ອ່ານດວງລາຍວັນປະຈໍາວັນອາທິດ ທີ 3 ພຶດສະພາ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ເລັ່ງໃນເລື່ອງຂອງການສ້າງສັນຜົນງານ
ການເງິນ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາຢ່າງເປັນໂຊກດີໄລຍະນີ້ກໍເປັນໄປໄດ້
ຄວາມຮັກ ຄວາມສຳພັນດ້ານຄວາມຮັກກັບຄົນຮັກໃນໄລຍະນີ້ເບິ່ງຄືຈະໂດດເດັ່ນຈະໄດ້ພົບຄົົນທີ່ມີເກນອາຍຸຫລາຍກວ່າ ຫລືເປັນຄົນໃນເຄື່ອງແບບກໍເປັນໄປໄດ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສິນໍ້າຕານ
ເລກນຳໂຊກ 8
ຄົນເກີດວັນຈັນ
ການງານ ຄຳເວົ້າການເຈລະຈາຕ້ອງເບິ່ງດີໄວ້ກ່ອນໃນເລື່ອງຂອງການເຈລະຈາຕໍ່ລອງ ແລະ ໃຊ້ເຕັກນິກຄວາມສາມາດຈະເຮັດໃຫ້ເກີດຄວາມສຳເລັດໄດ້
ການເງິນ ຈະໄດ້ເງິນກ້ອນໃຫຍ່ໃນໄລຍະນີ້ດວງດີຫລາຍໆ ໂຊກດີຫລາຍໆ ກວ່າແຕ່ກ່ອນ
ຄວາມຮັກ ຄິດທົບທວນໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກວ່າທີ່ຜ່ານມາພົບຄວາມທຸກຫລືຄວາມສຸກຫລາຍກວ່າກັນ
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີບົວ
ເລກນຳໂຊກ 6
ຄົນເກີດວັນອັງຄານ
ການງານ ໃຊ້ຄວາມປານີດໃນເລື່ອງຂອງການສ້າງສັນຜົນງານໃຫ້ດີຂຶ້ນຢ່າງຕໍ່ເນື່ອງ
ການເງິນ ເຖິງແມ່ນຈະເມື່ີອຍແຕ່ຈະຫາເຂົ້າມາໄດ້ເພີ່ມເຕີມ
ຄວາມຮັກ ລະວັງຈະພົບຄວາມຂັດແຍ້ງດ້ານຄວາມຮັກກັບຄົນຮັກໃນຊ່ວງນີ້ ເຮັດໃຫ້ເກີດເລື່ອງບໍ່ສະບາຍໃຈ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 9
ຄົນເກີດວັນພຸດ
ການງານ ຕ້ອງເຮັດວຽກໃຫ້ສຳເລັດໂດຍໄວ ເພາະເປົ້າໝາຍໃນເລື່ອງຂອງການສ້າງສັນຜົນງານນັ້ນມີຄວາມສຳຄັນຫລາຍໆ
ການເງິນ ພົບຄວາມກັງວົນ ຈະສາມາດຫາເຂົ້າມາໄດ້ຕະຫລອດໃນໄລຍະນີ້
ຄວາມຮັກ ຈະພົບຄົນຜິວສອງສີ ເກັ່ງ ມີຄວາມສາມາດຫລາຍໆ ໃນໄລຍະນີ້
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີເທົາ
ເລກນຳໂຊກ 2
ຄົນເກີດວັນພະຫັດ
ການງານ ເລັ່ງໃນເລື່ອງຂອງການສ້າງສັນຜົນງານອາດເກີດຄວາມຜິດພາດໄດ້ ຕ້ອງເຮັດວຽກຢ່າງລະອຽດຮອບຄອບ
ການເງິນ ລະວັງຈະໃຊ້ເງິນກ້ອນອອກໄປໃນໄລຍະນີ້ ໃຊ້ເງິນເປັນຈຳນວນຫລາຍອອກໄປແບບຫຼີກລ້ຽງບໍ່ໄດ້ເລີຍ
ຄວາມຮັກ ຈະພົບເລື່ອງກັງວົນໃຈດ້ານຄວາມຮັກກັບຂໍ້ຕົກລົງບາງຢ່າງກັບຄົນຮັກໃນການເຈລະຈາ ການເຮັດໃຫ້ເກີດບັນຫາໄດ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 6
ຄົນເກີດວັນສຸກ
ການງານ ສ້າງຜົນງານໃຫ້ຫລາຍຂຶ້ນຢ່າງຕໍ່ເນື່ອງ ລະວັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສາຍຕາ
ການເງີນ ລະວັງຈະຖືກຕົວະໃນເລື່ອງຂອງການເຊັນເອກະສານສັນຍາທາງດ້ານການເງີນໃນການຄ້ຳປະກັນເງິນໃຫ້ຄົນອື່ນ
ຄວາມຮັກ ປຶກສາໝູ່ເພື່ອນຢູ່ໃນເລື່ອງຂອງຄວາມຮັກ ໄລຍະນີ້ຈະບໍ່ຄ່ອຍມີເວລາທຸ້ມເທດ້ານຄວາມຮັກ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 4
ຄົນເກີດວັນເສົາ
ການງານ ເຮັດວຽກດ້ວຍຄວາມຂະຫຍັນໃຊ້ເຕັກນິກ ແລະ ຄວາມສາມາດຕິດຕໍ່ສື່ສານເຈລະຈາທຸນລະກິດຈະການງານລົງຕົວດ້ວຍຄວາມສະຫລຽວສະຫລາດ
ການເງີນ ການເຈລະຈາເອກະສານການເງິນໃດໆ ຈະປະສົບຄວາມສຳເລັດ
ຄວາມຮັກ ຈະພົບຄົົນທີ່ຢູ່ໃນເກນຄູ່ຄອງແບບບໍ່ທັນຄັ້ງໂຕດ່ວນກໍເປັນໄປໄດ້ໃນຊ່ວງນີ້
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີມ່ວງ
ເລກນຳໂຊກ 0