ຂໍ້ກົດໝາຍທີ່ຄວນຮູ້ ກ່ຽວກັບ "ການກັນ ແລະ ຄວບຄຸມພະຍາດຕິດຕໍ່"

ການດຳເນີນການຕ່າງໆໃນໄລຍະທີ່ມີພະຍາດລະບາດລ້ວນແລ້ວແຕ່ຕ້ອງໄດ້ອີງໃສ່ກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຊິ່ງໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆທີ່ຈະຕ້ອງປະຕິບັດໃນໄລຍະທີ່ມີການລະບາດຂອງພະຍາດ.
ນີ້ແມ່ນບາງຂໍ້ກົດໝາຍທີ່ເຮົາຄັດຈາກກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ ສະບັບປີ 2017 ມາໃຫ້ຜູ້ອ່ານທຸກຄົນໄດ້ຮູ້ກັນ.
ມາດຕາ 4: ລະດັບຄວາມຮ້າຍແຮງຂອງພະຍາດຕິດຕໍ່
ຄວາມຮ້າຍແຮງຂອງພະຍາດຕິດຕໍ່ມີ 3 ລະດັບຄື ລະດັບ ກ, ລະດັບ ຂ ແລະ ລະດັບ ຄ ດັ່ງນີ້:
- ລະດັບ ກ ແມ່ນ ພະຍາດຕິດຕໍ່ຮ້າຍແຮງທີ່ສາມາດຕິດແປດໄດ້ງ່າຍ ແລະ ຂະຫຍາຍອອກສູ່ວົງກວ້າງໄດ້ ໄວ ລະຫວ່າງຄົນຕໍ່ຄົນ ຈາກການສໍາຜັດໂດຍກົງ ຫຼື ນ້ໍາຂັບລັ່ງຂອງຄົນເຈັບທີ່ຕິດເຊື້ອພະຍາດ, ຈາກການສໍາຜັດກັບ ສັດທີ່ຕິດເຊື້ອ ແລະ ເຮັດໃຫ້ມີການເສຍຊີວິດສູງ ໂດຍສະເພາະເຊື້ອພະຍາດຕິດຕໍ່ທີ່ເກີດຂຶ້ນໃຫມ່ ເປັນຕົ້ນ ພະຍາດອິ ໂບລາ (Ebola), ພະຍາດຊາ (SARS), ພະຍາດເມີ (MERS), ພະຍາດເປ້ຍລ່ອຍ (Polio), ພະຍາດອະຫິວາ (Cholera) ລວມທັງພະຍາດຕິດແປດທີ່ເກີດຂຶ້ນໃໝ່, ບໍ່ຮູ້ສາເຫດ ແລະ ອື່ນໆ;
- ລະດັບ ຂ ແມ່ນ ພະຍາດຕິດຕໍ່ທີ່ມີຄວາມຮຸນແຮງ ຫຼຸດຈາກລະດັບ ກ, ສາມາດແພ່ເຊື້ອໄດ້ໄວໂດຍ ການຮ່ວມເພດກັບຜູ້ຕິດເຊື້ອ, ທາງເລືອດ, ດ້ວຍການກັດຕອດຂອງຍຸງ, ດ້ວຍການສູບດົມຈາກການໄອ, ຈາມ ແລະ ເສຍຊີວິດໄດ້ ຖ້າບໍ່ໄດ້ຮັບການບົ່ງມະຕິ, ປິ່ນປົວແຕ່ຫົວທີ່ ແລະ ທັນການ ເປັນຕົ້ນ ໄຂ້ຍຸງລາຍ (Dengue fever), ໄຂ້ຫວັດ (Influenza), ວັນນະໂລກປອດ (Pulmonary tuberculosis), ເອດ (HIV/AIDS) ລວມທັງ ພະຍາດຕິດແປດອື່ນ;
- ລະດັບ ຄ ແມ່ນ ພະຍາດຕິດຕໍ່ທີ່ບໍ່ຮຸນແຮງ ແລະ ບໍ່ສາມາດແພ່ເຊື້ອໄດ້ໄວ, ສ່ວນຫຼາຍເປັນພະຍາດທີ່ ຊໍາເຮື້ອ ເກີດຂຶ້ນຈາກການຂາດອະນາໄມສາມສະອາດ ເປັນຕົ້ນ ພະຍາດແມ່ທ້ອງ (Parasite), ເຊື້ອລາ (Candida Albicans disease), ພະຍາດໃບໄມ້ໃນຕັບ (Fascioliasis), ພະຍາດຫຼວງ (leprosy) ແລະ ພະຍາດຊຶມເຊື້ອອື່ນ.
