ແມ່ລູກອ່ອນທີ່ຕິດເຊື້ອໂຄວິດ-19 ສາມາດໃຫ້ນົມລູກໄດ້ຢ່າງປອດໄພ ຫຼື ບໍ່?

ຄວາມກັງວົນໃຈໃນໄລຍະທີ່ພະຍາດລະບາດເກີດຂຶ້ນກັບໃຜຫຼາຍໆຄົນ ແຕ່ຖ້າເຮົາໄດ້ຮັບຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນ ກໍສາມາດຊ່ວຍຫຼຸດຜ່ອນອາການກັງວົນໃຈນັ້ນລົງໄດ້ ໂດຍສະເພາະບັນຫາທີ່ກ່ຽວຂ້ອງກັບສຸຂະພາບ ທັງຂອງຄົນທົ່ວໄປ ລວມທັງແມ່ຍິງທີ່ຖືພາ ຫຼື ເກີດລູກໃໝ່ ກໍເບິ່ງຄືວ່າເປັນສິ່ງທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍ.
ສຳລັບປະເດັນທີ່ວ່າ ຖ້າຫາກແມ່ລູກອ່ອນທີ່ຕິດເຊື້ອໂຄວິດ-19 ຈະສາມາດໃຫ້ນົມລູກໄດ້ຢ່າງປອດໄພ ຫຼື ບໍ່ນັ້ນ ມື້ນີ້ ພວກເຮົາໄດ້ນຳເອົາຄຳຕອບຈາກ UNICEF ມາໃຫ້ທຸກຄົນໄດ້ທຳຄວາມເຂົ້າໃຈໄປພ້ອມໆກັນ.
ແມ່ລູກອ່ອນທີ່ຕິດເຊື້ອ ໂຄວິດ-19 (COVID-19) ສາມາດໃຫ້ນົມລູກຢ່າງປອດໄພໄດ້ບໍ່?
ແມ່ທຸກທ່ານທີ່ອາໄສຢູ່ໃນເຂດທີ່ຖືກກະທົບ, ມີຄວາມສ່ຽງ ແລະ ມີອາການເປັນໄຂ້, ໄອ ຫຼື ຫາຍໃຈຍາກ ແມ່ນຄວນໄປພົບແພດໃຫ້ໄວທີ່ສຸດ ແລະ ເຮັດຕາມຄຳສັ່ງຂອງ ແພດໝໍ ຫຼື ຜູ້ໃຫ້ບໍລິການດ້ານສຸຂະພາບ.
ຫຼັງຈາກພິຈາລະນາຜົນດີຂອງການໃຫ້ນົມລູກ ແລະ ຄວາມສ່ຽງທີ່ຕໍ່າໃນການສົ່ງຕໍ່ພະຍາດທາງລະບົບຫາຍໃຈໃນຂະນະໃຫ້ນົມລູກ, ແມ່ສາມາດສືບຕໍ່ໃຫ້ນົມລູກ ໃນຂະນະທີ່ປະຕິບັດຕາມຂໍ້ຄວນລະວັງທີ່ສຳຄັນທັງໝົດ.
ສຳລັບແມ່ທ່ານໃດທີ່ມີອາການ ແຕ່ຍັງແຂງແຮງພໍທີ່ຈະໃຫ້ນົມລູກ, ແມ່ນໃຫ້ໃສ່ໜ້າກາກອະນາໄມ ຍາມທີ່ເຂົ້າໃກ້ລູກ (ລວມເຖິງຕອນປ້ອນນົມລູກ), ລ້າງມືກ່ອນ ແລະ ຫຼັງສຳຜັດລູກ (ລວມຕອນປ້ອນນົມ), ແລະ ລ້າງ ຫຼື ຂ້າເຊື້ອພື້ນຜິວທີ່ປົນເປື້ອນ – ເຊິ່ງຄວນຈະປະຕິບັດ ໃນທຸກກໍລະນີຂອງຄົນທີ່ໄດ້ຮັບການຢັ້ງຢືນ ຫຼື ສົງໄສວ່າເປັນ ໂຄວິດ-19 ແລະ ມີການພົວພັັນກັບຄົນອື່ນ, ລວມເຖິງເດັກນ້ອຍ.
ຖ້າແມ່ບໍ່ສະບາຍເກີນໄປ, ແນະນໍາໃຫ້ເພິ່ນປໍ້ານົມ ແລະ ປ້ອນນົມລູກຜ່ານຈອກ ແລະ/ຫຼື ບ່ວງທີ່ສະອາດ – ໃນຂະນະດຽວກັນ ໃຫ້ປະຕິບັດຕາມວິທີປ້ອງກັນການຕິດເຊື້ອຕາມປົກກະຕິ.