ລັດອະນຸຍາດໃຫ້ 2 ບໍລິສັດ ຮັບສິດຂາຍຜ້າອັດປາກ-ດັງ 5,000 ກັບ ໃຫ້ປະຊາຊົນ ໃນລາຄາ 50,000 ຕໍ່ກັບ

ກະຊວງອຸດສາຫະກໍາ ແລະ ການຄ້າ ມອບໃຫ້ 2 ບໍລິສັດ ຂາຍຜ້າອັດປາກ-ດັງ 5 ພັນກັບ ໃຫ້ແກ່ປະຊາຊົນ ໃນລາຄາ 50 ພັນກີບຕໍ່ກັບເລີ່ມແຕ່ວັນທີ 31 ມີນາ ແລະ ຜູ້ໜຶ່ງສາມາດຊື້ໄດ້ພຽງ 1 ກັບ ໂດຍມີຂາຍຕາມສາຂາຂອງ 2 ບໍລິສັດຊີບີເອັຟ (CBF) ຟາຣມາ ແລະ ບໍລິສັດ ວຽງທອງການຢາ ໃນ 9 ແຂວງ.
ກົມການຄ້າພາຍໃນ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຕົກລົງກໍານົດໃຫ້ 02 ບໍລິສັດ ຄື: ບໍລິ ສັຕ ຊີບີເອຟ (CBF) ຟາຣມາ ຈໍາກັດ ແລະ ບໍລິສັດ ວຽງທອງການຢາ ຈໍາກັດ ເປັນຜູ້ຈໍາຫນ່າຍຜ້າອັດປາກ-ດັ່ງ (ແຜ່ນ ຕອງ 3 ຊັ້ນ) ຊະນິຕສາຍຢາງຢືດ ການາງຫມໍ ຊຶ່ງໄດ້ແບ່ງໃຫ້ບໍລິສັດລະ 2,500 ກັບ ລວມທັງຫມົດ 5,000 ກີບ, ກໍານົດລາຄາຂາຍ ຜ້າອັດປາກ-ຕັ້ງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ ການາງຫມໍ້ ໃນລາຄາ 50.000 ກີບ/ກັບ(01 ກັບ ມີ 50 ອັນ), ຖ້າແຍກອອກຂາຍຍ່ອຍ ຕ້ອງຂາຍໃນລາຄາບໍ່ໃຫ້ເກີນ 1,500 ກີບ/ອັນ. ໃນການຊື້ຜ້າອັດປາກ-ດັງ ຜູ້ຫນຶ່ງແມ່ນບໍ່ໃຫ້ເກີນ 1 ກັບ (ຊຶ່ງຜູ້ຊື້ຕ້ອງສົ່ງເນົ່າ ຫຼື ຖ່າຍພາບ ບັດປະຈໍາຕົວ ຫຼື ສໍາມະໂນຄົວ) ມາຢັ້ງຢືນພ້ອມ ແລະ ບໍ່ໃຫ້ສວຍໂອກາດຊື້ ເພື່ອໄປຂາຍເກັງກໍາໄລ.
ສ່ວນຈຸດສະຖານທີ່ ແລະ ວັນເວລາການຈໍາຫນ່າຍ ຂອງສອງບໍລິສັດ ແມ່ນ ເລີ່ມແຕ່ເວລາ 9:00ໂມງ ເປັນຕົ້ນ ໄປ ຂອງວັນທີ 31 ມີນາ 2020; ສໍາລັບ ບໍລິສັດ ຊີບີເອຟ (CBF) ຟາຣມາ ຈໍາກັດ ປະກອບມີ 03 ຈຸດ/ສະຖານທີ່ ຄື: ນະຄອຫຼວງວຽງຈັນ: ຈໍານວນ 1,300 ກັບ, ບໍລິສັດ ຕັ້ງຢູ່ຖະຫນົນ ດົງປາຍນາ ບ້ານໂພນສີນວນ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ, ເບີໂທຕິດຕໍ່: 030 4417404, ແຂວງສະຫວັນນະເຂດ, ຈໍານວນ 300 ກັບ, ບໍລິສັດ ຕັ້ງຢູ່ຖະຫນົນ A1, ບ້ານ ສະໜາມໄຊ ນະຄອນໄກສອນພົມວິຫານ, ເບີໂທຕິດຕໍ່ 020 2261530, ແຂວງ ຈໍາປາສັກ: ຈໍານວນ 900 ກັບ, ບໍລິສັດ ຕັ້ງຢູ່ ກິໂລແມັດທີ 4, ບ້ານ ກາງ, ນະຄອນປາກເຊ ເບີໂທຕິດຕໍ່ 031 215177. ສໍາລັບ ບໍລິສັດ ວຽງທອງການຢາ ຈໍາກັດ ປະກອບມີ 7 ຈຸດ/ສະຖານທີ່ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນ້ໍາທາ, ບໍ່ແກ້ວ ແລະ ຜົ້ງສາລີ.
ໂດຍມອບໃຫ້ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການຊື້ນໍາຫ້ອງ ການອຸດສາຫະກໍາ ແລະ ການຄ້າເມືອງ/ເທດສະບານ ແລະ ແຕ່ງຕັ້ງພະນັກງານ ກໍຄືເຈົ້າຫນ້າທີ່ກວດກາການຄ້າ ລົງ ຕິດຕາມ ແລະ ກວດກາ ຢູ່ບັນດາຮ້ານຈໍາຫນ່າຍ ທີ່ໄດ້ກໍານົດໄວ້ໃນແຈ້ງການສະບັບນີ້ ລວມທັງບັນດາຮ້ານຂາຍຢາ ແລະ ຮ້ານຄ້າທົ່ວໄປ ຢ່າງເປັນປະຈໍາ ຖ້າພົບເຫັນການລະເມີດ ໃຫ້ໃຊ້ມາດຕະການທາງບໍລິຫານ, ດໍາເນີນຄະດີທາງ ແພ່ງ ແລະ ທາງອາຍາ, ຖອນໃບອະນຸຍາດດໍາເນີນທຸລະກິດ, ຖອນໃບທະບຽນວິສາຫະກິດ ແລະ ມາດຕະການ ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.
ຫຼັງຈາກນັ້ນ, ໃຫ້ທັງສອງບໍລິສັດ ສະຫຼຸບລາຍງານ ຜົນຂອງການຈັດຕັ້ງປະຕິບັຕ ເຖິງກະຊວງອຸດສາຫະກໍາ ແລະ ການ ຄ້າ ຊາບ ເພື່ອເປັນຂໍ້ມູນລາຍງານຕໍ່ຂັ້ນເທິງ. ຖ້າບຸກຄົນໃດ ຫາກພົບເຫັນຜູ້ປະກອບການລະເມີດແຈ້ງການສະບັບນີ້ ແມ່ນ ໃຫ້ແຈ້ງເຖິງເບີໂທສະສັບ ສາຍດ່ວນ ປົກປ້ອງຜູ້ຊົມໃຊ້ 1510 ໃນໂມງລັດຖະການ.
ຂໍຂອບໃຈ
ພາບ : newyorkpost