ກະຊວງສາທາລະນະສຸກ ເປັນຜູ້ກໍານົດບັນຊີພະຍາດຕິດຕໍ່ ແລະ ລະດັບຄວາມຮ້າຍແຮງ ຂອງພະຍາດ ຕິດຕໍ່ ໃນແຕ່ລະໄລຍະ ແລ້ວປະກາດໃຫ້ສາທາລະນະຊົນ ຮັບຮູ້.
ພາບ: AFP
ມາດຕາ 18: ການຢັ້ງຢືນການກວດພົບພະຍາດຕິດຕໍ່
ການຢັ້ງຢືນການກວດພົບພະຍາດຕິດຕໍ່ ແມ່ນ ການຮັບຮູ້ການກວດພົບເຊື້ອພະຍາດ ທີ່ເປັນສາເຫດຂອງການເກີດພະຍາດຈາກຫ້ອງວິເຄາະ ທີ່ຮັບຮູ້ຈາກກະຊວງສາທາລະນະສຸກ.
ຂະແໜງການສາທາລະນະສຸກ ຕ້ອງຢັ້ງຢືນການກວດພົບເຊື້ອພະຍາດ ຢ່າງເປັນທາງການ ພ້ອມທັງສະໜອງ ຢາ, ເຄມີ, ອຸປະກອນຮັບໃຊ້ ແລະ ວັກຊິນໃຫ້ພຽງພໍ ທົ່ວເຖິງ ແລະ ທັນການ.
ມາດຕາ 29: ການກັກກັນຢູ່ດ່ານ
ການກັກກັນຢູ່ດ່ານ ແມ່ນ ການຈໍາກັດບໍລິເວນ ຫຼື ຄວບຄຸມ ຄົນ, ສັດ, ແມງໄມ້, ວັດຖຸປະກອນ ແລະ ພາຫະນະ ທີ່ສົງໄສວ່າຕິດເຊື້ອພະຍາດຕິດຕໍ່ ເພື່ອສັງເກດ, ຕິດຕາມ ແລະ ເກັບຕົວຢ່າງ ໄປວິເຄາະກວດຫາເຊື້ອພະຍາດ.
່ໃນກໍລະນີ ໄດ້ຮັບການຢັ້ງຢືນວ່າມີການຕິດເຊື້ອພະຍາດຕິດຕໍ່ ລະດັບ ກ ແມ່ນ ບໍ່ອະນຸຍາດໃຫ້ເດີນທາງ ແລະ ເຄື່ອນຍ້າຍຈາກສະຖານທີ່ໜຶ່ງ ໄປອີກສະຖານທີ່ໜຶ່ງ ຫຼື ເຂົ້າ-ອອກ ສປປ ລາວ.
ໃນກໍລະນີ ໄດ້ຮັບການຢັ້ງຢືນວ່າມີການຕິດເຊື້ອພະຍາດຕິດຕໍ່ ລະດັບ ຂ ຫຼື ຄ ແມ່ນ ອະນຸຍາດໃຫ້ເດີນທາງ ແລະ ເຄື່ອນຍ້າຍຈາກສະຖານທີ່ໜຶ່ງ ໄປອີກສະຖານທີ່ໜຶ່ງ ຫຼື ເຂົ້າມາ ສປປ ລາວ ໄດ້ ແຕ່ຕ້ອງໄປພົບແພດປິ່ນປົວ ຫຼື ແຈ້ງຕໍ່ພະນັກງານສາທາລະນະສຸກຢູ່ທ້ອງຖິ່ນນັ້ນ ເພື່ອດໍາເນີນການປິ່ນປົວ ແລະ ຕິດຕາມຕໍ່ໄປ.
