ງານນີ້ ເຈນມາເອງ! ເຈົ້າຂອງມຸງກຸດ Miss World Laos 2017 ໂຊສະເຕັບການເຕັ້ນເພງທີ່ກໍາລັງເປັນກະແສ

ຖ້າເອີ່ຍຊື່ ເຈນ ນຸ້ນ ໂບ ຂຶ້ນມາ ເຊື່ອເລີຍວ່າທຸກຄົນຮູ້ຈັກ ແລະ ຕິດຫູໃຜຫຼາຍຄົນ ເພາະກໍາລັງເປັນກະແສແຮງບໍ່ແພ້ໂຄວິດ-19 ໃນຕອນນີ້ ສໍາລັບ 3 ສາວ ນັກຮ້ອງລູກທົ່ງ ເຈນ, ນຸ້ນ, ໂບ ວົງ Super ວາເລນທາຍ ຂອງປະເທດໄທ.
ຊຶ່ງຫຼາຍຄົນບໍ່ວ່າຈະເປັນດາລາວ, ນັກຮ້ອງ, ຄົນດັງໃນໂຊຊຽວ ຂອງທາງຝັ່ງໄທໄດ້ນໍາເພງດັ່ງກ່າວມາຮ້ອງ, ເຕັ້ນ cover ສ້າງຄວາມເຮຮາ ແລະ ໜຶ່ງໃນນັ້ນກໍມີສາວ ເຈນນີ້ - ຕົ້ນຄໍາ ພົນຈັນເຮືອງ ເຈົ້າຂອງມຸງກຸດ Miss World Laos 2017, ນາງແບບ ແລະ ພິທີກອນຂອງລາວ ກໍ່ຈັດໃຫ້ທັນຕາມກະແສ ໂດຍມີທີມງານມາເຕັ້ນຮ່ວມສະແດງເປັນ ນຸ່ນ ແລະ ໂບ ໃຫ້ ຈະໜ້າຮັກ ແລະ ຮາສໍ່າໃດໄປເບິ່ງຄລິບກັນດີກວ່າ.
ຂໍຂອບໃຈ
ພາບ : Tonkham Phonchanheuang