ນໍ້າກັດຢໍລະປາເດືອດ! ເຈນນີ້ Miss World ໂຊຮູບໃນຊຸດສຸດເຊັກຊີ່ແຄມສະລອຍນໍ້າ

ອາກາດຮ້ອນ ກໍຍິ່ງຮ້ອນຂຶ້ນໄປຕື່ມ ເມື່ອນາງງາມສາວຊື່ດັງຢ່າງ ເຈນນີ້ - ຕົ້ນຄຳ ພົນຈັນເຮືອງ ໂຊຮູບໃນຊຸດລອຍນໍ້າສຸດເຊັກຊີແຄມສະ ຢູ່ທີ່ນໍ້າກັດຢໍລະປາ. ງານນີ້ບອກໄດ້ຄຳດຽວວ່າ "ນໍ້າກັດເດືອດ!".
ເຖິງວ່າຮູບນີ້ຈະເປັນຮູບເກົ່າຕັ້ງແຕ່ຕົ້ນປີທີ່ສາວນາງງາມຄົນດັງຂອງເຮົາໄປມາຕັ້ງແຕ່ຕົ້ນປີ ແຕ່ດີກຣີຄວາມເຜັດຮ້ອນ ແມ່ນຍັງບໍ່ທັນຫຼຸດລົງ ແຕ່ຊໍ້າພັດເພີ່ມຂຶ້ນ.
ຖືວ່າເປັນອີກໜຶ່ງສີສັນໃນໄລຍະທີ່ໃຜໆກໍໄປໃສບໍ່ໄດ້ ຕ້ອງຢູ່ບ້ານຢູ່ຊ່ອງຕາມທີ່ລັດເພິ່ນສັ່ງ ເພື່ອປ້ອງກັນຕົນເອງຈາກພະຍາດຮ້າຍ. ການເອົາຮູບເກົ່າມາໂພສ ເຊິ່ງບາງຮູບເຮົາກໍບໍ່ເຄີຍເຫັນມາກ່ອນ ຈຶ່ງເຫັນໄດ້ທົ່ວໄປໃນກຸ່ມຄົນດັງຂອງລາວເຮົາ ເພື່ອອັບເດດໂຊຊຽວໃຫ້ຜູ້ຕິດຕາມໄດ້ສ່ອງກັນຢ່າງບໍ່ຂາດຕອນ.
ຫຼາຍຄົນອາດຈະຄິດວ່າ ໂພສແຕ່ຮູບງາມໆໃຫ້ເບິ່ງນີ້ຫວາ? ເຮົາຂໍສະກັດໄວ້ບ່ອນນີ້ເລີຍ ແລະ ຂໍໃຫ້ຢຸດຟັງກ່ອນ. ສາວຄົນນີ້ງາມຄຸນນະພາບ ສົມກັບສະໂລແກນຂອງເວທີທີ່ໄດ້ລາງວັນມາ ນັ້ນກໍຄື Beauty with a Purpose ຄື ງາມຢ່າງມີຄຸນຄ່າສູ່ສາຍຕາທີ່ສຳຜັດໄດ້ ເພາະທີ່ຜ່ານມາທັງກ່ອນ ແລະ ຫຼັງພະຍາດລະບາດ ຜູ້ກ່ຽວໄດ້ເຄື່ອນໄຫວຊ່ວຍເຫຼືອສັງຄົມທັງການແຈກອາຫານ ແລະ ເຄື່ອງໃຊ້ໃຫ້ກັບຜູ້ທີ່ມີຄວາມຕ້ອງການມາແລ້ວຫຼາຍຄັ້ງ.
ຂໍຂອບໃຈ
ພາບ : IG: jennietonkham