ພາບ: AFP
ມາດຕາ 33: ການໂຕ້ຕອບຕໍ່ການລະບາດຂອງພະຍາດຕິດຕໍ່
ການໂຕ້ຕອບຕໍ່ການລະບາດຂອງພະຍາດຕິດຕໍ່ ແມ່ນ ການນໍາໃຊ້ມາດຕະການ ດ້ານສາທາລະນະສຸກ, ວິທີການດ້ານການແພດ ແລະ ລະບຽບການສາກົນດ້ານສາທາລະນະສຸກໃດໜຶ່ງ ເພື່ອໂຕ້ຕອບການລະບາດຂອງພະຍາດຕິດຕໍ່ ຢູ່ໃນເຂດຄວບຄຸມພະຍາດລະບາດ ແລະ ເຂດທີ່ມີຄວາມສ່ຽງ.
ການໂຕ້ຕອບ ໃຫ້ນໍາໃຊ້ມາດຕະການ ດັ່ງນີ້:
1.ສັງເກດອາການ, ກັກກັນ ແລະ ແຍກປ່ຽວ ຄົນທີ່ສົງໄສ ຫຼື ຕິດເຊື້ອພະຍາດ;
2.ວິເຄາະ ແລະ ກວດຢັ້ງຢືນ ການຕິດເຊື້ອພະຍາດ;
3.ປິ່ນປົວຄົນທີ່ຕິດເຊື້ອພະຍາດ;
4.ອະນາໄມ ແລະ ຂ້າເຊື້ອພະຍາດ ຢູ່ຕາມສະຖານທີ່ ແລະ ວັດຖຸປະກອນ ທີ່ປົນເປື້ອນເຊື້ອພະຍາດ;
5.ທໍາລາຍວັດຖຸປະກອນ ທີ່ມີຄວາມສ່ຽງນໍາເຊື້ອພະຍາດແພ່ລາມໄປສູ່ເຂດອື່ນ;
6.ພົນຢາຂ້າເຊື້ອພະຍາດໃສ່ພາຫະນະ ເຂົ້າ-ອອກ ເຂດລະບາດຂອງພະຍາດ;
7.ແຈ້ງເຕືອນ ແລະ ຄວບຄຸມ ການເຄື່ອນຍ້າຍຄົນ, ສັດ, ວັດຖຸປະກອນ ເຂົ້າ-ອອກ ເຂດທີ່ເກີດລະບາດພະຍາດ;
8.ນໍາໃຊ້ ຢາ, ເຄມີ, ອຸປະກອນ ຮັບໃຊ້ ແລະ ໃຫ້ວັກຊີນກັນພະຍາດ;
9.ເຝົ້າລະວັງພະຍາດ ແລະ ນໍາໃຊ້ມາດຕະການສຸຂານາໄມໃດໜຶ່ງ ໂດຍອີງຕາມຜົນການປະເມີນຄວາມສ່ຽງ ໃນເຂດລະບາດຂອງພະຍາດ ຫຼື ເຂດທີ່ມີຄວາມສ່ຽງ ເພື່ອຮັບປະກັນໃຫ້ຢຸດເຊົາການລະບາດຂອງພະຍາດ;
10.ຈັດຕັ້ງການໂຄສະນາ, ສຶກສາອົບຮົມໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຂະບວນການໂຕ້ຕອບ;
11.ປະກາດ ຫຼື ແຈ້ງເຕືອນ ກ່ຽວກັບສະພາບການເກີດລະບາດຂອງພະຍາດ ຢ່າງເປັນທາງການ ໃນແຕ່ລະ ໄລຍະ ໂດຍຜ່ານສື່ຕ່າງໆ ໃຫ້ສາທາລະນະຊົນຮັບຊາບ;
12.ນໍາໃຊ້ມາດຕະການອື່ນ ທີ່ມີຄວາມຈໍາເປັນ ແລະ ເໝາະສົມ.
ຂໍຂອບໃຈ