ຂໍນຳສະເໜີ "ເທັກໂນໂລຊີຫຸ່ນຍົນນ້ອງໝາ" ສາມາດກວດເຊື້ອຈາກຜູ້ປ່ວຍ ໂດຍບໍ່ຕ້ອງເຖິງມືທ່ານໝໍ

ເມື່ອແພດໝໍມີຄວາມສ່ຽງສູງໃນການຕິດເຊື້ອ ດັ່ງນັ້ນ ໝາຫຸ່ນຍົນຈຶ່ງຖືກດັດແກ້ ສ້າງຂຶ້ນມາເພື່ອເປັນເຄື່ອງຊ່ວຍກວດຄົນເຈັບທີ່ຢູ່ໃນໄລຍະໄກ.
ອາດເວົ້າໄດ້ວ່າ: COVID-19 ຈະເຮັດໃຫ້ການພັດທະນາຫຸ່ນຍົນມາໄກໃນລະດັບນີ້ ເມື່ອຫລາຍສະຖານທີ່ກຳລັງເລີ່ມໃຊ້ຫຸ່ນຍົນເພື່ອເຮັດກິດຈະກຳຕ່າງໆ ເຊັ່ນມະຫາວິທະຍາໄລຍີ່ປຸ່ນ, ມີການໃຊ້ຫຸ່ນຍົນຮັບໃບປະກາດ ສະນີຍະບັດ, ດຽວນີ້ຢູ່ສະຫະລັດອາເມຣິກາ ເລີ່ມພັດທະນາຫຸ່ນຍົນ ເພື່ອໃຊ້ສຳລັບການນຳໃຊ້ທາງການແພດເຊັ່ນກັນ.
ບໍລິສັດຜະລິດຫຸ່ນຍົນ Boston Dynamics ໄດ້ດັດແປງຫຸ່ນຍົນນ້ອງໝາ (Spot Mini) ໃນໄລຍະວິກິດການປ້ອງກັນ COVID-19 ໂດຍໃຊ້ iPad ເພື່ອໃຫ້ແພດສາມາດເຂົ້າຫາຄົນເຈັບໄດ້ ໂດຍບໍ່ຕ້ອງຫ່ວງທີ່ຈະຕິດເຊື້ອ.
Spot Mini (ຫຸ່ນຍົນນ້ອງໝາ) ໄດ້ຖືກການທົດສອບວ່າເປັນເວທີທາງການແພດ (telemedicine platform) ທີ່ໂຮງໝໍ Brigham and Women's hospital ຂອງສະຫະລັດອາເມຣິກາ, ເຊິ່ງໄດ້ຕິດຕັ້ງ iPad ແລະ ວິທະຍຸສື່ສານສອງທາງ ເພື່ອໃຫ້ພະນັກງານໂຮງໝໍ ສາມາດສື່ສານກັບຄົນເຈັບທີ່ລໍຖ້າການປະເມີນກວດສຸຂະພາບໃນເບື້ອງຕົ້ນໄດ້.
ບໍລິສັດຄາດວ່າຫຸ່ນຍົນຈະຊ່ວຍຫຼຸດຜ່ອນຄວາມສ່ຽງທີ່ຈະຕິດເຊື້ອໄວຣັດໂຄວິດ-19 ໃຫ້ກັບໝໍ ແລະ ຜູ້ຊ່ຽວຊານດ້ານສຸຂະພາບ ແລະ ຊ່ວຍໂຮງໝໍປັດຈຸບັນ ເພື່ອປະຢັດອຸປະກອນປ້ອງກັນ (PPE) ອີກດ້ວຍ, ນອກນັ້ນຫຸ່ນຍົນນ້ອງໝາ ຍັງສາມາດໃຊ້ເປັນອຸປະກອນເຮັດຄວາມສະອາດໃນໂຮງໝໍໄດ້, ຖ້າຕິດຕັ້ງແສງ UV-C ຫລື ເຕັກໂນໂລຊີອື່ນໆ ໄວ້ຢູ່ດ້ານຫລັງ ຖືກນຳໃຊ້ເພື່ອກຳຈັດອະນຸພາກໄວຣັດ ແລະ ຂ້າເຊື້ອໃນພື້ນທີ່ເຊັ່ນ: ຕຶກໂຮງໝໍ ຫລື ສະຖານີລົດໄຟ.
ປັດຈຸບັນ Boston Dynamics ກຳລັງຊອກຫາວິທີຕ່າງໆເພື່ອເພີ່ມຄວາມສາມາດຂອງຫຸ່ນຍົນ, ໃນການວັດແທກຄຸນຄ່າທີ່ສຳຄັນເຊັ່ນ: ອຸນຫະພູມຮ່າງກາຍ ແລະການອີ່ມຕົວອົກຊີເຈນ.
ດ້ວຍລັກສະນະຂອງພະຍາດ COVID-19 ທີ່ສາມາດຕິດຕໍ່ຈາກຄົນໜຶ່ງຫາອີກຄົນໜຶ່ງ ໂດຍຜ່ານການຕິດຕໍ່ຢ່າງໃກ້ຊິດ ເຮັດໃຫ້ຫຼາຍຄົນກັງວົນກ່ຽວກັບເລື່ອງນັ້ນ ຈະສູນເສຍ ກຳລັງການແພດທີ່ເຮັດວຽກຢູ່ແຖວໜ້າ. ເພາະສະນັ້ນ, ຈຶ່ງໄດ້ ນຳສະເໜີ ເຕັກໂນໂລຊີເພື່ອຊ່ວຍໃຫ້ແພດໝໍປອດໄພ ບໍ່ວ່າຈະເປັນຕູ້ກວດຄວາມດັນໃນທາງລົບ ຫລື ຫຸ່ນຍົນກວດຄົນເຈັບ ເພື່ອຫລີກຫຼ່ຽງການສຳຜັດຢ່າງໃກ້ຊິດໃຫ້ໄດ້ຫຼາຍທີ່ສຸດ.