ລັດຖະບານລາວ ຍ້ອງຍໍທີມແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ພາຍຫຼັງສໍາເລັດພາລະກິດ

ໃນຕອນແລງວັນທີ 10 ເມສາ 2020, ກະຊວງສາທາລະນະສຸກ ໄດ້ມອບໃບຍ້ອງຍໍໃຫ້ແກ່ ທີມແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຈຳນວນ 12 ຄົນ ເພື່ອສະແດງຄວາມຂອບໃຈ, ຍ້ອງຍໍສັນລະເສີນ ແລະ ຮູ້ບຸນຄຸນຢ່່າງສູງ ທີ່ຄະນະດັ່ງກ່າວ ໄດ້ເຂົ້າມາຊ່ວຍເຫລືອ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອໄວຣັດໂຄວິດ-19 ໃຫ້ກຽດມອບໂດຍ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19, ທ່ານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ກໍໄດ້ຕາງໜ້າໃຫ້ລັດຖະບານ, ແພດໝໍ ແລະ ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຊົມເຊີຍ ແລະ ຂອບໃຈເປັນຢ່າງສູງມາຍັງ ລັດຖະບານ ສປ ຈີນ ກໍຄື ຄະນະດັ່ງກ່າວ ທີ່ໄດ້ໃຫ້ການປຶກສາ, ແນະນຳ ແລະ ນຳພາ ຄະນະແພດຂອງ ສປປ ລາວ ນັບທັງຢູ່ສູນກາງ ແລະ ບັນດາແຂວງ ໃນການປ້ອງກັນ, ຄວບຄຸມການລະບາດ ລວມໄປເຖິງການຄຸ້ມຄອງກໍລະນີຜູ້ສົງໄສ ແລະ ການປິ່ນປົວຄົນເຈັບທີ່ ຕິດເຊື້ອໄວຣັດໂຄວິດ-19 ຢ່າງມີຄວາມຮັບຜິດຊອບ, ມີຄວາມຕັ້ງໃຈ ແລະ ເຮັດວຽກເຕັມກຳລັງ ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ເຮັດວຽກທັງເວັນທັງຄືນ ເພື່ອຊ່ວຍເຫລືອຄະນະແພດຂອງລາວ ກໍຄືປະຊາຊົນລາວ ດ້ວຍນ້ຳໃຈມິດຕະພາບ, ຄວາມຮັກແພງ ແລະ ຄູ່ຮ່ວມຊະຕາກຳດຽວກັນ ຕາມທິດຊີ້ນຳຂອງການນຳສອງປະເທດ. ພ້ອມດຽວກັນນັ້ນ ກໍໄດ້ຕີລາສູງຕໍ່ການຊ່ວຍເຫລືອຄັ້ງນີ້ ເຊິ່ງແມ່ນມີຄຸນຄ່າ ແລະ ປະໂຫຍດຫລາຍ ເພາະໄດ້ຊ່ວຍໃຫ້ມີການປັບປຸງ, ຍົກລະດັບມາດຕະການ ແລະ ມາດຕະຖານ ໃນການປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດ, ລວມໄປເຖິງວິທີການຄຸ້ມຄອງ ກໍລະນີຜູ້ສົງໄສ ແລະ ການປິ່ນປົວຄົນເຈັບທີ່ຕິດເຊື້ອໄວຣັດໂຄວິດ-19.