ຂ່າວຮ້າຍວົງການບານເຕະ! "Lorenzo Sanz" ອະດີດປະທານສະໂມສອນ Real Madrid ເສຍຊີວິດແລ້ວ

Lorenzo Sanz ອະດີດປະທານສະໂມສອນ Real Madrid ກາຍເປັນຜູ້ເຄາະຮ້າຍອີກຄົນທີ່ຕ້ອງເສຍຊີວິດໃຫ້ກັບການຕິດເຊື້ອໄວຣັດໂຄວິດ-19. ເຊິ່ງປະຈຸບັນກຳ ກຳລັງແພ່ລະບາດໄປທົ່ວໂລກ ເກີດຂ່າວຮ້າຍໃນວົງການບານເຕະເມື່ອ Lorenzo Sanz, ອະດີດປະທານສະໂມສອນ "ກະສັດຊຸດຂາວ" Real Madrid ຂອງລາລີກາ ປະເທດສະເປນໄດ້ເສຍຊີວິດລວມອາຍຸ 76 ປີ, ຫຼັງຈາກທີ່ໄດ້ຮັບການປິ່ນປົວ ຍ້ອນຕິດເຊື້ອພະຍາດຂອງ Covid-19 ແຕ່ກໍບໍ່ສາມາດຍື້ຊີວີດໄວ້ໄດ້.
ສຳລັບ Sanz ລາວເປັນປະທານສະໂມສອນຂອງ Madrid ໃນຊ່ວງໄລຍະປີ 1995-2000, ໃນນັ້ນReal Madrid ໄດ້ແຊ້ມລາລີກາ1ສະໄໝ ແລະ ແຊັມ UEFA Champions League 2ສະໄໝ. ນອກຈາກນັ້ນ, ໃນໄລຍະເວລາທີ່ Sanchez ຄຸມທີມ Real Madrid ຍັງມີນັກເຕະທີ່ມີຊື່ສຽງເຊັ່ນ Dorsukur, Pedrak Miyatovich, Roberto Carlos ແລະ Clarence Sedorf ເຂົ້າຮ່ວມທີມເຕະບານນຳ.ຫລັງຈາກນັ້ນ, ໃນປີ 2000, Sanz ແພ້ການເລືອກຕັ້ງຕຳແໜ່ງປະທານສະໂມສອນໃຫ້ແກ່ Florentino Perez, ຕໍ່ມາ, Sanz ໄດ້ກັບມາຮັບຕຳແໜ່ງອີກເທື່ອໜຶ່ງ ໃນປີ 2006.
ບໍ່ດົນມານີ້, Sanz ໄດ້ອອກຂ່າວດັງເມື່ອພົບວ່າມີການຕິດເຊື້ອໄວຣັດ ໂຄວິດ-19 ເພາະສະນັ້ນຈຶ່ງຕ້ອງໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ແລະສຸດທ້າຍກໍໄດ້ເສຍຊີວິດລົງ ລູກຊາຍ Lorezzo San Duran ຂອງ Sonz ໄດ້ເປີດເຜີຍວ່າ:“ພໍ່ຂອງຂ້ອຍໄດ້ເສຍຊີວິດແລ້ວ, ລາວບໍ່ສົມຄວນພົບຈຸດຈົບແບບນີ້ ເປັນໜຶ່ງ ໃນຄົນທີ່ກ້າຫານ ແລະ ເຮັດວຽກໜັກທີ່ສຸດທີ່ຂ້ອຍເຄີຍພົບໃນຊີວິດຂອງຂ້ອຍ. ຄອບຄົວແລະ Real Madrid ແມ່ນຄວາມຮັກຂອງລາວ” Sanz ຍັງມີລູກຊາຍສອງຄົນຄື Paco ແລະ Fernando, ເຊິ່ງທັງສອງແມ່ນນັກເຕະໃນລະບົບເຍົາວະຊົນ Madrid. ລວມທັງການເປັນພໍ່ຂອງທ່ານ Michel Salgado, ອະດີດປີກຂວາຂອງທີມຊາດສະເປນ.