ຄະນະນໍາແຂວງໄຊສົມບູນ ໃຫ້ແພດ-ໝໍກຽມພ້ອມຮັບມືກັບທຸກສະຖານະການ ໂດຍສະເພາະໂຄວິດ-19

ທ່ານ ພົຕ ຄຳລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະສະເພາະກິດ ໄດ້ລົງຕິດຕາມກວດກາ ແລະ ຊີ້ນຳ ວຽກງານປ້ອງກັນພະຍາດໂຄວິດ 19 ໃນຕອນເຊົ້າຂອງວັນທີ 1 ເມສາ ຜ່ານມາ ໂດຍມີທ່ານ ແດງ ປະທຸມທອງ, ຮອງເຈົ້າແຂວງ ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ-ຄວບຄຸມ ແລະ ແກ້ໄຂການລະບາດ-ພະຍາດໂຄວິດ 19 ຂັ້ນແຂວງ ພ້ອມດ້ວຍທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສຳລັບສະຖານທີ່ລົງຕິດຕາມກວດກາ ແລະ ຊີ້ນຳ ວຽກງານປ້ອງກັນ ການແຜ່ລະບາດພະຍາດໂຄວິດ 19 ຂອງທ່ານເຈົ້າແຂວງໄຊສົມບູນ ຄັ້ງນີ້ ທ່ານໄດ້ເນັ້ນໃສ່ການຊີ້ນຳໃຫ້ພະນັກງານແພດໝໍ ພາຍໃນໂຮງໝໍແຂວງ ຈົ່ງກຽມພ້ອມຮັບມືກັບທຸກສະຖານະການ ທີ່ຈະເກີດຂຶ້ນ ໂດຍສະເພາະ ໃນກໍລະນີບຸກຄົນທີ່ມີຄວາມສົງໄສ ແລະ ບຸກຄົນທີ່ມີຄວາມສ່ຽງສູງ ຕໍ່ການຕິດເຊື້ອພະຍາດໂຄວິດ 19 ເຂົ້າມາປິ່ນປົວໃນໂຮງໝໍ ແຂວງ ແລະ ໃຫ້ແພດໝໍແຕ່ລະທ່ານມີຄວາມສະດຸງໄວ, ມີມາດຕະການທີ່ເຄັ່ງຄັດ ຕໍ່ການສະກັ້ນຫາກມີກໍລະນີ ດັ່ງກ່າວ ເກີດຂຶ້ນ ແລະ ພ້ອມກັນແກ້ໄຂໃຫ້ທັນການ. ນອກນັ້ນ ກໍຕ້ອງເອົາໃຈໃສ່ປ້ອງກັນຕົນເອງ ໃນເວລາກວດສຸຂະພາບຂອງບຸກຄົນ ທີ່ເຂົ້າມາໃຊ້ບໍລິການປິ່ນປົວ ພາຍໃນໂຮງໝໍ ໂດຍການໃສ່ຊຸດປ້ອງກັນໃຫ້ລະອຽດຖີ່ຖ້ວນ ຕາມຫຼັກການແພດ ຢ່າງຄັກແນ່ ເປັນຕົ້ນ ໃສ່ຖົງມື, ຜ້າອັດປາກ, ໃຊ້ເຈວລ້າງມືໃຫ້ກັບຕົນເອງ ແລະ ຜູ້ຄົນທົ່ວໄປ ທີ່ເຂົ້າມາໂຮງໝໍ ໃນທຸກໆ ຄັ້ງ ເວລາເຂົ້າ ແລະ ອອກ ຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພຂອງແພດໝໍເອງ ແລະ ບຸກຄົນ ທີ່ເຂົ້າມາປິ່ນປົວ.
