ຟ້າຫຼັງຝົນງົດງາມສະເໝີ! ມື້ນີ້ຂອງ "ມາດາມໂບ" ສາວງາມຄົນເກັ່ງແຫ່ງວົງການບານເຕະລາວ

ຫຼັງຈາກເປັນທີ່ຮູ້ຈັກຂອງເຫຼົ່າແຟນບານລາວ ແລະ ໄທ ລວມໄປເຖິງເຂດອາຊຽນ ສຳລັບ "ມາດາມໂບ-ພິຈິກາ ບຸນກວ້າງ" ຈາກຄວາມສວຍງາມໜ້າຮັກ ແລະ ປະເດັນດຣາມ້າພາຍໃນປະເທດເມື່ອ 2 ປີກ່ອນ.
ຫຼ້າສຸດ, ຫຼັງຈາກເຄຍປະເດັນຕ່າງໆກັບຜູ້ບໍລິຫານບານເຕະແຫ່ງປະເທດລາວ ຫຼື ສະມາຄົມບານເຕະ ແຫ່ງປະເທດລາວ ໄດ້ຮຽບຮ້ອຍແລ້ວ ມາດາມໂບ ປັດຈຸບັນແມ່ນອາຍຸ 32 ປີ ກໍເດີນໜ້າ ດຳລົງຕຳແໜ່ງປະທານສະໂມສອນບານເຕະ ວຽງຈັນຢູ່ໄນເຕັດ ລວມໄປເຖິງເປັນໜຶ່ງໃນຄະນະກຳມະການຂອງສະມາຄົມກີລາເພາະກາຍຂອງຄົນລາວຄວບຄູ່ໄປນຳ.
- “ໂບ ພິຈິກາ” ປະກາດຖອນຕົວຈາກການເປັນປະທານສະໂມສອນ ວຽງຈັນ ຢູໄນເຕັດ ຢ່າງເປັນທາງການ
- ວຽງຈັນ ຢູໄນເຕັດ ກຽມແຕ່ງຕັ້ງປະທານຄົນໃໝ່ແທນ “ທ່ານ ນາງ ພິຈິກາ” ເຊິ່ງດີກຣີບໍ່ທຳມະດາ
ສຳລັບມາດາມໂບ ຫຼື ສາວໂບ ແຟນບານໄດ້ໃຫ້ຂະໜານນາມວ່າປຽບຄື: "ມາດາມແປ້ງ ນວນພັນ ລໍ້າຊໍ່າ" ປະທານສະໂມສອນທ່າເຮືອ ເອັບຊີ ຂອງປະເທດໄທ ໃນຖານະທີ່ເປັນຜູ້ຍິງໂຕນ້ອຍໆ ແຕ່ມີໃຈຮັກໃນການບໍລິຫານທີມບານເຕະຢ່າງເຕັມທີ່ຄືກັນ ຊຶ່ງມາດາມໂບເອງເຄີຍໃຫ້ສຳພາດວ່າ: "ຂ້ອຍຍັງດ້ອຍປະສົບການໃນເລື່ອງທຸລະກິດ ແລະ ການບໍລິຫານສະໂມສອນບານເຕະ ບໍ່ອາດທຽບຊັ້ນກັບມາດາມແປ້ງໄດ້ ໂດຍຂ້ອຍເອງເຄີຍເດີນທາງມາເບິ່ງເກມການແຂ່ງຂັນໃນໄທລີກ ພ້ອມມອບຊໍ່ດອກໄມ້ເປັນກຳລັງໃຈໃຫ້ມາດາມແປ້ງອີກດ້ວຍ"
ທຸກວັນນີ້ ນອກຈາກຈະບໍລິຫານທີມວຽງຈັນ ຢູໄນເຕັດແລ້ວ ມາດາມໂບ ຍັງປຽບສະເໝືອນເປັນ ແບຣນ ແອມບາສະເດີ້ ຂອງວົງການບານເຕະລາວໄປແລ້ວ ແລະ ເປັນແຟນຄລັບ Liverpool ໂດຍຜູ້ກ່ຽວມັກເຄື່ອນໄຫວໃນເຟສບຸກສ່ວນໂຕ Boa Phijika ໃຫ້ແຟນຄລັບ ແລະ ແຟນບານໄດ້ຕິດຕາມຢູ່ສະເໝີ.
ຂໍຂອບໃຈ
ຂໍ້ມູນ : sanook.com