ເຈົ້າໜີ້ທັງຫຼາຍຄວນອ່ານ ຮູ້ ຫຼື ບໍ່ ວິທີທວງເງິນແບບໃດບໍ່ໃຫ້ເສຍມິດຕະພາບ?

ບໍ່ມີເງິນ ເງິນບໍ່ພໍ ກະເປົ໋າບາງ ເຮັດແນວໃດດີ? ແນ່ນອນວ່າຕ້ອງແກ້ບັນຫານີ້ດ້ວຍການຢືມ ແລະ ບຸກຄົນທີ່ຫຼາຍຄົນເລືອກທີ່ຈະໄປຂໍຢືມເງິນຄົງຈະໜີບໍ່ພົ້ນໝູ່ນັ້ນເອງ, ດ້ວຍຄວາມສະໜິດສະໜົມຮັກແພງ ຫຼື ຜ່ານຮ້ອນຜ່ານໜາວມານໍາກັນ. ສະນັ້ນ, ເມື່ອກ່າວເຖິງເລື່ອງເງິນຄໍາ ຄົນທຳອິດທີເຮົາຈະນຶກເຖິງກໍຄືໝູ່ນັ້ນເອງ, ແຕ່ວ່າຖ້າຢືມກັນແລ້ວບໍ່ສົ່ງຄືນຈັກເທື່ອຄວນຈະຕ້ອງມີວິທີຮັບມື ແລະ ຈັດການກັບພວກເຂົາເຫຼົ່ານັ້ນແນວໃດນໍ້? ເຊິ່ງມື້ນີ້ໄດ້ນໍາເອົາວິທີທວງໜີ້ແບບໃດ ເພື່ອບໍ່ໃຫ້ເສຍມິດຕະພາບ.
- ທວງແບບປົກກະຕິ ເຂົາເຈົ້າອາດຈະລືມ
ບັນຫາການຫຼົງໆລືມໆຖືວ່າເປັນເລື່ອງທີ່ຫຼາຍໆຄົນເປັນຕະຫຼອດ, ເຮົາອາດຈະເຕືອນຄວາມຈຳພວກເຂົາເລັກນ້ອຍດ້ວຍບົດສົນທະນາກ່ຽວກັບເງິນໆຄຳໆ ແຕ່ບໍ່ຕ້ອງກ່າວເຖິງເລື່ອງເງິນທີ່ຖືກຢືມໄປເດີ້ ເພາະອາດຈະເປັນການເຕືອນສະຕິຊື່ໆ ພຽງເລັກນ້ອຍໃຫ້ເຂົາເຈົ້າໄດ້ຄິດ, ຖ້າເຂົາເຈົ້າຄິດຂຶ້ນມາກໍດີໄປ ຖ້າວ່າເຂົາເຈົ້າຈື່ບໍ່ໄດ້ ກໍລອງໃຊ້ຄຳເວົ້າປະມານວ່າ "ຄື....ເງິນທີ່ຢືມໄປມື້ກ່ອນຫັ້ນນະ’’ ພຽງແຕ່ເວົ້າປະໂຫຍກນີ້ອອກມາຮັບຮອງເລີຍວ່າເຂົາເຈົ້າຈະຕ້ອງຈື່ໄດ້ຢ່າງແນ່ນອນ!
- ໃຫ້ຄົນໃກ້ຊິດເຂົາເຈົ້າຊ່ວຍເຕືອນ
ລອງໃຫ້ໝູ່ອີກຄົນໜຶ່ງທີ່ສະໜິດກັບຄົນທີ່ຢືມເງິນເຮົາໄປ ດ້ວຍການຫ້າມໃຊ້ບົດສົນທະນາທີ່ກ່ຽວຂ້ອງກັບຕົວເຮົາເດັດຂາດເພາະອາດຈະເຮັດໃຫ້ເສຍມິດຕະພາບ ລອງໃຫ້ຕົວກາງຖາມເຂົາເຈົ້າແບບອ້ອມໆວ່າ ໄລຍະນີ້ມີບັນຫາເລື່ອງເງິນບໍ່?
- ສະແດງລະຄອນໃຫ້ເກັ່ງ
ໃນເມື່ອເຮົາທວງດີໆແລ້ວເຂົາເຈົ້າບໍ່ຍອມໃຫ້ຈັກເທື່ອ ເຮົາກໍຕ້ອງສວມບົດບາດເປັນນັກສະແດງແດ່ ໂດຍອາດຈະອ້າງວ່າ: ຈະເອົາເງິນໄປໂຮງໝໍເພື່ອປິ່ນປົວຕົນເອງ, ສົ່ງເງິນໃຫ້ພໍ່ແມ່, ເອົາເງິນໄປໃຊ້ໜີ້ ໆລໆ ແລະຕ້ອງຈື່ໄວ້ສະເໝີວ່າຕ້ອງເຮັດໃຫ້ສົມບົດບາດທີ່ສຸດເພື່ອບໍ່ໃຫ້ເຂົາເຈົ້າຈັບໄດ້ ຫຼື ບາງຄັ້ງໃນເວລາທີ່ໄປກິນເຂົ້ານໍາກັນກໍອາດຈະໃຊ້ແຜນໃຫ້ເຂົາເຈົ້າຈ່າຍໃຫ້ເຮົາແລ້ວບອກວ່າ ‘’ຈ່າຍໃຫ້ແນ່ເດີ້ ຈະໄດ້ຫັກກັບເງິນທີ່ຢືມໄປເລີຍ’’ ຄວນເລືອກລາຄາຮ້ານອາຫານທີ່ໃກ້ຄຽງກັບເງິນທີ່ຖືກຢືມໄປ ເພາະວ່າວິທີນີ້ເປັນວິທີທີ່ສາມາດຮັກສາຄວາມສຳພັນ ແລະ ບໍ່ເຮັດໃຫ້ເຂົາເຈົ້າຮູ້ສຶກບໍ່ດີທີ່ຖືກຖາມທວງເງິນອີກດ້ວຍ.
- ລາຊາເງິນຜ່ອນ
ຖ້າໝູ່ບໍ່ສາມາດຫາເງິນມາຄືນໃຫ້ໄດ້ໝົດພາຍໃນໜຶ່ງເດືອນ,ລອງໃຫ້ເຂົາເຈົ້າຜ່ອນຈ່າຍໃຫ້ຕາມກຳລັງຂອງເຂົາເຈົ້າ ຕາມໄລຍະເວລາທີ່ເໝາະສົມ ຫຼື ຕົກລົງກັນໄວ້ເພື່ອເປັນການໃຫ້ໂອກາດ (ດີກວ່າບໍ່ໄດ້ຄືນ)
- ຕັດບັນຫາໂດຍການທີ່ບໍ່ໃຫ້ໃຜຢືມເລີຍ
ເງິນຄືຕົວທຳລາຍມິດຕະພາບຢ່າງທີ່ຫຼາຍໆຄົນບອກ ຖ້າຢາກຮັກສາມິດຕະພາບເອົາໄວ້ ກໍຢ່າດຶງເອົາເລື່ອງເງິນເຂົ້າມາໃນວົງສົນທະນາເດັດຂາດ ເພາະອາດຈະເປັນເສັ້ນທາງນໍາໄປສູ່ການຂໍຢືມເງິນກໍເປັນໄດ້.
ຂໍຂອບໃຈ
ຂໍ້ມູນ : sanook