ພາກັນຮູ້ແລ້ວບໍ່? 10 ອັນດັບສັດທີ່ມີອາຍຸສັ້ນທີ່ສຸດໃນໂລກມີສັດໃດແດ່?

ມື້ນີ້ທີມງານມ່ວນຈະພາມາສ່ອງບັນດາສັດໂລກທີ່ໜ້າຮັກ ແຕ່ເສຍດາຍບາງຊະນິດກໍມີອາຍຸສັ້ນເຫຼືອເກີນ ເປັນຕາອີ່ຕົນແທ້! ໃນປັດຈຸບັນສັດທີ່ມີອາຍຸສັ້ນທີ່ສຸດໃນໂລກ ມີສັດຊະນິດໃດແດ? ຊຶ່ງຢາກບອກວ່າ ບາງໂຕກໍ່ຢູ່ໄດ້ບໍ່ຮອດ 24 ຊົ່ວໂມງ ເຮົານຳໄປເບິ່ງກັນໄດ້ເລີຍມີສັດປະເພດໃດແດ່ທີ່ໄດ້ເບິ່ງໂລກພຽງໄລຍະສັ້ນໆ?
- ກະຕ່າຍ
ມີອາຍຸສະເລ່ຍ 5 ປີ, ກະຕ່າຍໄດ້ພັດທະນາຄວາມໄວໃນການອອກລູກທີ່ວ່ອງໄວ ແລະ ຄວາມໄວໃນການອອກລູກຂອງມັນ ກໍ່ເປັນບັນຫາໃນບາງປະເທດເຊັ່ນ: ປະເທດອົດສະຕາລີ ກະຕ່າຍກາຍເປັນສັດທີ່ລົບກວນ ຈົນທາງການປະເທດອົດສະຕາລີ ພະຍາຍາມທີ່ຈະກໍາຈັດອອກໄປ (ຕາອີຕົນ).
- ແຮມສະເຕີ້ ແລະ ໜູກະເພົາ
ແຮມສະເຕີ້ ມີອາຍຸ ສະເລ່ຍ 4 ປີ, ຊຶ່ງເປັນສັດລ້ຽງຍອດນິຍົມທີ່ສາມາດອອກລູກໄດ້ໄວ ພວກມັນປະສົມພັນກັນຫຼາຍຄັ້ງຕໍ່ປີ ແລະ ເກີດລູກຫຼາຍຊຸດ. ນອກຈາກແຮັມສະເຕີ້ຈະໜ້າຮັກໜ້າກອດແລ້ວ ພວກມັນຍັງສາມາດເກັບອາຫານໄວ້ໃນແກ້ມທັງ 2 ຂ້າງ ແລະ ແລ່ນຖີບຈັກກົນໄດ້ນໍາອີກ ສໍາລັບຄົນທີ່ໂຊກຮ້າຍຖືກມັນກັດກໍ່ຄົງຈະຮູ້ວ່າ ແຮມເຕີມັນກັດເຈັບສໍ່າໃດ. ສ່ວນໜູຕະເພົາ ມີອາຍຸປະມານ 2-4 ປີ ຊຶ່ງມັນມີຊື່ສຽງໃນການເຮັດສຽງແປກໆ ເມື່ອຕົກໃຈ ຫຼື ຕື່ນເຕັ້ນ.
- ໜູບ້ານ
ໜູບ້ານມີອາຍຸສະເລ່ຍປະມານ 1-3 ປີ ສັດໂຕນ້ອຍທີ່ເກືອບຈະບໍ່ມີໃຜຕ້ອງການ ເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ມະນຸດເລີ່ມລ້ຽງແມວ ແລະ ເລີ່ມປະດິດກັບດັກໜູຂຶ້ນ, ເມື່ອໜູພວກນີ້ມາອາໄສຢູ່ເຮືອນ ກໍກຳຈັດອອກໄປໄປຍາກ ແລະ ຕອນຢູ່ກໍ່ອອກລູກຫຼານເປັນຈໍານວນຫຼາຍ. ນອກຈາກນີ້, ໜູບ້ານຍັງເປັນຕາຢ້ານສໍາລັບຫຼາຍຄົນ ເພາະມັນສາມາດເຕັ້ນ, ແລ່ນ ແລະ ລອຍນໍ້າໄດ້ອີກ ແຕ່ພວກມັນບໍ່ສາມາດແນມເຫັນສີໄດ້ ເພື່ອທົດແທນສິ່ງນັ້ນ ໜູໄດ້ພັດທະນາການໃຫ້ມີການຟັງທີ່ດີ, ໜູໂຕແມ່ນັ້ນສາມາດປະສົມພັນໄດ້ທຸກໆ 15-20 ວັນ ແລະເກີດອາລົມໄດ້ທຸກຄັ້ງເມື່ອໄດ້ກິ່ນປັດສະວະຂອງໂຕຜູ້, ແຕ່ລະຄັ້ງໜູອອກລູກໄດ້ປະມານ 5-10 ໂຕຖືວ່າຫຼາຍອີ່ຫຼີ.
