ກະຊວງສຶກສາທິການ ແລະ ກີລາຫາລືວິທີຈັດການຮຽນການສອນທາງອອນລາຍ ຫຼັງປິດໂຮງຮຽນຮັບມືໂຄວິດ-19

ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວິທີການຈັດການຮຽນການສອນ ພາຍຫຼັງທີ່ມີການໂຈະການຮຽນການສອນໃນສະຖານການສຶກສາ ທັງນີ້, ກໍ່ເພື່ອເປັນການວາງແຜນການໃຫ້ລະອຽດກ່ຽວກັບການກໍານົດແຜນການຈັດການຮຽນການສອນ ໂດຍສະເພາະການກຳນົດວຽກບ້ານໃຫ້ຄູ ແລະ ນັກຮຽນ ໃນໄລຍະໂຈະການຮຽນການສອນ ແລະ ຄົ້ນຄວ້າວີທິການຕ່າງໆ ເພື່ອເຮັດໃຫ້ນັກຮຽນທີ່ຢູ່ເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງສື່ການຮຽນການສອນ ທາງໂທລະພາບ ແລະ ສື່ອອນລາຍອື່ນໆ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 25 ມີນາ ຜ່ານມາ ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ. ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີບັນດາຜູ້ຕາງໜ້າຈາກຈາກ ຫ້ອງການກະຊວງ, ກົມສາມັນສຶກສາ, ກົມການສຶກສາກ່ອນໄວຮຽນ, ສູນໄອຊີທີ, ສວສ, ອົງການຊ່ວຍເຫຼືອເດັກສາກົນປະຈໍາ ສປປ ລາວ, ອົງການແພຣນ, ອົງການຊາຍຝັນ ແລະ ອົງການສຸພານິມິດ ລວມທັງໝົດ 16 ທ່ານເຂົ້າຮ່ວມ.
ກອງປະຊຸມປຶກສາຫາລືກ່ຽວກັບວິທີການຈັດການຮຽນການສອນ ພາຍຫຼັງໂຈະການຮຽນການສອນ ໃນສະຖານການສຶກສາ ເພື່ອເປັນການເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 379/ສສກ. ລົງວັນທີ 23 ມີນາ 2020; ໃຫ້ຄູ່ຮ່ວມພັດທະນາສົມທົບກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຄົ້ນຄວ້າຄວາມເປັນເອກະພາບກັນໃນການກໍານົດວຽກບ້ານໃຫ້ຄູ ແລະ ນັກຮຽນ ໃນໄລຍະໂຈະການຮຽນການສອນ ແລະ ຄົ້ນຄວ້າວີທິການເພື່ອເຮັດໃຫ້ນັກຮຽນທີ່ຢູ່ເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງສື່ການຮຽນການສອນ ທາງໂທລະພາບ ແລະ ສື່ອອນລາຍອື່ນໆ, ສໍາລັບການຈັດວິທີການຮຽນການສອນ ໃນໄລຍະໂຈະການຮຽນການສອນດັ່ງກ່າວ ຊັ້ນອະນຸບານ ແມ່ນຈະໄດ້ແນະນໍາໃຫ້ພໍ່ແມ່ຜູ້ປົກຄອງເປັນຜູ້ລຽ້ງດູລູກ; ຊັ້ນປະຖົມສຶກສາ ແມ່ນຈະໄດ້ແນະນໍາຜ່ານສື່ໂທລະພາບ, ວິທະຍຸ ແລະ ສື່ອອນໄລຕ່າໆ ກ່ຽວກັບການປ້ອງກັນ ແລະ ການລ້າງມື, ພ້ອມທັງຈັດການຮຽນການສອນ 3 ວິຊາຫຼັກ ຄື: ວິຊາພາສາລາວ, ວິຊາຄະນິດສາດ ແລະ ວິຊາພາສາອັງກິດ.
ສ່ວນຊັ້ນມັດທະຍົມສຶກສາ ແມ່ນຈະໄດ້ແນະນໍາຜ່ານສື່ໂທລະພາບ, ວິທະຍຸ ແລະ ສື່ອອນໄລຕ່າໆກ່ຽວກັບການປ້ອງກັນ ແລະ ການລ້າງມື ພ້ອມທັງແນະນໍາໃຫ້ນັກຮຽນຮຽນດ້ວຍຕົນເອງ, ສະເໜີຫາກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອຂໍເວລາການອອກອາກາດທາງໂທລະພາບ; ໃຫ້ທຸກພາກສ່ວນເພີ່ມທະວີຄວາມເອົາໃຈໃສ່ໂຄສະນາແນະນໍາວິທີການລ້າງມື ແລະ ວິທີການປ້ອງກັນ ແລະ ສ້າງຄວາມເຂົ້າໃຈກ່ຽວກັບການແຜ່ລະບາດຂອງພະຍາດອັກເສບປອດ COVID-19 ໂດຍຜ່ານຫຼາຍຊ່ອງທາງ.
(ສາຍເຜືອກ)