ທາງລົດໄຟລາວ-ຈີນ ເລີ່ມວາງລາງໄລຍະທຳອິດ ຄວາມຍາວ 500 ແມັດ

ເວລາ 10:30 ໂມງຂອງວັນທີ 27 ມີນາ 2020 ໄດ້ທີການວາງລາງລົດໄຟໄລຍະ 500 ແມັດທຳອິດໃນໂຄງການທາງລົດໄຟລາວ-ຈີນ ຢູ່ທີ່ເຂດຮອບນອກຂອງນະຄອນຫຼວງວຽງຈັນ ເຊິ່ງນີ້ເປັນອີກໜຶ່ງຂີດໝາຍສຳຄັນຂອງໂຄງການດັ່ງກ່າວ ຫຼັງຈາກທີ່ເລີ່ມກໍ່ສ້າງໃນວັນທີ 1 ມັງກອນ 2017.
ໂຄງການດັ່ງກ່າວນີ້ຈະນຳໃຊ້ລາງແບບດ່ຽວ ໄລຍະ 414ກິໂລແມັດ ຈາກບໍ່ເຕ່ນ ຊາຍແດນລາວ-ຈີນ ຜ່ານແຂວງຫຼວງພະບາງ, ວັງວຽງ ແລະ ເຊື່ອມຕໍ່ໃສ່ນະຄອນຫຼວງວຽງຈັນ. ທາງລົດໄຟຈະເຊື່ອມເຂົ້າກັບລະບົບທາງລົດໄຟ ອວີ້ຊີ ຂອງຈີນ ແລະ ທາງລົດໄຟທ່ານາແລ້ງ-ໜອງຄາຍ ຂອງໄທ.
ທັງນີ້ວຽກໂຍທາແມ່ນສຳເລັດຕັ້ງແຕ່ໄລຍະທ້າຍປີ 2019 ແລະ ມີແຮງງານຫຼາຍກວ່າ 10,000 ຄົນຍັງຄົງເຮັດວຽກໃນໂຄງການ ໃນໄລຍະບຸນປີໃໝ່ຈີນ.
ປັດຈູບັນ ວຽກໂຍທາ ປະກອບມີ ຂົວ ແລະ ອຸມົງ ແມ່ນຢູ່ໃນຂັ້ນຕອນສຸດທ້າຍ ໃນຂະນະທີ່ ວຽກກໍ່ສ້າງສະຖານີໄຟຟ້າ 4 ແຫ່ງ ແລະ ສະຖານີລົດໄຟ ໄດ້ເລີ່ມຂຶ້ນແລ້ວ ແລະ ບໍລິສັດທາງລົດໄຟຈີນ ກ່າວວ່າ ໂຄງການມີກຳນົດສຳເລັດພາຍໃນທ້າຍປີ 2021.
ຂໍຂອບໃຈ
ຂໍ້ມູນ : Rail Journal