ຈຸດຈົບສາຍລະເມີດ! ເຈົ້າໜ້າທີ່ເມືອງສິງກວາດລ້າງວົງລັກຊຸມແຊວຈຳນວນ 41 ຄົນ

ວິທະຍຸກະຈາຍສຽງເມືອງສິງ ແຂວງຫຼວງນໍ້າທາ ລາຍງານເມື່ອວັນທີ 16 ເມສາ 2020 ວ່າ ເມືອງສິງ ລົງແກ້ໄຂພາກສ່ວນທີ່ລະເມີດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ໄລຍະບຸນປີໃໝ່ລາວ.
ຕອນບ່າຍຂອງວັນທີ 15 ເມສາ 2020 ປກສ ເມືອງສິງ ໄດ້ລົງແກ້ໄຂພາກສ່ວນທີ່ລະເມີດ ແລະ ບໍ່ປະຕິບັດຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ແລະ ຕາມການຊີ້ນຳຂອງຄະນະປະຈຳພັກເມືອງໆສິງ ສະນັ້ນກອງບັນຊາ ການ ປກສ ເມືອງສິງ ຈຶ່ງໄດ້ແຕ່ງຕັ້ງອ້າຍນ້ອງລົງໄປກວດກາສະຖານທີ່ຕາມສວນນ້ຳຢ່າ ຈຸດທີມີຄົນໄປຫຼິ້ນກິນ ດື່ມ ສິ່ງມຶນເມົາ ເຫຼົ້າ, ເບຍ ຊຸມແຊວກັນ ນຳພາໂດຍສະຫາຍ ພັນຕີ ແອ໋ສະຫວັນ ທິບພະຍອດແກ້ວ ຮອງພະແນກ ສັນ ຕິບານ ປກສ ເມືອງສິງ ພ້ອມດ້ວຍຄະນະ.
ຜ່ານການລົງກວດກາຕົວຈິງພົບເຫັນຜູ້ທີ່ລະເມີດຊຸມແຊວດື່ມ ເຫຼົ້າ, ເບຍ ທັງ ໝົດ 01 ຈຸດ, ມີ 03 ວົງ ຢູ່ຫ່າງກັນປະມານ 50 ແມັດ ເທິງບ້ານ ສົບອິໃໝ່ ລວມທັງໝົດມີ 41 ຄົນ, ຍິງ 17 ຄົນ, ໃນນີ້ຢູ່ບ້ານ ສົບອິໃໝ່ ມີ 20 ຄົນ, ຍິງ 08 ຄົນ, ບ້ານ ຊຽງຍືນ 19 ຄົນ, ຍິງ 08 ຄົນ ແລະ ບ້ານ ຫົວຂົວ 02 ຄົນ, ຍິງ 01 ຄົນ.
ດັ່ງນັ້ນທາງເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ທີ່ລະເມີດທັງໝົດ ມາກອງບັນຊາການ ປກສ ເມືອງສິງ ເພື່ອອະທິບາຍຄຳສັ່ງ, ແຈ້ງການ ແລະ ລະບຽບການຕ່າງໆ ໃນໄລຍະບຸນປີໃໝ່ລາວເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ບໍ່ໃຫ້ລະເມີດອີກໃນຄັ້ງຕໍ່ໄປ ແລະ ຜູ້ທີ່ໄດ້ລະເມີດໃນຄັ້ງນີ້ທາງເຈົ້າໜ້າທີ່ໄດ້ປະສານສົມທົບກັບຫ້ອງການສາທາລະນະສຸກເມືອງ ມາກວດກາອຸນຫະພູມ ພົບວ່າມີ 02 ຄົນມີອຸນຫະພູມສູງກ່ວາ 38 ອົງສາ.
ສະນັ້ນທາງເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ ສ້າງບົດບັນ ທຶກສຶກສາອົມຮົມກ່າວເຕືອນຜູ້ທີ່ລະເມີດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ຈຳນວນ 41 ຄົນ, ຍິງ 17 ຄົນ ແລະ ໄດ້ມອບໃຫ້ທາງອົງການຈັດຕັ້ງບ້ານແຕ່ລະບ້ານ ຮັບເອົາລູກບ້ານຂອງຕົນເອງເພື່ອໄປກັກກັນເຂົ້າສູນ ຂອງແຕ່ລະບ້ານ ແລະ ຕິດຕາມອາການເຊື້ອພະຍາດ ໂຄວິດ 19 ເປັນເວລາ 14 ວັນ.
ຂໍຂອບໃຈ