ສປ ຈີນ ອອກຄູ່ມືການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ສະບັບພາສາລາວ

ຄະນະກໍາມະການສາທາລະນະສຸກ ແຂວງຢຸນນານ, ມະຫາວິທະຍາໄລການແພດຄຸນໝິງ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາແຂວງຢຸນນານ ແລະ ສໍານັກພິມການສຶກສາ ແຂວງຢຸນນານ, ກຸມບໍລິສັດສໍານັກພິມແຂວງຢຸນນານ ແລະ ສໍານັກພິມອີເລັກໂຕຣນິກສຽງພາບການສຶກສາແຂວງຢຸນນານ ໄດ້ອອກຄູ່ມືການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ເພື່ອເປັນການໃຫ້ຂໍ້ມູນຄວາມຮູ້ ແລະ ວິທີການປ້ອງກັນຂອງພະຍາດດັ່ງກ່າວ.
ສໍາລັບປຶ້ມດັ່ງກ່າວ, ປະກອບມີ 6 ພາກ ຄື: ຄວາມຮູ້ທົ່ວໄປ, ອາການ, ວິທີການປ້ອງກັນ, ການກິນອາຫານທີ່ຖືກຕ້ອງຕາມຫຼັກການວິທະຍາສາດ, ວິທີການຫຼຸດຜ່ອນຄວາມກົດດັນໃນຊ່ວງໄລຍະລະບາດ ແລະ ນັກຊ່ຽວຊານຕອບຂໍ້ສົງໄສ.
ລາຍລະອຽດສາມາດເບິ່ງໄດ້ໃນອາລະບໍ້າຮູບລຸ່ມນີ້.
ຂໍຂອບໃຈ
ຂໍ້ມູນ : ຄະນະກໍາມະການສາທາລະນະສຸກ ແຂວງຢຸນນານ