ຕຳຫຼວດອິນເດຍແຕ່ງໂຕເປັນ "ຍົມມະບານ" ເລາະເຕືອນປະຊາຊົນໃຫ້ຢູ່ແຕ່ໃນເຮືອນ ໄລຍະພະຍາດລະບາດ

ຕຳຫຼວດອິນເດຍເກີດໄອເດຍ "ແຕ່ງໂຕເປັນຍົມມະບານ" ເລາະເມືອງສ້າງຄວາມຕື່ນໂຕໃຫ້ປະຊາຊົນໃນການປ້ອງກັນໂຕເອງຈາກພະຍາດໂຄວິດ-19 ເຊິ່ງນີ້ເປັນໜຶ່ງໃນຄວາມພະຍາຍາມໃນການຕໍ່ສູ້ຕ້ານກັບການແພ່ລະບາດຂອງພະຍາດດັ່ງກ່າວ.
ວິດີໂອຂອງກຸ່ມຕຳຫຼວດອິນເດຍທີ່ແຕ່ງໂຕເປັນ ຍົມມະບານ (ພະຍາຍົມ ກໍວ່າ) ຫຼື "ຢາມາ" ເທບແຫ່ງຄວາມຕາຍຕາມຄວາມເຊື່ອຂອງຊາວຮິນດູ ຖືກເຜີຍແຜ່ຈົນກາຍເປັນກະແສໃນໂລກອອນລາຍ. ເຫດການດັ່ງກ່າວນີ້ເກີດຂຶ້ນໃນເມືອງ ຄາຄາຣີ ທາງພາກເໜືອຂອງອິນເດຍ ເມື່ອວັນທີ 7 ເມສາ 2020 ເຊິ່ງຢູ່ໃນໄລຍະປິດເມືອງທົ່ວປະເທດເປັນເວລາ 21 ວັນ ເພື່ອຕ້ານການລະບາດຂອງໂຄວິດ-19.
ຕຳຫຼວດທີ່ແຕ່ງໂຕເປັນຍົມມະບານ ໄດ້ເລາະໄປຕາມຖະໜົນຫົນທາງ ພ້ອມທັງປະກາດຜ່ານໂທລະໂຂ່ງ ໃຫ້ປະຊາຊົນຢູ່ແຕ່ໃນເຮືອນ.
ນີ້ບໍ່ແມ່ນຄັ້ງທຳອິດທີ່ຕຳຫຼວດອິນເດຍໃຊ້ວິທີການສ້າງຄວາມຕື່ນໂຕໃຫ້ແກ່ປະຊາຊົນດ້ວຍວິທີການທີ່ແປກ, ເພາະກ່ອນໜ້ານີ້ກໍເຄີຍໃຊ້ໄມ້ກະບອງ "ຟາດ" ຜູ້ທີ່ຝ່າຝືນກົດຫ້າມອອກຈາກເຮືອນ ແລະ ແຕ່ງໂຕເປັນໄວຣັດໂຄໂຣນາ ເພື່ອຫ້າມບໍ່ໃຫ້ປະຊາຊົນອອກຈາກເຮືອນ.
ຂໍຂອບໃຈ
ຂໍ້ມູນ : Newsflare , Brandinside , MSN