ແຟນບານກຽມເຮ! ເມື່ອ "ບຸນເດສລີກາ" ກຽມກັບມາເຕະ 15 ພຶດສະພານີ້

ໜັງສືພິມເດລີເມລ ເຜີຍວ່າ: ການແຂ່ງຂັນບານເຕະ ບຸນເດສລີກາ ເຢຍລະມັນ 2019 - 2020 ກຳລັງຈະກຽມກັບມາແຂ່ງຂັນອີກຄັ້ງໃນທ້າຍອາທິດໜ້າ. ໃນວັນສຸກ ທີ 15 ພຶດສະພາ ເປັນຕົ້ນໄປ ພາຍຫຼັງລັດຖະບານເມືອງເບຍ ກຽມເປີດໄຟຂຽວ ໃຫ້ເດີນໜ້າຕໍ່ໄປ.
ເຖິງແມ່ນວ່າກ່ອນໜ້ານີ້ ສະຫະພັນບານເຕະລີກເຢຍລະມັນ (DFL) ໄດ້ກວດສອບບຸກຄະລະກອນໃນບຸນເດສລີກາ ໄດ້ພົບຜູ້ຕິດເຊື້ອ 2 ຄົນໃນທີມ ຈາກ 11 ຄົນ ເຊິ່ງໄດ້ເຮັດໃຫ້ຫຼາຍຝ່າຍກັງວົນວ່າ ການກັບມາຈັດແຂ່ງຂັນກີລາບານເຕະໃນເຢຍລະມັນຈະໄດ້ຕ້ອງເລື່ອນອີກຄັ້ງ, ແຕ່ມີລາຍງານວ່າພວກເຂົາຈະລົງເຕະບານອີກຄັ້ງ ແລະ ໄວກວ່າທີ່ຄາດໄວ້.
ເຖິງຢ່າງໃດກໍ່ຕາມ, ໜັງ ສືພິມ Daily Mail ລາຍງານວ່າລັດຖະບານເຢຍລະມັນທີ່ ນຳພາໂດຍນາຍົກລັດຖະມົນຕີ Angela Merkel ຈະກຽມໄຟຂຽວ ສຳລັບ Bundesliga 2019/20 ເພື່ອສາມາດເຕະຄືນໄດ້ ໃນວັນສຸກທີ 15 ເດືອນພຶດສະພາເປັນຕົ້ນໄປ, ຄາດວ່າທ່ານນາງ Merkel ຈະປະກາດຄາຍລ໋ອກປະເທດດັ່ງກ່າວໃນວັນນີ້, ອະນຸຍາດໃຫ້ຫຼາຍປະເພດຂອງພາກທຸລະກິດສາມາດດຳເນີນງານໄດ້ ລວມທັງບານເຕະມືອາຊີບ ເຖິງແມ່ນວ່າຈະຕ້ອງມີມາດຕະການດ້ານສຸຂະພາບເພີ່ມເຕີມເຊັ່ນ: ການເຕະແບບປິດສະໜາມ, ແຕ່ແຟນບານເຕະຫ້າມເຂົ້າມາ ຫລື ຈຳກັດຈຳນວນຄົນທີ່ມີສ່ວນຮ່ວມໃນສະໜາມ ໃນແຕ່ລະເກມ ທີມ Bundesliga ໄດ້ຮຽກຮ້ອງໃຫ້ນັກເຕະກັບຄືນມາຝຶກຊ້ອມໃນໄລຍະໜຶ່ງ.
ເຖິງແມ່ນວ່າແນວທາງ Social Distancing ຈະຕ້ອງໄດ້ເຄັ່ງຂັດກໍຕາມ ແຕ່ນັກເຕະກໍມີຄວາມພ້ອມພໍສົມຄວນໃນການລົງສະໜາມ ທີ່ຈະກັບມາເຕະໃນ 9 ນັດຫລັງສຸດ ເຊິ່ງຖ້າເປັນຄວາມຈິງ ຍັງຈະເຮັດໃຫ້ Bundesliga ເປັນລີກຫົວແຖວຂອງຢູໂຣບທີ່ຈະກັບມາຫຼີ້ນຕໍ່ໄປ, ໃນຂະນະທີ່ລີກຝຣັ່ງລວມທັງ ເອເຣດີວິຊີ ເນເທີແລນ ໄດ້ຍົກທຸງຂາວຕັດຈົບເປັນທີ່ຮຽບຮ້ອຍ.