ຕ່າງເຊື້ອຊາດກໍຮັກກັນໄດ້! ພາສ່ອງພາບ ຄູ່ຮັກດາລາ ລາວ-ໄທ ທີ່ໂຊມຸມຫວານໃຫ້ແຟນໆໄດ້ຟິນ

ລວມເຫຼົ່າຄູ່ຮັກລະຫວ່າງປະເທດໄທ-ລາວ ທີ່ຈະພາທຸກຄົນຟິນຈິກໝອນໄປພ້ອມໆກັນ ເນື້ອຄູ່ກັນແລ້ວຈະຢູ່ແຫ່ງໃດກໍບໍ່ຄາດກັນ ໄປເບິ່ງພ້ອມກັນວ່າຈະມີຄູ່ໃດແດ່?
1.ນູນີ່ກັບອ້າຍອັອຟ: ນັບໄດ້ວ່າເປັນຄູ່ຮັກທີ່ໜ້າອິດສາທີ່ສຸດ ເຊິ່ງໜຸ່ມໄທ ສາວລາວຄົນນີ້ພົບຮັກກັນຜ່ານລາຍການຫາຄູ່ Take Me Out Thailand ຫຼັງຈາກນັ້ນກໍຕັດສິນໃຈໃຊ້ຊີວິດຮ່ວມກັນ ທີ່ສຳຄັນຍາມໃດກໍໂຊມຸມຫວານໃຫ້ແຟນໄດ້ອິດສາ ແລະ ຟິນກັນຕະຫຼອດ ເຊິ່ງທັງສອງ ເໝາະສົມ ແລະ ມີຄວາມຄ້າຍຄືກັນຂະໜາດເລີຍ ບໍ່ວ່າຈະເປັນໜ້າຕາ ແລະ ຮອຍຍິ້ມ ເຫັນແລ້ວຍິ້ມໄປນຳ ຈະມີພາບໜ້າຮັກ ແລະ ມຸ້ງມິ້ງຂະໜາດໃດ ເຮົາມາເບິ່ງນຳກັນໄດ້ເລີຍ.
2.ແມ່ແອັບເປີ້ນ ສີສະຫງຽນ ແລະ ໜຸ່ມຟຸກຈີຣະ: ເປັນອີກຄູ່ທີ່ຫວານອອກສື່ໂດຍຕະຫຼອດ ແລະ ເປັນຄອບຄົວທີ່ສົມບູນ ແລະ ອົບອຸ່ນທີ່ສຸດ ທັງ 2 ຄົນກໍມີແກ້ວຕາດວງໃຈແລ້ວ ຄືລູກສາວຜູ້ທຳອິດ ນ້ອງຈູນີ່.
3.ທັນວາ ສຸລິຍະຈັກ ກັບ ສາວໄທກຣີນ ອັດສະດາພອນ: ທີ່ເຕີມຄວາມຫວານກັນບໍ່ຢຸດ ຍິ່ງເຫັນແລ້ວຍິ່ງຟິນ ຈາກຄູ່ ພະ-ນາງ ທີ່ເຄີຍຈິ້ນຫັນມາສູ່ຄູ່ຈິງທີ່ຟິນເວີ້ ເຊິ່ງທັງສອງກໍໂຊຫວານອອກສື່ມາໂດຍຕະຫຼອດ ໄປຊົມພາບຄວາມຫວານມົດຂຶ້ນກັນເລີຍ.
4. ຄູ່ສຸດທ້າຍ ສາວສຸດາ ວັນທອງທິບ ແລະ ໜຸ່ມໄທ ໂບນັສ ທີ່ເຂົ້າພິທີວິວາໄປຮຽບຮ້ອຍແລ້ວໃນປີກ່ອນ ເປັນອີກໜຶ່ງຄູ່ໂຊຫວານ ແລະ ອົບອຸ່ນຫຼາຍ
ແລະນີ້ກໍຄືຄູ່ຮັກເຫຼົ່າດາລາ 4 ຄູ່ຮັກລາວ-ໄທ ທີ່ເຮົານຳເອົາມາຝາກ ໃຜຍັງຢາາກຟິນ ແລະ ຈິ້ນຢູ່ເບິ່ງຮູບອາລະບໍ້າທີ່ຈັດເຕັມດ້ານລຸ່ມໄດ້ເລີຍ:
ຂໍຂອບໃຈ
ພາບ : IG: appleminiberry , thanwa_than , koumphonphakdee