"ເມເມ ສະຫວັນ" ເລົ່າປະສົບການຄົນໃກ້ຊິດຕິດໂຄວິດ-19 ເຖິງ 3 ລາຍ ຊີ້ເປັນເລື່ອງໃກ້ໂຕ ຢາກໃຫ້ໃສ່ໃຈ

ເມເມ ສະຫວັນ ໄຮໂຊຈາກສະຫວັນນະເຂດອອກມາ live ໃນເຟສບຸກເລົ່າປະສົບການໂຕຈິງທີ່ໄດ້ໃຫ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ ແລະ ການໄປກວດຫາເຊື້ອຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍສູນກາງ 103 ກອງທັບ.
Live ໃນເຟສບຸກດັ່ງກ່າວມີຂຶ້ນເວລາປະມານ 8:49 ໂມງແລງ ຂອງວັນທີ 26 ມີນາ 2020 ຜູ້ກ່ຽວເລົ່າວ່າ ໂຕເອງຮູ້ຈັກກັບຜູ້ຕິດເຊື້ອ 3 ຄົນທີ່ເປັນຜູ້ຊາຍທັງໝົດເຊິ່ງ ຜູ້ຕິດເຊື້ອທີ່ຊື່ວ່າທ້າວ ເຈມບອນ (ກໍລະນີທີ 3) ໄດ້ໄປເມືອງນອກກັບຕົນເອງມາ ແລະ ຮູ້ຈັກກັບ ທ້າວ ສິລິສັກ ເຊິ່ງເປັນພະນັກງານໂຮງແຮມຄຣາວພລາຊາ (ກໍລະນີທີ 2).
ໃນ Live ເມເມ ໄດ້ເລົ່າເຫດການທັງໝົດຢ່າງລະອຽດ ເຊິ່ງໃນນັ້ນ ທ້າວ ສິລິສັກ ກໍລະນີຕິດເຊື້ອທີ 2 ແລະ ທ້າວ ເຈມບອນ ກໍລະນີຕິດເຊື້ອທີ 3 ແມ່ນມີການພົວພັນໃກ້ຊິດກັນໃນໄລຍະທີ່ ເມເມ ພັກຢູ່ໂຮງແຮມຄຣາວພລາຊາຕັ້ງແຕ່ວັນທີ 18 ມີນາ ໂດຍມີການກິນເຂົ້າຮ່ວມກັນ ໄປຈົນຮອດມື້ທີ່ກະຊວງສາທາລະນະສຸກປະກາດ 2 ກໍລະນີຕິດເຊື້ອຢັ້ງຢືນທຳອິດຂອງລາວໃນວັນທີ 24 ມີນາ 2020 ເມເມ ກໍມີການຕິດຕາມບຸກຄົນທີ່ກ່ຽວຂ້ອງໃຫ້ເອົາໃຈໃສ່ປະຕິບັດຕົນເອງຕາມາດຕະການທີ່ລັດວາງອອກ ເພື່ອຄວາມປອດໄພຂອງຄົນໃກ້ຊິດ. ຈົນມາຮອດວັນທີ 25 ມີນາ 2020 ກະຊວງດັ່ງກ່າວ ກໍປະກາດຜູ້ຕິດເຊື້ອວ່າ ເຈມບອນ ເປັນຜູ້ຕິດເຊື້ອກໍລະນີທີ 3 ຂອງລາວ. ເມເມ ກ່າວວ່າ ຜູ້ກ່ຽວບໍ່ມີໄຂ້ເລີຍ ມີແຕ່ໄອ ແລະ ເຈັບຄໍ.
ຫຼັງຈາກນັ້ນ ເມເມ ກໍໄດ້ແນະນຳໃຫ້ຄົນໃນຄອບຄົວຂອງ ເຈມບອນໄປກວດ ເພາະມີປະຫວັດໃກ້ຊິດກັບຜູ້ກ່ຽວ ແລະ ມີອາການບໍ່ສະບາຍ ເຊິ່ງໃນວັນທີ 26 ມີນາ ລັດໄດ້ປະກາດຜູ້ຕິດເຊື້ອລາຍໃໝ່ (ຄົນທີ 4 ຂອງນະຄອນຫຼວງ) ແລະ ຜູ້ນັ້ນກໍເປັນອ້າຍຂອງ ເຈມບອນ.
ເມເມ ກ່າວວ່າ ເຖິງວ່າຈະບໍ່ມີອາການໄຂ້ (ອຸນຫະພູມ 37.5 ອົງສາ) ແຕ່ຖ້າຫາກຢູ່ໃກ້ຊິດກໍມີຄວາມສ່ຽງທີ່ຈະຕິດພະຍາດໄດ້ ແລະ ຢາກໃຫ້ບຸກຄົນໃດຫາກມີຄວາມສ່ຽງຄື ມີອາການໄຂ້, ໄອ, ຫາຍໃຈຍາກ ແລະ ອາການອື່ນໆ ລວມທັງໄດ້ໃກ້ຊິດກັບຜູ້ຕິດເຊື້ອ ຫຼື ໄປປະເທດທີ່ມີການລະບາດ ແມ່ນໃຫ້ໄປກວດຫາເຊື້ອ ໂດຍຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍ 103 ແມ່ນບໍ່ມີການເສຍຄ່າໃດໆ ແລະ ໃຫ້ເລົ່າໃຫ້ແພດໝໍຟັງໃຫ້ລະອຽດ ແລະ ຢໍ້າວ່າຕົນເອງສະໝັກໃຈກວດ. ພ້ອມນີ້ກໍໄດ້ຮຽກຮ້ອງໃຫ້ທຸກຄົນໃຫ້ຄວາມຮ່ວມມືກັບພັກລັດ ຢູ່ບ້ານເຮືອນ ບໍ່ໄປໃສ ໂດຍສະເພາະຜູ້ທີ່ຈຳກັດບໍລິເວນຕົນເອງ 14 ມື້ ຍິ່ງຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ.
ແນວໃດກໍຕາມ ສຳລັບຜູ້ທີ່ບໍ່ໄດ້ຢູ່ໃນພາວະສ່ຽງໃດໆນັ້ນ ເມເມ ກໍໄດ້ຮຽກຮ້ອງໃຫ້ມີສະຕິພິຈາລະນາຕົນເອງ ວ່າອາການດັ່ງກ່າວສົມຄວນແລ້ວບໍ່ ເພາະການໄປແອອັດຢູ່ໂຮງໝໍຈະເຮັດໃຫ້ແພດໝໍເຮັດວຽກບໍ່ສະດວກ ແລະ ສ່ຽງຕິດເຊື້ອນຳອີກ. ພ້ອມນັ້ນກໍໃຫ້ເຫັນໃຈແພດໝໍ ເພາະອຸປະກອນ ເຄື່ອງມືຕ່າງໆແມ່ນມີຈຳກັດ ແລະ ຕ້ອງໄດ້ເບິ່ງແຍງຜູ້ທີ່ຢູ່ໃນກຸ່ມສ່ຽງກ່ອນ.
ສຳລັບລາຍລະອຽດທັງໝົດ ສາມາດຟັງໄດ້ຈາກວິດີໂອລຸ່ມນີ້.
ຂໍຂອບໃຈ
ຂໍ້ມູນ : IG: maymay_savan