ອອກກຳລັງກາຍແນວໃດ ໃຫ້ປອດໄພ ແລະ ບໍ່ຕິດເຊື້ອໄວຣັດ ໃນວິກິດໂຄວິດ-19 ?

ກົມອະນາໄມ ກະຊວງສາທາລະນະສຸກ ໃຫ້ຄຳແນະນຳ ສຳລັບຄົນທີ່ຢູ່ເຮືອນອອກກຳລັງກາຍເພື່ອເສີມສ້າງພູມຕ້ານທານ ຄວນເລືອກປະເພດທີ່ບໍ່ມີຄວາມສ່ຽງຕໍ່ເຊື້ອໄວຣັດໂຄໂຣນາ 2019 ຫຼື ໂຄວິດ-19 (COVID-19) ທ່ານແພດ "ບັນຊາ ຄ້າຂອງ" ຮອງຜູ້ອໍານວຍການໃຫຍ່ຂອງພະແນກສາທາລະນະສຸກ ເປີດເຜີຍວ່າໃນໄລຍະການລະບາດຂອງພະຍາດ Covid-19, ປະຊາຊົນຄວນເລືອກອອກກຳລັງກາຍທີ່ບໍ່ສ່ຽງຕໍ່ການຕິດເຊື້ອ.
ດ້ວຍຄຳແນະນຳຕໍ່ໄປນີ້: ສຳລັບການອອກກຳລັງກາຍຢູ່ເຮືອນ ຄວນເນັ້ນໜັກ ໃຫ້ເໝາະສົມກັບຜູ້ອອກກຳລັງກາຍ ອຸປະກອນອອກກຳລັງກາຍ, ສະຖານທີ່. ຖ້າບໍ່ມີອຸປະກອນຫລືພື້ນທີ່ ອາດເລືອກປະເພດການອອກກຳ ລັງກາຍທີ່ບໍ່ຈຳເປັນຕ້ອງມີອຸປະກອນຈຳນວນຫຼາຍເຊັ່ນ: ການເດີນຍ່າງອ້ອມເຮືອນ, ໂດດເຊືອກ, ເຕັ້ນ Aerobic, ໂຍຄະ, ອອກກຳລັງກາຍເພື່ອຄວາມແຂງແຮງ ແບບ Body Weight ຫຼື ເລືອກຍົກຂວດນໍ້າແທນ, ອາດເຮັດວຽກເຮືອນ, ເປີດຄລິບອອກກຳລັງກາຍ online ເບິ່ງເປັນຕົວຢ່າງ.
ການອອກກຳລັງກາຍທຸກໆຄັ້ງເພື່ອບັນລຸລະດັບທີ່ເມື່ອຍພຽງພໍຢ່າງໜ້ອຍ 5 ມື້ຕໍ່ອາທິດ, 30 ນາທີຕໍ່ມື້ ກໍຈະເຮັດໃຫ້ທ່ານມີສຸຂະພາບທີ່ດີ ແລະ ແຂງແຮງ ຈຳເປັນຕ້ອງໃຊ້ສະຖານທີ່ສາທາລະນະ ເພື່ອອອກກຳລັງກາຍ ຖ້າຜູ້ໃດມີພື້ນທີ່ເຮືອນທີ່ມີຂະໜາດນ້ອຍເກີນໄປ ທີ່ຈະສາມາດອອກກຳລັງກາຍ ຫລື ຈຳເປັນແທ້ໆ ທີ່ໄດ້ໃຊ້ໃນສະຖານທີ່ສາທາລະນະ ເພື່ອອອກກຳລັງກາຍ ຄວນເຮັດດັ່ງຕໍ່ໄປນີ້:
ຮັກສາໄລຍະຫ່າງ 2 ແມັດ ເພື່ອຫຼຸດຜ່ອນການສ່ຽງຂອງເຊື້ອພະຍາດທີ່ມາພ້ອມກັບນໍ້າມູກ, ນໍ້າລາຍຂອງຄົນອື່ນ ຫຼື ຈາກການ ສຳຜັດຈັບມືກັບຄົນອື່ນ ແລະ ມາສຳຜັດໜ້າຂອງຕົນເອງເປັນການນຳເຊື້ອເຂົ້າຮ່າງກາຍຮ່າງກາຍ, ຫຼຸດຜ່ອນການສຳຜັດໃນຈຸດທີ່ສຳຜັດອຸປະກອນຕ່າງໆ, ຄວນລ້າງມືໃຫ້ສະອາດຢູ່ສະເໝີ, ລ້າງເຄື່ອງມືແລະອຸປະກອນເປັນປະຈຳ ດ້ວຍນໍ້າຢາທຳຄວາມສະອາດທີ່ສາມາດກຳຈັດ ແລະ ຕ້ານເຊື້ອເຊັ່ນ: ນໍ້າສະບູ ແອວກໍຮໍ 70%, ຫລີກລ້ຽງ ການອອກກຳລັງກາຍທີ່ຕ້ອງໄດ້ໃກ້ຊິດ ຫລື ຢູ່ໃນບ່ອນທີ່ແອອັດ, ອອກກຳລັງກາຍຫລືເຮັດກິດຈະກຳ ໃນບ່ອນທີ່ມີລົມລ່ວງດີ. ລະວັງການໃຊ້ມືຂອງທ່ານເພື່ອ ສຳຜັດກັບໃບ ໜ້າ, ດັງ, ຕາ, ຫລືປາກຂອງທ່ານເອງ ເຊິ່ງມີຄວາມສ່ຽງທີ່ຈະຕິດເຊື້ອຈາກ Covid-19.
ນອກຈາກນັ້ນ, ພວກເຮົາຂໍເຕືອນທຸກໆຄົນວ່າ ຂໍໃຫ້ທຸກຄົນມີສະຕິລະວັງຕົວໃນເວລາອອກຈາກເຮືອນ ເພາະວ່າມີໂອກາດທີ່ຈະສຳຜັດກັບວັດຖຸຮ່ວມກັນກັບຄົນອື່ນມີຫຼາຍເຊັ່ນ: ລິຟ, ບ່ອນຈັບຂຶ້ນ-ລົງ ຂັ້ນໄດ ຫລື ຢູ່ໃກ້ຄົນອື່ນ ລ້ວນກໍ່ໃຫ້ເກີດຄວາມສ່ຽງທີ່ບໍ່ຈຳເປັນ, ແນະນຳອອກກຳລັງກາຍຢູ່ເດີ່ນເຮືອນ ຫລື ເດີ່ນສ່ວນຕົວ ຈະເປັນທາງເລືອກທີ່ຖືວ່າປອດໄພ ແລະ ຖືໄດ້ວ່າປະຕິບັດຕາມແນວທາງຂອງບັນດາປະເທດທີ່ ກຳລັງປຸກລະດົມ "ຢູ່ເຮືອນ, ຢຸດການຕິດເຊື້ອ ສຳລັບປະເທດຊາດ" ເຊິ່ງເປັນວາລະສຳຄັນໜຶ່ງ ທີ່ທຸກຄົນຕ້ອງຮ່ວມມືກັນຢ່າງຈິງຈັງ ເພື່ອຫຼຸດຜ່ອນຄວາມຮຸນແຮງຂອງການແພ່ລະບາດຈາກໄວຣັດ Covid-19 ເພື່ອຈະສາມາດຄວບຄຸມໄດ້ ດ້ວຍຄວາມເຂັ້ມແຂງຂອງບັນດາແພດໝໍທີ່ຮັບຜິດຊອບຕໍ່ທຸກໆຄົນໃນເວລານີ້.