົ້າ. ເວົ້າງ່າຍໆກໍຄື ຖ້າ ທຣຳ ຢືນຢູ່ຊື່ໆເມື່ອໃກ ກໍແປໄດ້ວ່າ ຈັງຫວະນັ້ນຈະເກີດປະເດັນສຳຄັນຂຶ້ນມາແນ່ນອນ.