- ປາຫາງນົກຍຸງ
ປາຫາງຍຸງມີອາຍຸ ສະເລ່ຍ 2 ປີ ເປັນທີ່ຮູ້ຈັກກັນໃນຊື່ ແກມບູເຊຍ, ປາຫາງນົກຍຸງ ມີຖິ່ນກໍາເນີດໃນອ່າວແມັກສິໂກ ພວກມັນມີອາຍຸສັ້ນປະມານ 2 ປີ ເທົ່ານັ້ນ. ປາຫາງນົກຍຸງນັ້ນ ສາມາດອາໄສຢູ່ໃນນໍ້າເຄັມ ແລະ ນໍ້າຮ້ອນເຖິງ 42 ອົງສາ ໃນໄລຍະເວລາສັ້ນໆໄດ້ອີກດ້ວຍ, ມັນບໍ່ໄດ້ອອກໄຂ່ຄືກັບປາ ແຕ່ຈະອອກລຸກເປັນໂຕ ຄືກັບສັດທີ່ລ້ຽງລູກດ້ວຍນໍ້ານົມ, ໂຕແມ່ນັ້ນມີຂະໜາດໃຫຍ່ກວ່າໂຕຜູ້, ຊຶ່ງອາດຈະຍາວເຖິງ 7 ຊັງຕີແມັດ. ໃນຂະນະທີ່, ໂຕຜູ້ນັນຍາວ 4 ຊັງຕີແມັດ. ປາຫາງນົກຍຸງຈະເລີນພັນຕັ້ງແຕ່ອາຍຸນ້ອຍ, ຊຶ່ງເຮັດໃຫ້ພວກມັນສາມາດອອກລູກໄດ້ຫຼາຍ ແລະ ລູກຂອງມັນມີໂອກາດລອດສູງ ຊຶ່ງພວກມັນຈະອອກລູກຄັ້ງລະ 50-100 ໂຕ.
- ໄຣແດງ, ໂອພອຊຊໍາ ແລະ ກະປອມຄາມີລຽມ
ໄຣແດງ, ໂອພອຊຊໍາ ແລະ ກະປອມຄາມີລຽນ ອາດຈະເປັນສັດທີ່ຕ່າງກັນ ແຕ່ພວກມັນມີອາຍຸທີ່ເທົ່າກັນ ຄື 1 ປີເທົ່ານັ້ນ. ໄຣແດງເປັນສັດນໍ້າເຄັມໂຕນ້ອຍທີ່ເປັນອາຫານຂອງປາ ແລະ ມັນມີພັດທະນາການອອກລູກຢ່າງວ່ອງໄວເພາະຮັກສາເຜົ່າພັນຕົນເອງໄວ້; ກະປອມມີລຽນ ຈາກການສຶກສາໃນປັດຈຸບັນ ກະປອມປ່ຽນສີໄດ້ ຈະເຕີບໃຫຍ່ຢ່າງວ່ອງໄວ ແລະ ປະສົມພັນໃນເດືອນຖັດມາ ເຊັ່ນ ພວກມັນເກີດເມືອເດືອນພະຈິກ ແລະ ຈະປະສົມພັນໃນເດືອນ ເດືອນມັງກອນ-ກຸມພາ ເພາະສະນັ້ນກະປອມຄາມີລຽນນີ້ ຈະບໍ່ມີວັນໄດ້ພົບໜ້າພໍ່ແມ່ຕອນເກີດມາເລີຍ ເພາະພໍ່-ແມ່ຂອງມັນຈະຕາຍໝົດກ່ອນທີ່ຮຸ່ນລູກຈະໄດ້ເກີດມາ; ໂອພອຊຊໍາອາເມຣິກາ ເປັນສັດພື້ນເມືອງຂອງອາເມຣິກາຕາມຊື່ຂອງມັນ ພວກມັນເປັນສັດໂຕນ້ອຍທີ່ມີຂະໜາດເທົ່າແມວ ຊຶ່ງມີໜ້າຂາວ, ຫາງທີ່ຄືໜູ ທີ່ຊ່ວຍໃຫ້ັມັນໂຫນໂຕລົງມາຈາກຕົ້ນໄມ້ໄດ້ ແລະ ມີຂົນສີເທົາ. ນອກຈາກນີ້ ໂອພອຊຊໍາອາເມຣີກາມີອາຍຸປະມານ 4 ປີ ແຕ່ພວກມັນຈະຕາຍໃນປີທໍາອິດ ເຮັດໃຫ້ອາຍຸໂດຍລວມນັ້ນເທົ່າກັບ 1 ປີ, ມັນເປັນສັດທີ່ໜ້າແປກ, ນິໄສແປກແລ້ວຍັງອາຍຸສັ້ນທີ່ສຸດໃນໂລກ ເປັນສັດທີ່ລ້ຽງລູກດ້ວຍນໍ້ານົມ.
