ລູກກະຕັນຍູ! ໂຣນັນໂດ້ ດາວຍິງໂຕເກັ່ງຂອງ "ມ້າລາຍ" ມອບລົດສຸດຫຼູ ເປັນຂອງຂວັນສຸດພິເສດໃຫ້ແມ່

ໃນວັນທີ 3 ພຶດສະພາທີ່ຜ່ານມາ, ຄຣິສຕຽນໂນ້ ໂຣນັນໂດ້ ດາວຍິງທີ່ເກັ່ງຂອງມ້າລາຍ ຢູເວັນຕຸສ ມອບຂອງຂວັນລົດຫຼູສຸດພິເສດໃຫ້ແມ່ "ມາເຣຍ ໂດໂລເຣສ" ເນື່ອງໃນວັນແມ່ຂອງປະເທດປອກຕຸຍການ.
ໂດຍດາວເຕະໄວ 35ປີ ໄດ້ຊື້ລົດຫຼູຄັນໃໝ່ໃຫ້ແມ່ຂອງລາວ ເຊິ່ງແມ່ຂອງໂຣນັນໂດ້ ດີໃຈ ແລະ ປື້ມໃຈຫຼາຍເຖິງຂັ້ນ ໂພສໄອຈີໂຊເລີຍ ເຊິ່ງໄດ້ຂຽນແຄັບຊັ່ນທີ່ມີເນື້ອໃນວ່າ: ຂອບໃຈລູກຊາຍຂອງຂ້ອຍສຳລັບຂອງຂວັນສຸດພິເສດທີ່ມອບໃຫ້ໃນວັນນີ້ ສຸກສັນວັນແມ່ສຳລັບແມ່ທຸກຄົນ.
ສຳລັບ ຫົວໜ້າທີມຊາດປອກຕຸຍການ ເດີນທາງກັບຄືນສູ່ຊີວິດທີ່ເກາະມເດຍຣາ, ຕັ້ງແຕ່ຕົ້ນເດືອນມີນາ ຫລັງຈາກແມ່ຂອງລາວຕ້ອງໄດ້ຮັບການຜ່າຕັດຍ້ອນໂລກເສັ້ນເລືອດຕີບຕັນ ເຖິງຢ່າງໃດກໍ່ຕາມ, ຜົນການປິ່ນປົວແມ່ນດີຂຶ້ນ ແລະ ສາມາດກັບຄືນສູ່ຊີວິດປົກກະຕິໄດ້. ໃນຂະນະທີ່ສະຖານະການຂອງການແພ່ລະບາດຂອງໄວຣັດໂຄໂຣນາ (Covid-19) ໃນປະເທດອີຕາລີ ເຮັດໃຫ້ນັກເຕະມີການຂໍໄປລີ້ໄພກັບຄອບຄົວກັບໄປຢູ່ບ້ານເກີດຫຼາຍກວ່າ 2 ເດືອນ, ເຊິ່ງສະຖານະການປອດໄພດີ ຫ່າງຈາກການແຜ່ລະບາດຂອງໄວຣັດ.
ສຳລັບແມ່ຂອງນັກເຕະຜູ້ນີ້ອາຍຸ 65 ປີ, ໃນອະດີດໄດ້ດຳລົງຊີວິດທີ່ຫຍຸ້ງຍາກ ຍ້ອນສາມີຂອງນາງກາຍເປັນຄົນຕິດເຫຼົ້າ ແລະນາງຕ້ອງເບິ່ງແຍງລູກນ້ອຍທັງໝົດ 4 ຄົນ ແບບເປັນແມ່ລ້ຽງດ່ຽວ, ຈົນວ່ານາງໄດ້ອອກມາສາລະພາບວ່າມີແນວຄິດທີ່ຈະເອົາລູກອອກ, ລູກຊາຍຜູ້ຫຼ້າຂອງຄອບຄົວກໍຄືໂຣນັນໂດ້, ແຕ່ບໍ່ສາມາດເຮັດໄດ້. ເຖິງຢ່າງໃດກໍ່ຕາມ, ນາງໄດ້ຕັດສິນໃຈສູ້ຢ່າງໜັກ ແລະ ການລ້ຽງດູລູກໆ ໃນສະພາບທາງດ້ານການເງິນທີ່ບໍ່ພຽງພໍ, ລູກທັງໝົດ 4 ຄົນຂອງນາງຕ້ອງໄດ້ນອນຢູ່ນຳກັນໃນຫ້ອງທີ່ຄັບແຄບ ແຕ່ຕົນຍັງຫາເງິນເພື່ອສະໜັບສະໜຸນ Ronaldo ໃຫ້ປະຕິບັດຕາມຄວາມຝັນຂອງລາວໃນເສັ້ນທາງບານເຕະ ມັນຈຶ່ງບໍ່ແມ່ນເລື່ອງແປກທີ່ຄວາມສຳພັນຂອງ Ronaldo ກັບແມ່ຂອງລາວແມ່ນຍິ່ງໃຫຍ່ເກີນທີ່ຈະພັນລະນາໄດ້, ເພາະນັບຕັ້ງແຕ່ນັກເຕະດາວລຸ້ງ ສ້າງລາຍໄດ້ໃນວົງການບານເຕະ ຢ່າງມະຫາສານແຕ່ກໍບໍ່ເຄີຍລືມຄອບຄົວ ໂດຍໂຣນັນໂດ້ ຈະໃຫ້ການຊ່ວຍເຫຼືອທຸກໆຄົນໃນຄອບຄົວ ລວມທັງການຊື້ເຮືອນ ແລະ ລົດສຳລັບໃຫ້ແມ່ພ້ອມທັງຄອບຄົວໄດ້ໃຊ້ຊີວິດຢ່າງສະບາຍ.
ຂໍຂອບໃຈ
ຂໍ້ມູນ : sanook.com