ກະຊວງປ້ອງກັນປະເທດ ສສ ຫວຽດນາມຊ່ວຍເຫຼືອ ອຸປະກອນການແພດ ແກ່ ສປປ ລາວ

ເມື່ອວັນທີ 7 ເມສາ 2020 ສົ່ງຊ່ຽວຊານການແພດ ກະຊວງປ້ອງກັນປະເທດ ຫວຽດນາມ ໄປ ສປປ ລາວ ເພື່ອຊ່ວຍແນະນຳ ແລະ ແລກປ່ຽນບົດຮຽນໃນການປ້ອງກັນພະຍາດລະບົບທາງເດີນຫາຍໃຈ ເຊື້ອໄວຣັດສາຍພັນໃໝ່ ໂຄວິດ-19 ແລະ ມີພິທີການມອບ ອຸປະກອນການແພດ ໂດຍມີມູນຄ່າຫລາຍກວ່າ 3 ຕື້ດົງ (ສະກຸນເງິນ ຫວຽດນາມ) ຂອງກະຊວງປ້ອງກັນປະເທດ ຫວຽດນາມ ຊ່ວຍເຫລືອ ກະຊວງປ້ອງກັນປະເທດລາວ ເພື່ອປ້ອງກັນພະຍາດນີ້ ໄດ້ຈັດຂຶ້ນ ຢູ່ ດ່ານ CauTreo ແຂວງຮ່າຕິງ ປະເທດຫວຽດນາມ.
ຝ່າຍຫວຽດນາມ ນຳໂດຍ ທ່ານພົນຈັດຕະວາ ຫງວຽນຮຸ່ງຖັງ, ຮອງຫົວໜ້າ ກົມໃຫ່ຍເສນາທິການ ເປັນຕົວແທນ ກົມໃຫຍ່ພາລະທິການ, ກອງບັນຊາການທະຫານເຂດ 4, ຄະນະກຳມະການປະຊາຊົນ ແຂວງຮ່າຕິງ. ສ່ວນຝ່າຍລາວນຳ ໂດຍ ທ່ານພົນຈັດຕະວາ ວໍລະສານ ວິລາດາວົງ, ຮອງຫົວໜ້າກົມໃຫຍ່ການເມືອງ, ກອງທັບ ປະຊາຊົນລາວ, ເປັນຕົວແທນຫ້ອງການກະຊວງປ້ອງກັນປະເທດລາວ, ມີກົມໃຫຍ່ແພດທະຫານ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານພົນຈັດຕະວາ ຫງວຽນຮຸ່ງຖັງ ໄດ້ມອບ ອຸປະກອນການແພດປະກອບດ້ວຍ ຜ້າປິດປາກແພ 100,000 ອັນ, ຜ້າປິດປາກ ການແພດ 30,000 ອັນ, ຊຸດເຄື່ອງນຸ່ງປ້ອງກັນ 2,000 ຊຸດ, ນ້ຳຢາເຈວລ້າງມືຂ້າເຊື້ອ 5,000 ຂວດ, ເຄື່ອງຊິດຢາ Semco 10 ຖັງ, ເຄື່ອງຈັກ ພົ່ນນ້ຳຢາ 5 ເຄື່ອງ , ຄໍລຣິນ 500 ກິໂລກຣາມ ແລະ ປື້ມຄູ່ມື ຖາມ-ຕອບ ກ່ຽວກັບ ພະຍາດນີ້ ແລະ ຊຸດກວດຂັ້ນຕອນການປ້ອງກັນ ພະຍາດ ໂຄວິດ-19 ໂດຍມີ ມູນຄ່າ ຫລາຍກວ່າ 3 ຕື້ດົງ. ບັນດາອຸປະກອນການແພດ ແລະ ເຄື່ອງມື ດັ່ງກ່າວ ໂດຍແມ່ນ ຫວຽດນາມ ເປັນຜູ້ຜະລິດດ້ວຍຕົນເອງ ແລະ ພວມນຳໃຊ້ ຢ່າງກວ້າງຂວາງ ພາຍໃນປະເທດ.
ທ່ານພົນຈັດຕະວາ ຫງວຽນຮຸ່ງຖັງ ໄດ້ເນັ້ນໜັກວ່າ ເຖິງແມ່ນວ່າ ຫວຽດນາມ ມອບອຸປະກອນ ການແພດ ດັ່ງກ່າວ ໃຫ້ແກ່ຝ່າຍ ລາວບໍ່ຫລາຍ ເມື່ອທຽບໃສ່ ຄວາມຕ້ອງການຂອງຝ່າຍລາວແຕ່ເປັນ ສິ່ງດີທ່ີສຸດ ທີ່ພັກ-ລັດຖະບານ ແລະ ກອງທັບ ປະຊາຊົນ ຫວຽດນາມ ໄດ້ມອບໃຫ້ໃນໄລະຍະນີ້. ໄປພ້ອມກັບ ການຊ່ວຍເຫລືອ ໃນເບື້ອງຕົ້ນນີ້, ກອງທັບ ປະຊາຊົນ ຫວຽດນາມ ກຽມພ້ອມ ຊ່ວຍເຫລືອ ສປປລາວ ໃນການແລກປ່ຽນບົດຮຽນ ກັບປະເທດ ເພື່ອນບ້ານລາວ ກ່ຽວກັບ ການຈັດຕັ້ງປະຕິບັດ, ບົດຮຽນໃນການປ້ອງກັນພະຍາດໂຄວິດ-19 ໃນກອງທັບ ແລະ ເຂົ້າຮ່ວມປ້ອງກັນພະຍາດໃນຂອບເຂດທົ່ວປະເທດ.
ການເຄື່ອນໄຫວປະຕິບັດໃນຄັ້ງນີ້, ແມ່ນພາຍໃຕ້ ການຊີ້ນໍາຂອງທ່ານ ຫງວຽນ ຊວັນຟຸກ ນາຍົກລັດຖະມົນຕີ ແລະ ກະຊວງປ້ອງກັນປະເທດຫວຽດນາມ. ບັນດາກົມກອງ ແລະ ໜ່ວຍງານ ຂອງກະຊວງປ້ອງກັນປະເທດຫວຽດນາມ ກຽມພ້ອມແຕ່ງຄະນະຊ່ຽວຊານໄປຊ່ວຍເຫລືອ ສປປລາວ ເມື່ອມີຄວາມຈຳເປັນ.
ຂໍຂອບໃຈ
ຂໍ້ມູນ : ສໍານັກຂ່າວສານປະເທດລາວ