ຕິດຕັ້ງເຄື່ອງກວດວິເຄາະຫາເຊື້ອ COVID-19 ທີ່ໂຮງໝໍແຂວງຈຳປາສັກ ພ້ອມຮັບຕົວຢ່າງຈາກ 4 ແຂວງພາກໃຕ້

ໂຮງໝໍແຂວງຈຳປາສັກ ຮ່ວມກັບຊ່ຽວຊານທີ່ມາຈາກ ສປ ຈີນ ຊ່ຽວຊານມາຈາກສູນກາງ ກະຊວງສາທານະລະສຸກ ແລະ ຊ່ຽວຊານອົງການອະນາໄມໂລກ ໃດ້ທຳການຕິດຕັ້ງປະກອບເຄື່ອງກວດ Polymerase Chain Reaction (PCR) R (real-time) ເຄື່ອງກວດຊອກຫາເຊື້ອອັກເສບປອດ COVID-19 ເຄື່ອງໃຫຍ່ ທີ່ສາມາດກວດໃດ້ເຖິງ 92 ຕົວຢ່າງ.
ເຄື່ອງດັງກ່າວນີ້ສາມາດອ່ານຜົນໄດ້ໃນເວລາພຽງ 120 ນາທີ ຈະສາມາດຮອງຮັບຕົວຍ່າງທີ່ສົ່ງມາຈາກ 4 ແຂວງພາກໃຕ້ (ຈຳປາສັກ, ອັດຕະປື, ເຊກອງ ແລະ ສາລະວັນ) ໄດ້ ເຊິ່ງມັນຈະສາມາດກວດຈຳນວນຫຼາຍ ແລະ ສະດວກໃນການສົ່ງຕົວຢ່າງ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມ ວຽງຈັນໃໝ່
ພາບ : ໜັງສືພິມ ວຽງຈັນໃໝ່