ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກຈົ່ງສາມັກຄີກັນແໜ້ນ ຕ້ານກັບພະຍາດໂຄວິດ-19

ປົກກະຕິ ເພື່ອລະນຶກວັນກຳມະກອນສາກົນວັນທີ 1 ພຶດສະພາໃນແຕ່ລະປີ, ຢູ່ແຕ່ລະປະເທດບັນດາກຳມະກອນ, ຊາວຜູ້ອອກແຮງງານຈະໄດ້ຈັດໃຫ້ມີການໂຮມຊຸມນຸມໃຫຍ່ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ພາຍໃຕ້ຄຳຂວັນທີ່ແຕກຕ່າງກັນ.
ສະເພາະປີນີ້ ເນື່ອງໃນໂອກາດລະນຶກວັນກຳມະກອນສາກົນຄົບຮອບ 134 ປີ (1/5/1886-1/5/2020) ແລະ ຢູ່ໃນສະພາບ 210 ປະເທດ ພວມມີການລະບາດຂອງພະຍາດໂຄວິດ- 19 (ສະຖິຕິວັນທີ 29/4/2020) ແລະ ມີຄວາມເປັນໄປໄດ້ທີ່ຈະມີຈຳນວນປະເທດທີ່ຕິດພະຍາດນີ້ເພີ່ມຂຶ້ນຕື່ມ. ສະນັ້ນ, ການໂຮມຊຸມນຸມ ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນແມ່ນບໍ່ສາມາດຈັດຂຶ້ນໄດ້, ເພາະແຕ່ລະປະເທດ ກໍມີມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວດ້ວຍການກຳນົດບໍ່ໃຫ້ມີການລວມຕົວກັນເກີນ 5 ຄົນຂຶ້ນໄປ ແລະ ແຕ່ລະຄົນຄວນຢູ່ຫ່າງກັນ 1-2 ແມັດ.
ຕໍ່ໜ້າສະພາບການລະບາດຂອງພະຍາດໂຄວັດ-19, ຍິ່ງຮຽກຮ້ອງໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກຈົ່ງສາມັກຄີກັນແໜ້ນ, ຮ່ວມແຮງຮ່ວມໃຈ, ແລກປ່ຽນບົດຮຽນ, ປະສົບການ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອຮັບມື ແລະ ຕ້ານກັບພະຍາດໂຄວິດ-19 ໃຫ້ໄດ້ຮັບໄຊຊະນະ, ຈຳກັດດັບສູນພະຍາດນີ້ໃຫ້ຫາຍຈາກໂລກຂອງພວກເຮົາຢ່າງສິ້ນເຊີງ.
ດ້ວຍການວິເຄາະ ແລະ ຢັ້ງຢືນຢ່າງສັດຈະທຳຂອງທ່ານ ມາກ ແລະ ອັງແກນ ທີ່ວ່າ: ຊົນຊັ້ນກຳກອນມີລັກສະນະດີເລີດຄືເປັນຊົນຊັ້ນທີ່ມີນຳ້ໃຈກ້າຫານຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນກວ່າໝູ່ ແລະ ມີມານະຈິດປະຕິວັດສູງສົ່ງສຸດກົກສຸດປາຍ, ເປັນຜູ້ທີ່ມີຄວາມດຸໝັ່ນຄົ້ນຄວ້າຮ່ຳຮຽນເອົາຄວາມຮູ້ວິທະຍາສາດເຕັກນິກນັບມື້ສູງຂຶ້ນເລື້ອຍໆ ຈຶ່ງເປັນຊົນຊັ້ນທີ່ກ້າວໜ້າກວ່າໝູ່, ເປັນຊົນຊັ້ນທີ່ມີຄວາມສາມັກຄີເລິກເຊິ່ງ, ກວ້າງຂວາງ ແລະ ສາມັກຄີສາກົນຢ່າງຜ່ອງໃສ, ສາມາດດຶງດູດເອົາຫຼາຍຄົນເຂົ້າຮ່ວມໃນຂະບວນການປະຕິວັດໄດ້, ເປັນຊົນຊັ້ນທີ່ມີລະບຽບວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງສູງ ແລະ ຮູ້ປະສົມກົມກຽວ ລະຫວ່າງຜົນປະໂຫຍດສ່ວນບຸກຄົນ, ລວມໝູ່ ແລະ ຂອງຊາດ, ເປັນຊົນຊັ້ນທີ່ມີຄວາມມານະອົດທົນຕື່ນຕົວດ້ວຍຕົນເອງ, ເປັນຜູ້ທີ່ມີວິໄສທັດກວ້າງໄກໃນການຕີລາຄາບັນຫານັ້ນ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກຈະ ສາມາດເອົາຊະນະກັບພະຍາດໂຄວັດ-19 ໄດ້ຢ່າງແນ່ນອນ.
