ສປ ຈີນ ຊ່ວຍເຫຼືອຢາກວດເຊື້ອໄວຣັດ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ

ໃນວັນນີ້ 26 ມີນາ 2020, ສະຖານທູດແຫ່ງ ສປຈີນ ປະຈຳ ສປປລາວ ໄດ້ເຜີຍໃຫ້ຮູ່ວ່າ: ລັດຖະບານແຫ່ງ ສປ ຈີນ ໄດ້ສະໜອງຢາກວດເຊື້ອໄວຣັດຈຳນວນ 2016 ຊຸດໃຫ້ແກ່ລາວແລ້ວ, ພ້ອມດ້ວຍຊຸດປ້ອງກັນ 5,000 ຊຸດ, ຜ້າປິດປາກ N95 ຜ້າປິດປາກການແພດທຳມະດາຈຳນວນ 4 ແສນອັນ ແລະ ຢາກວດເຊື້ອໄວຣັດ 20,000 ຊຸດ ໄດ້ກຳລັງສົ່ງມາຮອດລາວ.
ລັດຖະບານແຫ່ງ ສປຈີນ ຍັງຈະອີງຕາມຄວາມຕ້ອງການຕົວຈິງຂອງລາວໃນການປ້ອງກັນ ແລະ ຄວບຄຸມພະຍາດ ແລ້ວພ້ອມພິຈາລະນາໃຫ້ການຊ່ວຍເຫຼືອທີ່ສົມຄູ່ກັນ. ໃນຂະນະດຽວກັນນີ້: ອົງການປົກຄອງທ້ອງຖີ່ນຕ່າງໆຂອງ ສປຈີນ ເຊັ່ນ: ແຂວງຢຸນນານ, ແຂວງຫູໜານ, ນະຄອນຈຸ່ງກິ່ງ, ແຂວງຊານຕົງ ແລະ ນະຄອນຊຽງໄຮ້, ພ້ອມກັບສະມາຄົມພັດທະນາເສດຖະກິດອາຊີຈີນ, ສະຫະພັນນັກວິສາຫະກິດຈີນ ແລະ ຕ່າງປະເທດ, ທະນາຄານ ICBC ສາຂານະຄອນຫຼວງວຽງຈັນກໍ່ຄືອົງການຈັດຕັ້ງຕ່າງໆ, ພ້ອມກັບຊາວຈີນທີ່ຢູ່ ສປປລາວ ກໍ່ຄືຄະນະຊາວຈີນຕ່າງດ້າວກໍ່ໄດ້ຕັ້ງໜ້າລະດົມໃຫ້ການຊ່ວຍເຫຼືອ ແລະ ບໍລິຈາກ.
ສໍາລັບອຸປະກອນເຫຼົ່ານີ້ ມີສ່ວນໜຶ່ງໄດ້ຖືກສົ່ງໄປຮອດລາວແລ້ວ, ທີ່ເຫຼືອນັ້ນກໍ່ພວມຫ້າງຫາກະກຽມຢູ່,ໃນນາມເປັນຄູ່ຮ່ວມຊາຕາກຳ ພັກຄອມມູນິດຈີນ ລັດຖະບານແຫ່ງ ສປຈີນ ກໍ່ຄືປະຊາຊົນຈີນ, ມີຄວາມເຫັນອົກເຫັນໃຈຕໍ່ລາວທີ່ກຳລັງປະສົບການກະທົບຈາກພະຍາດໂຄວິດ-19 ແລະ ຍິນດີຮ່ວມໃຈຮ່ວມແຮງກັບກັບຝ່າຍລາວຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.