ຄູ່ຮັກ ນຸນີ່-ອັອຟ ພາກັນສົງນໍ້າພະຢູ່ເຮືອນ ແລະ ອວຍພອນໄຊທຸກຄົນໃນບຸນປີໃໝ່ 2020

ທັງນີ້ ບຸນປີໃໝ່ລາວໃນປີນີ້ ແມ່ນກົງກັບວັນທີ 13 ຫາ 16 ເມສາ 2020 ເຊິ່ງຍັງຢູ່ໃນໄລຍະຫ້າມອອກຈາກເຮືອນ ແລະ ຢຸດໂຈະກິດຈະກຳຕ່າງໆ ບໍ່ໃຫ້ໂຮມຊຸມນຸມ, ເນື່ອງຈາກການລະບາດຂອງໂຄວິດ-19 ຫຼາຍຄົນກໍໄດ້ເອົາໃຈໃສ່ ແລະ ປະຕິບັດຕາມຄຳສັ່ງຢ່າງເຂັ້ມງວດ, ສຳລັບ ບຸນປີໃໝ່ລາວ ແມ່ນປະເພນີລາວອັນດີງາມ ແລະ ປວງຊົນລາວກໍຍັງສືບສານປະເພນີບຸນປີໃໝ່ ໃນການສົງພະຢູ່ເຮືອນ ເຊິ່ງນີ້ກໍເປັນກິດຈະກຳໜຶ່ງທີ່ຊ່ວຍສ້າງສີສັນວັນປີໃໝ່ໃນຍຸກ Covid-19 ນີ້ບໍ່ໃຫ້ໜ້າເບື່ອ.
ເຊັ່ນດຽວກັນກັບ ນຸນີ່ ແລະ ໜຸ່ມອັອຟ ທັງສອງເປັນຄູ່ຮັກທີ່ໂດ່ງດັງຫຼາຍ ບໍ່ວ່າຈະທັງໃນປະເທດລາວ ແລະ ໄທ, ຫຼາຍຄົນຄົງຮູ້ຈັກ ແລະ ຄຸ້ນໜ້າກັບ 2 ຄົນນີ້ຈາກລາຍການ Take Me Out Thailand, ທັງສອງໄດ້ສົງນໍ້າພະຢູ່ເຮືອນ, ຖືໄດ້ວ່າເປັນຄູ່ຮັກ ຄູ່ສ້າງ ຄູ່ສົມ ທີ່ພາກັນເຮັດແຕ່ສິ່ງທີ່ດີໆ, ພ້ອມນີ້ ນຸນີ່ຍັງໄດ້ໂພສຮູບພາບການສົງພະ ຜ່ານເຟສບຸກ ແລະ ໄອຈີສ່ວນຕົວ ແລະ ໄດ້ໂພສຂໍ້ຄວາມທີ່ມີເນື້ອໃນວ່າ: "ສົງນໍ້າພະປີໃຫມ່ຟ້າໃຫມ່ 2020 ຂໍໃຫ້ລູກຫລານ ພ້ອມດ້ວຍຄອບຄົວ ຍາດຕິພີ່ນ້ອງ ແລະ ທຸກໆຄົນ ສຸຂະພາບແຂງແຮງ ຢູ່ດີມີແຮງ ໃຫ້ໂຊກໃຫ້ຫມານ ລໍ້າລວຍ ໃຫ້ມີແຕ່ຄວາມສຸກ ຄວາມຈະເລີນ ປາສະຈາກໂລກໄພໄຂ້ເຈັບ ແລະ ພອນໃດອັນປະເສີດຂໍໃຫ້ເກີດແດ່ທຸກໆຄົນນຳເດີ້ ສາທຸ #SafeAtHome"
ພວກເຮົາຂໍອວຍພອນໃຫ້ນຸນີ່, ອັອຟ ພ້ອມກັບທຸກຄົນໃຫ້ມີຄວາມສຸກ ແລະ ປອດໄພຫ່າງໄກຈາກໂຄວິດ-19.