ໃນວິກິດພະຍາດລະບາດ "ຜູ້ບໍລິຫານແອມະຊອນ" ຮັ່ງມີເພີ່ມຂຶ້ນອີກ 6.4 ຕື້ໂດລາສະຫະລັດ

'ເຈຟ ເບໂຊສ' ຜູ້ຖືຮຸ້ນແອມະຊອນ 11.2% ມີເງີນເພີ່ມຂຶ້ນປະມານ 5% ເຊັ່ນດຽວກັບອະດີດພັນລະຍາ ຜົນຈາກຫຼັກຈາກການທີ່ປະຊາຊົນອອກຈາກເຮືອນບໍ່ໄດ້.
ຮຸ້ນຂອງ ‘ແອມະຊອນ’ ບໍລິສັດຄ້າຍ່ອຍອອນລາຍລາຍໃຫຍ່ຂອງໂລກທີ່ມີ ‘ເຈຟ ເບໂຊສ’ ນັ່ງເປັນຊີອີໂອທະຍານຂຶ້ນຢ່າງຕໍ່ເນື່ອງຈາກຜົນຄວາມຕ້ອງການສັ່ງຊື້ສິນຄ້າອອນລາຍຂອງປະຊາຊົນທົ່ວໂລກທີ່ຢູ່ພາຍໃຕ້ມາດຕະການລັອກດາວ.
ໃນເວລາປິດຕະຫຼາດວັນທີ 14 ເມສາ ທີ່ຜ່ານມາ ຮຸ້ນຂຶ້ນໄປປິດລາຄາສູງສຸດທີ່ 2,283.32 ໂດລາສະຫະລັດ/ຮຸ້ນ ຫຼື ເປັນການປັບເພີ່ມຂຶ້ນປະມານ 5% ຈາກລາຄາປິດຕະຫຼາດໃນມື້ກ່ອນໜ້າ ໂດຍກ່ອນໜ້ານີ້ຮຸ້ນຂອງແອມະຊອນເຄີຍພຸ່ງຂຶ້ນໄປເຖິງຈຸດສູງສຸດເປັນປະຫວັດຕິການໃນເດືອນກຸມພາທີ່ຜ່ານມາ ໂດຍຕອນນັ້ນມີລາຄາຢູ່ທີ່ 2,170.22 ໂດລາສະຫະລັດ/ຮຸ້ນ.
ດ້ວຍການປັບຕົວຫຼ້າສຸດ ສົ່ງຜົນໃຫ້ມູນຄ່າຫຼັກຊັບຂອງບໍລິສັດຕາມລາຄາຕະຫຼາດ (Market Captalization) ທະລຸ 1,100 ຕື້ໂດລາສະຫະລັດໄປແລ້ວ ລວມທັງຊີອີໂອຢ່າງ ເບໂຊສ ເອງກໍມີມູນຄ່າຊັບສິນເພື່ມຂຶ້ນປະມານ 5% ດ້ວຍເຊັ່ນດຽວກັນ ຊຶ່ງຕາມຂໍ້ມູນຈາກວາລະສານຟອບສ໌ຄິດເປັນເມັດເງິນປະມານ 6.4 ຕື້ໂດລາສະຫະລັດ.
ປັດຈຸບັນນີ້ ເບໂຊສ ຖືຮຸ້ນປະມານ 11.2% ໃນບໍລິສັດແອມະຊອນ ແລະ ຍັງຄົງຢືນຕຳແໜ່ງບຸກຄົນທີ່ຮັ່ງມີທີ່ສຸດໃນໂລກຢ່າງຕໍ່ເນື່ອງ ຕາມຂໍ້ມູນ ໃນ ວັນທີ 14 ເມສາ ໂດຍ ເບໂຊສ ມີມູນຄ່າຊັບສິນທັງໝົດ 138 ຕື້ໂດລາສະຫະລັດ.
ຂະນະທີ່ອະດີດພັນລະຍາຢ່າງ ‘ແມັກເຄນຊີ ເບໂຊສ’ ຜູ້ຖືຮຸ້ນບໍລິສັດແອມະຊອນປະມານ 4% ກໍມີມູນຄ່າສິນຊັບເພີ່ມຂຶ້ນປະມານ 2.2 ຕື້ໂດລາສະຫະລັດເຊັ່ນດຽວກັນ ສົ່ງຜົນໃຫ້ມູນຄ່າຊັບສິນທັງໝົດຂອງນາງເພີ່ມຂຶ້ນເປັນ 44.8 ຕື້ໂດລາສະຫະລັດ.
ແອມະຊອນ ບໍລິສັດທີ່ມີມູນຄ່າທາງຕະຫຼາດໃຫຍ່ທີ່ສຸດເປັນອັນດັບ 2 ຂອງໂລກ ຮອງຈາກໄມໂຄຣຊອບ ໄດ້ຮັບອານິສົງຢ່າງສູງຈາກການທີ່ປະຊາຊົນບໍ່ສາມາດອອກຈາກເຮືອນໄດ້ຢ່າງປົກກະຕິອັນເນື່ອງມາຈາກມາດຕະການຕ່າງໆ ທີ່ລັດຖະບານໃນຫຼາຍປະເທດອອກມາເພື່ອຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຈົນເຮັດໃຫ້ບໍລິສັດຕ້ອງຈ້າງພະນັກງານເພີ່ມອີກເຖິງ 175,000 ຕຳແໜ່ງເພື່ອໃຫ້ທຸລະກິດດຳເນີນໄປຢ່າງບໍ່ສະດຸດ.
ຢ່າງໃດກໍຕາມ ແອມະຊອນກໍຍັງຕ້ອງປະເຊີນໜ້າກັບບັນຫາການປະທ້ວງຂອງແຮງງານໃນຄັງສິນຄ້າວ່າສະພາບການເຮັດວຽກງານບໍ່ເອື້ອອຳນວຍເທົ່າທີ່ຄວນ ທັງຍັງຮຽກຮ້ອງໃຫ້ມີການປ້ອງກັນການແພ່ລະບາດໃນຄັງສິນຄ້າໃຫ້ຫຼາຍກວ່ານີ້ ຊຶ່ງຫຼ້າສຸດແອມະຊອນອອກມາປະກາດໄລ່ພະນັກງານກຸ່ມໜຶ່ງທີ່ລວມຕົວກັນປະທ້ວງອອກແລ້ວພ້ອມໃຫ້ເຫດຜົນວ່າພະນັກງານລະເມີດກົດການຫ້າມລວມຕົວກັນຂອງບໍລິສັດ.