- ແມງປໍ
ແມງປໍມີອາຍຸ 4 ເດືອນ ມີຮູບຮ່າງຄືກັບເຮລີຄອບເຕີຫຍໍ້ສ່ວນ ຊຶ່ງພວກເຮົາມັກຈະເຫັນມັນບິນໄປມາແຖວໜອງນໍ້າໃນລະດູຮ້ອນ, ພວກມັນໃຊ້ເວລາທີ່ມີຢູ່ສັ້ນໆເທິງໂລກ ໝົດໄປກັບການຫາອາຫານ ແລະ ປະສົມພັນ ເຖິງແມ່ນວ່າແມງປໍອາດຈະຢູ່ໃນຄາບຂອງໂຕອ່ອນເຖິງ 5 ປີ ເພື່ອຖ້າເວລາທີ່ເໝາະສົມໃນການເຕີບໃຫຍ່ ແຕ່ເວລາທີ່ມັນໃຊ້ເທິງໂລກເມື່ອໃຫຍ່ເຕັມທີ່ນັ້ນຈະຍາວພຽງແຕ່ 4 ເດືອນເທົ່ານັ້ນ, ເພາະສະນັ້ນ ຄັ້ງຕໍ່ໄປທີ່ທ່ານເຫັນແມງປໍກໍ່ຢ່າໄປຈັບມັນມາມັດເຊືອກ ແລ້ວປ່ອຍໃຫ້ບິນໄວເລີຍ ເພາະສັດພວກນີ້ໃຊ້ເວລາານທີ່ຈະໃຫຍ່ ແລະ ເມື່ອມັນໃຫຍ່ແລ້ວ ມັນກໍ່ມີເວລາບໍ່ດົນ ທີ່ເຮົາຈະໄດ້ເຫັນຄວາມສວຍງາມຂອງມັນ.
- ແມງວັນ ແລະ ເຜິ້ງ
ແມງວັນ ມີອາຍຸພຽງແຕ່ 4 ອາທິດ ແລະ ເຜິ້ງມີອາຍຸປະມານ 4-5 ອາທິດ, ເຖິງແມ່ນວ່າສັດພວກນີ້ຈະອາຍຸສັ້ນ ແຕ່ພວກມັນກໍ່ເຮັດວຽກໜັກ ຕະຫຼອດຊວງອາຍຸຂອງມັນ ແມງວັນນັ້ນຈະຟັກເປັນໂຕ ແລະ ກາຍເປັນໜອນໃນເວລາ 24 ຊົ່ວໂມງເທົ່ານັ້ນ. ຈາກນັ້ນ, ກໍ່ຈະກາຍເປັນແມງວັນເຕັມໂຕໃນບໍ່ເທົ່າໃດມື້ຕໍ່ມາ, ຫຼັງຈາກນັ້ນມັນກໍ່ຈະເລີ່ມຫາອາຫານ ແລະ ປະສົມພັນ ໃນຂະນະທີ່ວິຖີຊີວິດຂອງແມງວັນນັ້ນ ຈະບໍ່ໄດ້ຖືກຕ້ອນຮັບຈາກມະນຸດ. ສ່ວນເຜິ້ງ ສ່ວນຫຼາຍຈະເປັນໂຕແມ່ ແລະ ໃຊ້ຊີວິດຂອງມັນເຮັດວຽກ ໂດຍການປ້ອງກັນຮັງຂອງມັນດ້ວຍການຕອດຜູ້ທີ່ເຂົ້າມາຮຸກຮານ, ຊຶ່ງການຕອດນີ້ ກໍ່ເປັນການຕັດອາຍຸຂອງມັນ ເພາະຖ້າເຜິ້ງຕອດເຫຼັກໃນກໍ່ຈະລາກເອົາເຄື່ອງໃນຂອງມັນອອກມາ ເຮັດໃຫ້ມັນມີຊີວິດຢຸ່ໄດ້ບໍ່ດົນ.
