ມາຟັງສຽງມ່ວນໆຂອງໜຸ່ມໂຈໂຈ້! Cover ບົດເພງ “ຂອບໃຈ” ເພື່ອສົ່ງກໍາລັງໃຈໃຫ້ແພດໝໍລາວ

"ໂຈໂຈ້ Miracle" ໄດ້ນຳເອົາບົດເພງ “ຂອບໃຈ” ມາຂັບຮ້ອງຖ່າຍທອດອາລົມເພື່ອຕອບແທນທຸກຄວາມຮູ້ສຶກໃນການສູ້ຊົນຜ່ານຜ່າວິກິດຂອງໂລກລະບາດ ໂຄວິດ-19 ແລະ ວິກິດຂອງບ້ານເມືອງເຮົາໄປນຳກັນ, ບໍ່ວ່າຈະເປັນທ່ານໝໍ, ປະຊາຊົນ, ເຈົ້າຫນ້າທີ່, ທີ່ໄດ້ຮ່ວມແຮງຮ່ວມໃຈກັນປອງດອງສາມັກຄີປະຕິບັດຫນ້າທີ່ຂອງຕົນເອງຢ່າງເຕັມທີ່ເພື່ອປະເທດຊາດ.
ສຳລັບບົດເພງ “ຂອບໃຈ” ແມ່ນແຕ່ງໂດຍ "ອາລູນາ ຖາວອນສຸກ" ໂດຍໜຸ່ມໂຈໂຈ້ກໍໄດ້ກ່າວຂອບໃຈ ສາວອາລູນາ ທີ່ໄດ້ມອບໂອກາດດີໆນີ້ ໃຫ້ ໂຈໂຈ້ ໄດ້ຮ່ວມເປັນສ່ວນຫນຶ່ງຂອງບົດເພງທີ່ເຕັມປ່ຽມໄປດ້ວຍພະລັງບວກໃຫ້ຫລາຍໆຄົນໄດ້ມີກຳລັງໃຈໃນການປະຕິບັດຫນ້າທີ່ຕໍ່ໄປ.
ທັ້ງນີ້ຂໍຝາກເພງ “ຂອບໃຈ” ໄວ້ໃນອ້ອມອົກອ້ອມໃຈໃຫ້ທຸກໆຄົນໄດ້ຟັງ ແລະ ຫວັງວ່າບົດເພງນີ້ຈະເປັນຫນຶ່ງກຳລັງໃຈດີໆສຳລັບໝົດທຸກຄົນ ແລະ ເຮົາຈະຜ່ານວິກິດການນີ້ໄປນຳກັນ.