ຫ້າມນັກສຶກສາລາວ ຢູ່ ສສ ຫວຽດນາມ ເຄື່ອນຍ້າຍໄປ-ມາ ຕາມມາດຕະການປ້ອງກັນໂຄວິດ-19 ຂອງປະເທດນັ້ນ

ຫ້ອງການກະຊວງການຕ່າງປະເທດ ໄດ້ໂທລະສານທາງລັດຖະການ ເຖິງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ຮ່າໂນ້ຍ; ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ໂຮ່ຈີມິນ; ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ດານັງ, ຈາກກະຊວງການຕ່າງປະເທດ ທີ່ ນະຄອນຫຼວງວຽງຈັນ ເລກທີ: 22, 2_/ຫກ.ອປອ, ລົງວັນທີ 31 ມີນາ 2020 ໂດຍອີງຕາມໜັງສືທາງລັດຖະການຂອງສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ດານັງ ສະບັບເລກທີ 119/ກສ.ດນ, ລົງວັນທີ 27 ມີນາ 2020.
ເນື້ອໃນຂອງແຈ້ງການລະບຸວ່າ: "ກະຊວງການຕ່າງປະເທດ ຈຶ່ງໄດ້ແຈ້ງມາຍັງສະຖານທູດ ແລະ ສະຖານກົງສຸນໃຫຍ່ ຊາບວ່າ: ເພື່ອປະຕິບັດຕາມ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ຢ່າງເຂັ້ມງວດ,
ຈຶ່ງແຈ້ງມາຍັງສະຖານທູດ ແລະ ສະຖານກົງສຸນໃຫ່ຍ ໃຫ້ປຸກລະດົມນັກສຶກສາລາວ ທີ່ກໍາລັງສຶກສາຮ່ໍາຮຽນ ຢູ່ສະຖາບັນການສຶກສາຕ່າງໆທົ່ວປະເທດຫວຽດນາມໃຫ້ຢູ່ບ່ອນເກົ່າ, ບໍ່ໃຫ້ມີເຄື່ອນຍ້າຍໄປ-ມາ ຕາມທິດຊີ້ນໍາຂອງ ລັດຖະບານ ແລະ ໃຫ້ປະຕິບັດບັນດາມາດຕະການປ້ອງກັນຂອງປະເທດເຈົ້າພາບ ຢ່າງເຂັ້ມງວດ ຈົນກວ່າສະພາບ ການລະບາດຂອງພະຍາດ ໂຄວິດ-19 ຜ່ອນຄາຍລົງ."