ນັກສຶກສາລາວ ມາຈາກຕ່າງປະເທດ 80 ກວ່າຄົນ ເຂົ້າສູນກັກກັນ ຢູ່ອັດຕະປື ເພື່ອເຝົ້າລະວັງໂຄວິດ-19

ນັກສຶກສາລາວ ທີ່ມາຈາກຕ່າງປະເທດ ທີ່ຍັງຢູ່ໃນສູນກັກກັນ ເພື່ອສືບຕໍ່ຕິດຕາມອາການຂອງພະຍາດ COVID-19 ໃຫ້ຄົບ 14 ວັນ ໃນໂຮງຮຽນປະຖົມເຊກອງ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ນັ້ນ ມີຕົວເລກສະສົມທັງໝົດ 86 ຄົນ, ລວມຈຳນວນທີ່ຍັງຕິດຕາມ 83 ຄົນ, ຄົນເກົ່າ 84 ຄົນ ແລະ ປ່ອຍຕົວອອກ 1 ຄົນ ທີ່ບໍ່ມີອາການສະແດງອອກ ຫຼັງທີ່ພໍ່ແມ່ຜູ້ປົກຄອງເກີດມີຄວາມກາງວົນ ຢ້ານບໍ່ປອດໄພ ໃນເລື່ອງອາຫານ, ການຢູ່ອາໄສ ໃນສູນກັກກັນ ເພາະມີຄົນເປັນຈຳນວນຫຼາຍອາໄສຢູ່ຮ່ວມກັນ.
ຕໍ່ກັບັນນີ້ ທ່ານ ອິນປັນ ອິນທິລາດ ຫົວໜ້າກອງເລຂາ ຄະນະກຳມະການສະເພາະກິດ ການປ້ອງກັນ ແລະ ຄວບຄຸມພະຍາດ (COVID-19), ໄດ້ຢືນຢັນ ແລະ ໂອ້ລົມ ຕໍ່ພໍ່ແມ່ຜູ້ປົກຄອງຂອງນ້ອງໆ ນັກສຶກສາແລ້ວ ກ່ຽວກັບມາດຕະການໃນການກັກກັນ 14 ວັນ ແມ່ນໄດ້ຮັບນະໂຍບາຍດ້ານຕ່າງໆຂອງພະເເນກສາລະນະສຸກແຂວງ ກ່ຽວກັບເລື່ອງອາຫານການກິນ, ການໃຊ້ຊີວິດຂອງນ້ອງໆນັກສຶກສາໃນໄລຍະ 14 ວັນ ແມ່ນໄດ້ຮັບນະໂຍບາຍ ຢ່າງສະໝ່ຳສະເໝີ ແລະ ທີມງານປະຕິບັດການສຸກເສີນດ້ານສາທາລະນະສຸກ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ໄດ້ຕິດຕາມເຝົ້າລະວັງໃນແຕ່ລະວັນ ດ້ວຍການກວດກັ່ນກອງ ດ້ານສຸຂະພາບ ແລະ ເເຈກຢາຍອາຫານໃຫ້ນ້ອງໆນັກສຶກສາ ທີ່ຖືກກັກກັນ 14 ວັນ ຢູ່ຈຸດໂຮງຮຽນປະຖົມເຊກອງ ແລະ ສູູນກັກກັນແຫ່ງອື່ນຢ່າງເປັນເຈົ້າການ.
ພ້ອມນີ້ ທ່ານຍັງໄດ້ແນະນຳໃຫ້ຫົວໜ້າຄອບຄົວ ຫຼື ພໍ່ແມ່ຜູ້ປົກຄອງ ຮູ້ຈັກວິທີປ້ອງພະຍາດ ອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ແລະ ເຂົ້າໃຈໃນມາດຕະການກັກກັນ 14 ວັນ ອີກດ້ວຍ. ພໍ່ແມ່ຜູ້ປົກຄອງຈົ່ງໃຫ້ສະບາຍອົກສະບາຍໃຈ, ສັງຄົມໃນທົ່ວເເຂວງອັດຕະປື ຖ້າທ່ານໃດມີຄວາມເມດຕາເຂົ້າໃນການຊ່ວຍເຫຼືອ ອຸປະຖໍາປະກອບສ່ວນດ້ານ ອາຫານ, ນ້ຳດື່ມ ແລະ ສິ່ງຂອງອື່ນໆ ທີ່ຈຳເປັນ ກໍ່ສາມາດປະກອບສ່ວນໄດ້ຕາມຄວາມສາມາດຂອງທ່ານ.
ມາຮອດ ປັດຈຸບັນ ສ ປປ ລາວ ມີຕົວເລກລາຍງານກໍລະນີຢັ້ງຢືນຕິດເຊື້ອ (COVID-19) 14 ກໍລະນີ ໃນນັ້ນ ແຂວງ ອັດຕະປື ມີຕົວເລກລາຍງານກໍລະນີສົງໄສ 5 ກໍລະນີ ເຊິ່ງຜ່ານການກວດຕົວຢ່າງແມ່ນບໍມີກໍລະນີພົບເຊື້ອ ສະແດງວ່າ ພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພ ຄຸກຄາມຕໍ່ມວນມະນຸດ ແລະ ຍັງມີຄວາມສ່ຽງຕໍ່ພໍ່ແມ່ປະຊາຊົນຊາວແຂວງອັດຕະປື ສູງຂຶ້ນ.
ດັ່ງນັ້ນ ຄວາມຕ້ອງການເພີ່ມທະວີຕໍ່ສູ້ກັບພະຍາດນີ້ ພວກເຮົາທຸກຄົນ ຕ້ອງລ້າງມື ດ້ວຍສະບູ ແລະ ນໍ້າ ຢ່າງຖືກວິທີ, ແລະ ປິດປາກເວລາໄອ ຫຼື ຈາມ, ພວກເຮົາແມ່ນໄດ້ຊ່ວຍໃນການປ້ອງກັນ ຖ້າບຸກຄົນມີອາການສົງໄສ ໃຫ້ຕິດຕໍ່ຫາສາຍດ່ວນ 166 ທັນທີ ຫຼື 020 55040018 ຊື່ (ທ່ານໝໍ ພູໂຂງ) ເພື່ອປຶກສາວິທີປ້ອງກັນ ຫຼື ຂໍຄໍາແນະນໍາ.
ຂໍຂອບໃຈ
ຂໍ້ມູນ : ສາຍນ້ຳ Attapeu Media