ທ່ານຮູ້ແລ້ວຫຼືຍັງ? 6 ອາຊີບສ່ຽງ ທີ່ອາດຈະຕິດ ໂຄວິດ-19 ຫຼາຍກວ່າອາຊີບອື່ນ (ປ້ອງກັນດີກວ່າແກ້)

ໄວຣັດໂຄໂຣນາທີ່ເຮັດໃຫ້ເກີດໂລກໂຄວິດ-19 ຈະພົບວ່າມີປະລິມານຫຼາຍໃນທາງເດີນຫາຍໃຈຂອງຜູ້ປ່ວຍທີ່ມີອາການ ແລະ ຈຳນວນໜຶ່ງຈະບໍ່ມີອາການ ຈຶ່ງເຮັດໃຫ້ບໍ່ສາມາດຫາຜູ້ສຳຜັດໂລກນີ້ໄດ້ໃນບາງຄົນ ດັ່ງນັ້ນ ກຸ່ມອາຊີບບາງກຸ່ມຈຶ່ງຕ້ອງມີການປ້ອງກັນໂຕເອງ ຫຼື ລະມັດລະວັງເປັນພິເສດ ໂດຍສະເພາະອາຊີບທີ່ຕ້ອງສຳຜັດກັບບຸກຄົນຈຳນວນຫຼາຍ
6 ກຸ່ມອາຊີບສ່ຽງ "ໂຄວິດ-19" ຄວນປ້ອງກັນໂຕເອງໃຫ້ຫຼາຍເປັນພິເສດ
1. ບຸກຄະລາກອນທາງການແພດທັງໝົດ ເພາະຈະໄດ້ໃກ້ຊິດກັບຜູ້ປ່ວຍໂດຍຕົງ ຫຼື ໂດຍອ້ອມ ທີ່ມີບາງຄົນຕິດໂລກ ແລະ ບໍ່ມີອາການ ແຕ່ອາດຈະແຜ່ເຊື້ອໄດ້ ຈຶ່ງຕ້ອງມີມາດຕະການໃນການປ້ອງກັນໂຕເອງໃນແຕ່ລະລະດັບການສຳຜັດໂລກ.
2. ຜູ້ທີ່ຢູ່ໃກ້ຊິດດູແລບໍລິການບຸກຄົນ ຜູ້ປ່ວຍຫຼືສຳຜັດຜູ້ປ່ວຍ ລວມທັງຜູ້ທີ່ເຮັດໜ້າທີ່ບໍລິການ ເຊັ່ນ: ນວດ, ຕັດຜົມ ແລະ ເສີມສວຍ.
3. ອາຊີບທີ່ເຮັດວຽກໃນສະຖານທີ່ປິດ ເຊັ່ນ ສະຖານບັນເທີງ ສະໜາມມວຍ ສະໜາມກິລາທີ່ເປັນແບບປິດ.
4. ອາຊີບທີ່ຕ້ອງໃກ້ຊິດກັບຄົນຈຳນວນຫຼາຍ ໄດ້ແກ່ ປະຊາສຳພັນ ພະນັກງານຕ້ອນຮັບເທິງຍົນ, ຄົນຂັບລົດໂດຍສານ, ພະນັກງານທີ່ຕ້ອງພົວພັນຕິດຕໍ່ກັບຄົນຈຳນວນຫຼາຍ ລວມເຖິງຕຳຫຼວດ ສະຖານທີ່ຕັ້ງດ່ານ.
5. ແມ່ບ້ານທຳຄວາມສະອາດ ເຊັດຖູ ສະຖານທີ່ຕ່າງໆ ແລະ ຄົນເກັບຂີ້ເຫຍື້ອ.
6. ຜູ້ທີ່ສຳຜັດກັບຄົນຕ່າງຊາດ ຫຼື ຕ້ອງເຮັດວຽກສຳຜັດກັບຄົນຕ່າງຊາດທີ່ຫາກໍເດີນທາງເຂົ້າມາລາວ.
ທັງນີ້ ທຸກຄົນຄວນພະຍາຍາມຮັກສາເວັ້ນໄລຍະຫ່າງຢູ່ຕະຫຼອດ ແຕ່ບາງຄົນ ບາງອາຊີບ ກໍອາດຈະບໍ່ສາມາດເຮັດໄດ້ ດັ່ງນັ້ນບຸກຄົນດັ່ງກ່າວ ຄວນມີມາດຕະການປ້ອງກັນໂຕເອງຢ່າງເຄັ່ງຄັດ ໃສ່ໜ້າກາກອະນາໄມ, ລ້າງມືໃຫ້ສະອາດ, ໃຊ້ແອວກໍຮໍ ບໍ່ຈັບບາຍໃບໜ້າ ຖ້າຍັງບໍ່ໄດ້ລ້າງມື ໃຫ້ຄິດຕະຫຼອດວ່າເຮົາເປັນກຸ່ມສ່ຽງ ທີ່ຈະຕິດໂລກໄດ້ງ່າຍ.