ເປີດປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ-19 ຄົນທີ 9 ຂອງລາວ

ມາຮອດປັດຈຸບັນ (31 ມີນາ 2020) ຍອດຜູ້ຕິດເຊື້ອໂຄວິດ-19 ສະສົມໃນລາວມີທັງໝົດ 9 ກໍລະນີ ເຊິ່ງໃນນັ້ນປະກອບດ້ວຍ ຄົນນະຄອນຫຼວງວຽງຈັນ 6 ກໍລະນີ ແລະ ຄົນຫຼວງພະບາງ 3 ກໍລະນີ. ກໍລະນີຫຼ້າສຸດເປັນເພດຍິງ ອາຍຸ 22 ປີ ອາຊີບຊ່າງເສີມສວຍ ໄດ້ຖືກຢັ້ງຢືນເມື່ອວັນຈັນທີຜ່ານມາວ່າ ຕິດເຊື້ອໂຄວິດ-19.
ຄົນເຈັບກໍລະນີດັ່ງກ່າວນີ້ ອາໄສຢູ່ທີ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ສຳລັບປະຫວັດການເຄື່ອນໄຫວຂອງຜູ້ກ່ຽວມີດັ່ງຕໍ່ໄປນີ້:
- ວັນທີ 14 ມີນາ ໄດ້ເດີນທາງໄປປະເທດໄທ ໂດຍໄດ້ຂຶ້ນລົດໂດຍສານທີ່ສະຖານີ ຕະຫຼາດເຊົ້າ ຂ້າມດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໄປທີ່ແຂວງໜອງຄາຍ ປະເທດໄທ ກ່ອນທີ່ຈະເດີນທາງຕໍ່ດ້ວຍເຮືອບິນຈາກສະໜາມບິນອຸດອນທານີ ໄປທີ່ ສະໜາມບິນດອນເມືອງ ບາງກອກ ແລ້ວກໍເດີນທາງໄປທີ່ພັກຕໍ່.
- ວັນທີ 15 ມີນາ ຜູ້ກ່ຽວໄດ້ພັກຢູ່ທີ່ຫໍພັກກັບເອື້ອຍຮັກ ບໍ່ໄດ້ໄປໃສ.
- ວັນທີ 16 ມີນາ ໄປງານວັນເກີດ ແລະ ໄດ້ນັ່ງຮ່ວມໂຕະກັບຄົນອື່ນໆ 10 ຄົນ.
- ວັນທີ 17-19 ມີນາ ຢູ່ຫໍພັກກັບເອື້ອຍຮັກ ບໍ່ໄດ້ອອກໄປໃສ.
- ວັນທີ 20 ມີນາ ເດີນທາງກັບຈາກໄທ ຈາກສະໜາມບິນດອນເມືອງ ມາທີ່ສະໜາມບິນວັດໄຕ.
- ວັນທີ 21-27 ມີນາ ພັກຢູ່ຫ້ອງແຖວບໍ່ໄດ້ໄປໃສ
- ວັນທີ 28 ມີນາ ເອື້ອຍຮັກໂທມາບອກວ່າ ຄົນທີ່ໄປຮ່ວມງານລ້ຽງເລີ່ມມີອາການໄອ, ໄຂ້, ເມື່ອຍ, ປວດຮາກ, ເຈັບຫົວ, ຖອກທ້ອງ. ຈາກນັ້ນຜູ້ກ່ຽວຈຶ່ງໄດ້ເດີນທາງໄປກວດຢູ່ໂຮງໝໍ 150 ຕຽງ.
- ວັນທີ 29 ມີນາ ຜົນການກວດວິເຄາະອອກມາວ່າ ຜູ້ກ່ຽວຕິດເຊື້ອໂຄວິດ-19.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມລາວພັດທະນາ
ພາບ : AFP