ສະເພາະຢູ່ ສປປ ລາວ ໂດຍໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດຕ່າງໆ ນັບທັງອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ທຸກພາກສ່ວນສັງຄົມ ລວມທັງພໍ່ແມ່ປະຊາຊົນຢູ່ພາຍໃນປະເທດ ແມ່ນສາມາດຮັບມືກັບການລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີຜົນສຳເລັດໃນເບື້ອງຕົ້ນ ຊຶ່ງມາຮອດວັນທີ 28 ເມສາ 2020 ທົ່ວປະເທດແມ່ນຍັງມີຜູ້ຕິດເຊື້ອທີ່ກຳລັງປິ່ນປົວຢູ່ໂຮງໝໍຈຳນວນ 12 ຄົນ, ໃນນັ້ນ ຢູ່ໂຮງໝໍຫຼວງພະບາງ 1 ຄົນ ແລະ ຢູ່ໂຮງໝໍມິດຕະພາບ ທີ່ນະຄອນຫຼວງວຽງຈັນ 11 ຄົນ. ໝາຍວ່າຈາກຜູ້ຕິດເຊື້ອທັງໝົດ ໃນຂອບເຂດທົ່ວປະເທດມີຈຳນວນ 19 ຄົນ ໄດ້ປິ່ນປົວຫາຍດີແລ້ວ 7 ຄົນ. ຢ່າງໃດກໍຕາມເຖິງແມ່ນວ່າຢູ່ ສປປ ລາວ ຈະບໍ່ພົບຜູ້ຕິດເຊື້ອກໍລະນີໃໝ່ ເປັນຈຳນວນ 16 ວັນ ຕິດຕໍ່ກັນກໍຕາມ, ແຕ່ພັກ, ລັດຖະບານ ກໍຄືຄະນະສະເພາະກິດກໍບໍ່ໄດ້ລົດລະການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ຕິດຕາມຄົ້ນຫາຜູ້ສົງໄສ ທີ່ຈະຕິດເຊື້ອ, ລວມທັງປຸກລະດົມໃຫ້ສັງຄົມກໍຄືພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ຈົ່ງສືບຕໍ່ຈັດຕັ້ງປະຕິບັດການປ້ອງກັນ, ຄວບຄຸມ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ໃຫ້ເຂັ້ມງວດຕາມຄຳສັ່ງເລກທີ 06/ນຍ ໄດ້ກຳນົດໄວ້.
ເນື່ອງໃນໂອກາດລະນຶກວັນກຳມະກອນສາກົນ ຄົບຮອບ 134 ປີ, ຮຽກຮ້ອງມາຍັງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວ ກໍມີສະມາຊິກກຳມະບານ, ພະນັກງານ, ນັກຮຽນຮູ້ປັນຍາຊົນ ຈົ່ງພ້ອມກັນສຸມໃສ່ຈັດຕັ້ງປະຕິບັດຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 07/ຄລສພ ລົງວັນທີ 6 ເມສາ 2020 ຢ່າງເຄັ່ງຄັດ, ໃນນັ້ນ ໃຫ້ຄະນະພັກແຕ່ລະຂັ້ນສືບຕໍ່ນຳພາການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນໄດ້ຮັບຮູ້ເຂົ້າໃຈເຖິງສະພາບຄວາມເປັນຈິງ ແລະ ໄພອັນຕະລາຍຂອງພະຍາດໂຄວິດ-19 ແລະ ຕື່ນຕົວເປັນເຈົ້າການປ້ອງກັນຕົນເອງ, ຄອບຄົວ ແລະ ຜູ້ອື່ນຢ່າງເຄັ່ງຄັດ.
ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ຈົ່ງສາມັກຄີກັນແໜ້ນຕ້ານກັບ ພະຍາດໂຄວິດ-19 ໃຫ້ມີຜົນສຳເລັດ.
ນ້ຳໃຈວັນກຳມະກອນສາກົນ ວັນທີ 1 ພຶດສະພາ ໝັ້ນຍືນ!
ບົດຈາກ: ໜັງສືພິມປະຊາຊົນ
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມປະຊາຊົນ