ດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 3 ຄົນ ເປັນຄົນຫຼວງພະບາງ 2 ລາຍ - ນະຄອນຫຼວງ 1 ລາຍ

ເມື່ອເວລາ 15:00 ໂມງຂອງມື້ນີ້ (25 ມີນາ 2020), ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ ພົບຜູ້ຕິດເຊື້ອໂຄວິດ-19 ຢູ່ລາວເພີ່ມອີກ 3 ກໍລະນີ ໃນນັ້ນເປັນຄົນແຂວງຫຼວງພະບາງ 2 ກໍລະນີ ແລະ ຄົນນະຄອນຫຼວງວຽງຈັນ 1 ກໍລະນີ.
ສຳລັບກໍລະນີຕິດເຊື້ອໂຄວິດ-19 ທີ່ເປັນຄົນຫຼວງພະບາງ ຄະນະສະເພາະກິດລະບຸວ່າ ຄົນທຳອິດເປັນ ເພດຊາຍ ອາຍຸ 42 ປີ ອາຊີບຂັບລົດຮັບສົ່ງນັກທ່ອງທ່ຽວ ແລະ ຄົນທີ 2 ແມ່ນ ເພດຊາຍ ອາຍຸ 42 ປີ ອາຊີບຂັບລົດຮັບສົ່ງນັກທ່ອງທ່ຽວເຊັ່ນກັນ. ທັງນີ້ ທັງ 2 ກໍລະນີນີ້ຕິດເຊື້ອມາຈາກກໍລະນີທີ່ເປັນພະນັກງານນຳທ່ຽວເພດຍິງ ເຊິ່ງເປັນກໍລະນີທຳອິດຂອງລາວ.
ສ່ວນກໍລະນີຕິດເຊື້ອທີ່ເປັນຄົນນະຄອນຫຼວງວຽງຈັນ ແມ່ນເປັນເພດຊາຍອາຍຸ 41 ປີ ອາໄສຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີປະຫັວດການສຳຜັດກັບກໍລະນີຕິດເຊື້ອກ່ອນໜ້ານີ້ ນັ້ນກໍຄືຜູ້ຕິດເຊື້ອຄົນທີ 3.
ມາຮອັດປັດຈຸບັນ ມີຜູ້ຕິດເຊື້ອໂຄວິດ-19 ຢູ່ລາວລວມທັງໝົດ 6 ລາຍ ໃນນັ້ນ 4 ລາຍເປັນຄົນນະຄອນຫຼວງວຽງຈັນ ແລະ 2 ລາຍເປັນຄົນຫຼວງພະບາງ.