- ມົດໂຕຜູ້
ມົດໂຕຜູ້ ມີອາຍຸປະມານ 3 ອາທິດ, ໂດຍມັນມີໜ້າທີ່ກິນ ແລະ ສືບພັນ ຊຶ່ງເວລາເກີດຂອງມົດນັ້ນຈະເປັນໄລຍະດຽວກັນກັບມົດໂຕເມຍ ເມື່ອລະດູປະສົມພັນມາເຖິງ ມົດໂຕຜູ້ ຈະມີປີກ ເພື່ອບິນໄປປະສົມພັນກັບໂຕແມ່ລະຫວ່າງທາງ ແລະ ເມື່ອປະສົມພັນສໍາເລັດແລ້ວ ໜ້າທີ່ຂອງໂຕແມ່ກໍ່ຄືໄປຫາຮັງ ແລະ ເລີ່ມອານາຈັກຂອງມັນເອງ ແຕ່ສໍາລັບໂຕຜູ້ແລ້ວ ເມື່ອສໍາເລັດການປະສົມພັນ ໜ້າທີ່ຂອງມັນກໍ່ຈະຈົບລົງຊຶ່ງໝາຍເຖິງຄວາມຕາຍໃນເວລາພຽງ 3 ອາທິດ ຫຼັງຈາກເກີດ.
- Gastrotrichs
Gastrotrichs ມີອາຍຸພຽງແຕ່ 3 ວັນ ມັນເປັນສັດນໍ້າໂຕນ້ອຍທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າ ແຕ່ສາມາດເບິ່ງເຫັນດ້ວຍກ້ອງຈຸລະທັດ, ຊຶ່ງພວກມັນເປັນສັດຂະໜາດນ້ອຍ ມີຄວາມຍາວພຽງ 0,06-3 ມິນລີແມັດ ສາມາດພົບໄດ້ທັງໃນນໍ້າຈືດ ແລະ ນໍ້າທະເລ ເຖິງແມ່ນວ່າພວກມັນມີຫຼາຍສາຍພັນ ແຕ່ທັງໝົດມີອາຍຸສັ້ນຄືກັນໝົດ ໂດຍວິຖີຊີວິດຂອງ Gastrotrichs ນັ້ນກໍ່ງ່າຍໆ ຄື ລອຍໄປລອຍມາໃນນໍ້າ, ຂຶ້ນສູ່ຜິວນໍ້າບາງຄັ້ງກ່ອນທີ່ຕະກັບມາກັບກະແສນໍ້າ.
- Mayflies
Mayflies ມີອາຍຸປະມານ 1-24 ຊົ່ວໂມງ ຊື່ວິທະຍາສາດ Ephemeroptera ໂຕຂະໜາດນ້ອຍຫາກາງ ປີກບາງມີເສັ້ນລວດລາຍ ປີກຄູ່ທໍາອິດໃຫຍ່ກວ່າຄູ່ຫຼັງ, ໂຕແມ່ແມ່ນວາງໄຂ່ໃນນໍ້າ, ໂຕອ່ອນຮູບຮ່າງຈ່ອຍ ອາໄສຢູ່ໃນນໍ້ານານ 1-2 ປີ, ລອກຄາບຫຼາຍຄັ້ງຈົນເປັນແມງ ແລະ ມີປີກ ມັກຫຼີ້ນໄຟ ມັນມີອາຍຸພຽງແຕ່ 1-2 ວັນເທົ່ານັ້ນ ບໍ່ກິນອາຫານ ພຽງແຕ່ປະສົມພັນແລ້ວຕາຍ.
ຂໍຂອບໃຈ
ຂໍ້ມູນ : sanook