ຈົງໃຈແພ່ເຊື້ອພະຍາດຮ້າຍແຮງສູ່ຄົນອື່ນຜິດກົດໝາຍ ຈຳຄຸກສູງສຸດ 15 ປີ ປັບໃໝສູງສູດ 70 ລ້ານກີບ

ປັດຈຸບັນປະເທດເຮົາກໍາລັງປະເຊີນກັບການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍມີຜູ້ຕິດເຊື້ອຫຼ້າສຸດເຖິງ 6 ກໍລະນີ ແລ້ວ ແຕ່ທັ້ງນີ້ ກໍປະກົດເຫັນຫຼາຍໆຄົນທີ່ຍັງຫົວແຂງ ບໍ່ປະຕິບັດຕາມມາດຕະການ, ບໍ່ສົນໃຈຕໍ່ເຫດການດັ່ງກ່າວ ໂດຍສະເພາະ ແຮງງານລາວ ທີ່ເດີນທາງມາຈາກປະເທດກຸ່ມສ່ຽງການຕິດເຊື້ອ, ຫຼີກລ່ຽງການກັກຕົວ ອອກທ່ຽວຊຸມແຊວ. ໃນກໍລະນີນີ້ ຖ້າເກີດບຸກຄົນໃດອາດຮູ້ວ່າຕົນເອງມີອາການ, ຮູ້ວ່າຕົນເອງຕິດແຕ່ບໍ່ປະຕິບັດຕາມມາດຕະການ ເຈດຕະນາແພ່ເຊື້ອພະຍາດທີ່ຮ້າຍແຮງສູ່ບຸກຄົນອື່ນ ຈະມີຄວາມຜິດທາງອາຍາ ມາດຕາ 199 ການແພ່ເຊື້ອພະຍາດທີ່ຮ້າຍແຮງ ຕາມທີ່ກຳນົດໄວ້ໃນປະມວນກົດໝາຍອາຍາ.
ໂດຍໃນມາດຕານີ້ລະບຸວ່າ: ຜູ້ຕິດເຊື້ອພະຍາດທີ່ຮ້າຍແຮງ ຫາກນຳເອົາເຊື້ອພະຍາດນັ້ນ ໄປແພ່ຂະຫຍາຍສູ່ບຸກຄົນອື່ນໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບ ແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝແຕ່ 10,000,000 ກີບ ຫາ 50,000,000 ກີບ.
ບຸກຄົນໃດ ໂດຍເຈດຕະນາ ນຳເອົາເຊື້ອພະຍາດທີ່ຮ້າຍແຮງ ໄປແພ່ຂະຫຍາຍສູ່ບຸກຄົນອື່ນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 5 ຫາ 10 ປີ ແລະ ຈະຖືກປັບໃໝ ບໍ່ເກີນ 30,000.000 ກີບ 70,000,000 ກີບ.
ໃນກໍລະນີທີ່ຜູ້ກະທໍາຜິດ ຫາກໄດ້ນຳເອົາເຊື້ອພະຍາດທີ່ຮ້າຍແຮງ ໄປແຜ່ຂະຫຍາຍ ສູ່ບຸກຄົນອື່ນ ເປັນອາຈິນ ຫຼື ມີການຈັດຕັ້ງເປັນກຸ່ມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 7 ປີ ຫາ 15 ປີ ແລະ ຈະຖືກປັບໃໝແຕ່ 50,000,000 ກີບ ຫາ 70,000,000 ກີບ.
(ໜຸ່ມໂສດ)
ຂໍຂອບໃຈ
ຂໍ້ມູນ : ປະມວນກົດໝາຍອາຍາ ສະບັບປີ 2017