ແບບນີ້ລະເອີ້ນວ່າ "ຖືພາ"! ນີ້ແມ່ນ 9 ອາການຂອງແມ່ຍິງທີ່ກຳລັງຈະກາຍເປັນແມ່ຄົນ

ນີ້ຄືອາການທີ່ບອກທ່ານວ່າ ທ່ານກຳລັງເປັນແມ່ຄົນ. ອາການຂອງຄົນທີ່ກຳລັງຖືພາມີຫຍັງແດ່ ໄປເບິ່ງນໍາກັນເລີຍ.
1. ປະຈຳເດືອນຂາດ: ຖ້າປະຈຳເດືອນທີ່ເຄີຍມາເປັນປົກກະຕິຂາດຫາຍໄປ ຖ້າແລ້ວກໍບໍ່ມາຈັກເທື່ອ ສະແດງວ່າທ່ານອາດກຳລັງຖືພາຢູ່.
2. ທ້ອງໄສ້ປັ່ນປ່ວນ-ຮາກ: ເປັນອາການທີ່ພົບເລື້ອຍໆຈົນເປັນສັນຍາລັກຂອງການຖືພາ ອາການທ້ອງປັ່ນປ່ວນ-ຮາກມັກຈະເກີດຂຶ້ນຫຼັງຈາກທີ່ຕົວອ່ອນປະຕິສົນທິໄດ້ 1 ເດືອນ.
3. ເໝັນນັ້ນເໝັນນີ້: ສາວທີ່ກຳລັງຖືພາ ອາດຈະເຮັດໃຫ້ແມ່ໆກາຍເປັນຄົນດັງໄວ ໄດ້ກິ່ນຫຍັງກໍເໝັນ ແລະ ປວດຮາກໄປໝົດເລີຍ ລວມເຖິງສິ່ງທີ່ມັກກໍຈະວ່າເໝັນ.
4. ໜ້າເອິກບວມ ແລະ ເຈັບ: ໜ້າເອິກຂອງແມ່ໄຕມາດທຳອິດອາດຈະບວມເພາະມີເລືອດໄປລ້ຽງບໍລິເວນນັ້ນຫຼາຍຂຶ້ນຈົນຮູ້ສຶກເຈັບເປັນບາດ. ລວມເຖິງວ່າໜ້າເອິກໄວຕໍ່ສຳຜັດຄ້າຍກັບໄລຍະອາການກ່ອນມີປະຈຳເດືອນ.
5. ອິດເມື່ອຍ: ຮູ້ສຶກອິດເມື່ອຍທັງທີ່ບໍ່ໄດ້ເຮັດຫຍັງເລີຍ ຮູ້ສຶກຢາກນອນຕະຫຼອດໝົດມື້. ນີ້ອາດຈະເປັນຜົນມາຈາກລະດັບຮໍໂມນໂປເຈສເຕີໂຣນທີ່ເພີ່ມຂຶ້ນຢ່າງໄວ ແຕ່ຖ້າເຂົ້າສູ່ຊ່ວງໄຕມາດສອງ ພະລັງຂອງທ່ານກໍຈະກັບຄືນມາ.
6. ເລືອດອອກທາງຊ່ອງຄອດ: ຊ່ວງທີ່ຕົວອ່ອນຝັງໃນມົດລູກ ແມ່ໆບາງທ່ານອາດຈະມີເລືອດໄຫຼອອກທາງຊ່ອງຄອດ. ອາການນີ້ມັກເກີດຂຶ້ນໃນຫຼັງຈາກຕົວອ່ອນປະຕິສົນທິໄດ້ 11-12 ມື້ (ເວລາດຽວກັບທີ່ທ່ານເລີ່ມສັງເກດວ່າປະຈຳເດືອນເລີ່ມຂາດ). ເລືອດທີ່ໄຫຼອອກມາມັກຈະເປັນເລືອດຈາງສີແດງ ຫຼື ບົວ ແລະ ຈະຢຸດໄຫຼພາຍໃນ 1-2 ມື້. ຢ່າງໃດກໍຕາມ ຖ້າທ່ານຮູ້ວ່າຖືພາແລ້ວ ແລະ ພົບວ່າມີເລືອດໄຫຼອອກມາທາງຊ່ອງຄອດຮ່ວມກັບອາການເຈັບທ້ອງ ໃຫ້ຮີບໄປພົບແພດ ເພາະອາດຈະເປັນສັນຍານຂອງພາວະຖືພານອກໝົດລູກ.
7. ທ້ອງປຸ້ງຂຶ້ນ: ໜ້າທ້ອງແບນຂອງທ່ານກໍອາດປຸ້ງອອກມາໜ້ອຍໜຶ່ງ. ຮູ້ສຶກວ່ານຸ່ງໂສ້ງກໍ່ຈະຄັບໆແດ່ ນັ້ນເປັນເພາະມີແກສໃນກະເພາະຫຼາຍຂຶ້ນເທົ່ານັ້ນເອງ.
8. ປວດຍ່ຽວເລື້ອຍໆ: ເປັນເລື່ອງປົກກະຕິຂອງແມ່ທີ່ເລີ່ມຖືພາ ເພາະວ່າຮ່າງກາຍຈະຜະລິດເລືອດໄປລ້ຽງສ່ວນຕ່າງໆຫຼາຍຂຶ້ນ ເຮັດໃຫ້ໄຂ່ຫຼັງຂັບຂອງເສຍໃນຮູບແບບຂອງແຫຼວຫຼາຍຂຶ້ນຕາມໄປນຳ.
9. ມີອາການຖອກທ້ອງ: ເນື່ອງຈາກການບີບຕົວຂອງລໍາໄສ້ຫຼຸດລົງ ໝົດລູກອາດຈະທັບລຳໄສ້ໃຫຍ່. ການແກ້ໄຂອາການຖອກທ້ອງນີ້ ແມ່ນໃຫ້ພະຍາຍາມຮັບປະທານອາຫານທີ່ມີກາກໃຍຫຼາຍໆ ດື່ມນໍ້າຫຼາຍໆ ແລະ ອອກກຳລັງເບົາໆໃຫ້ເໝາະສົມ.
(ມັດ)
ຂໍຂອບໃຈ
ຂໍ້ມູນ : sanook.com , freestocks