ພ້ອມດຽວກັນນີ້ ທ່ານເຈົ້າແຂວງ ໄດ້ເຂົ້າກວດກາບັນດາຫ້ອງກວດພະຍາດ, ຫ້ອງບັນຈຸຄົນເຈັບທົ່ວໄປ ແລະ ບຸກຄົນຕ່າງໆ ໃນກໍລະນີສຸກເສີນທີ່ສົງໄສວ່າ ຕິດເຊື້ອພະຍາດ ດັ່ງກ່າວ ເພື່ອຮອງຮັບໃຫ້ພຽງພໍ ແລະ ຖ່ວງທັນກັບສະພາບການ. ຂະນະດຽວກັນ ທ່ານຍັງໄດ້ຮຽກຮຽກຮ້ອງມາຍັງແພດໝໍ ທຸກໆ ທ່ານ ຈົ່ງສຸມທຸກກຳລັງ ແລະ ເຫື່ອແຮງຂອງຕົນ ເຂົ້າໃນການຮັບໃຊ້ປະຊາຊົນ ດ້ວຍຄວາມຮັບຜິດຊອບສູງ ແລະ ພ້ອມກັນຮັບມືກັບທຸກສະຖານະການ ທີ່ອາດຈະເກີດຂຶ້ນ ໃຫ້ທັນເວລາ. ຈາກນັ້ນ ທ່ານໄດ້ໄປຕິດຕາມກວດກາ ຕົວຈິງ ສະຖານທີ່ກັກກັນບຸກຄົນທີ່ມາຈາກຕ່າງແຂວງ ທີ່ເດີນທາງເຂົ້າມາ ແຂວງໄຊສົມບູນ ກໍຄືບຸກຄົນທີ່ມີກໍລະນີສົງໄສ ຕິດເຊື້ອພະຍາດແຜ່ລະບາດ ໂຄວິດ 19 ໂດຍນຳໃຊ້ໂຮງຮຽນມັດທະຍົມສົມບູນມິດຕະພາບ ເມືອງອະນຸວົງ ແຂວງໄຊສົມບູນ ເປັນສູນກັກກັນ ແລະ ຮອງຮັບ ບຸກຄົນຕ່າງໆ ພາຍໃນ 14 ວັນ.
ໂອກາດນີ້ ທ່ານໄດ້ຊີ້ນຳໃຫ້ຄະນະສະເພາະກິດ ແລະ ເຈົ້າໜ້າທີ່-ທີ່ກ່ຽວຂ້ອງ ຈົ່ງພ້ອມກັນໃຊ້ມາດຕະການ ທີ່ເຂັ້ມງວດ ໃນການເວົ້າລະວັງ, ຕິດຕາມຄົນເຂົ້າ-ອອກ ຢ່າງເຄັ່ງຄັດ ໂດຍການຕັ້ງຈຸດກວດແຕ່ລະບ່ອນ ຫາກວ່າມີບຸກຄົນໃດເດີນທາງເຂົ້າມາ ແຂວງໄຊສົມບູນ ໃຫ້ກັກຕົວຜູ້ກ່ຽວມາສູນກັກກັນໂດຍດ່ວນ ພ້ອມທັງແຕ່ງຕັ້ງເຈົ້າໜ້າທີ່ຕຳຫຼວດ ແລະ ທິມແພດ ເຂົ້າມາເວນຍາມ ຢູ່ສະຖານທີ່ດັ່ງກ່າວ ຕະຫຼອດ 24 ຊົ່ວໂມງ, ໃນກໍລະນີບຸກຄົນຢູ່ສູນກັກກັນ ຫາກມີມືເຊື້ອພະຍາດ ທີ່ກ່າວມານັ້ນ ຮີບຮ້ອນນຳສົ່ງໂຮງໝໍ ໃຫ້ທັນເວລາ. ທັງໝົດນັ້ນ ກໍເພື່ອຮັບປະກັນ ໃຫ້ແຂວງໄຊສົມບູນ ມີຄວາມປອດໄພ ຈາກການແຜ່ລະບາດ ຂອງພະຍາດໂຄວິດ 19 ຮ້ອຍສ່ວນຮ້ອຍ.