ຄູ່ຮັກມາເລເຊຍຈັດງານແຕ່ງແບບ Drive-Through ໃຫ້ແຂກຂັບລົດຜ່ານ ຫຼຸດການໃກ້ຊິດ ປ້ອງກັນໂຄວິດ-19

ສາມາດເວົ້າໄດ້ວ່າມີຜົນກະທົບຕໍ່ທຸກວົງການກໍວ່າໄດ້ ສຳລັບໄວຣັດໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ19, ທີ່ກຳ ລັງແຜ່ລາມຢ່າງໄວວາໃນທົ່ວໂລກ. ບໍ່ວ່າຈະເປັນການແຂ່ງຂັນກີລາ, ການແຂ່ງຂັນໃຫຍ່, ແລະອື່ນໆ, ມັນຕ້ອງຖືກຢຸດຊະງັກລົງເພື່ອປ້ອງກັນການແຜ່ກະຈາຍຂອງ COVID-19, ລວມໄປເຖິງ “ງານແຕ່ງດອງ” ຂອງຄູ່ຮັກຫຼາຍໆຄູ່ ຕ້ອງໄດ້ຖືກເລື່ອນໄປຢ່າງບໍ່ມີກຳນົດ.
ແຕ່ວ່າຢູ່ປະເທດມາເລເຊຍຍັງມີໜຶ່ງຄູ່ຮັກຄູ່ໜຶ່ງ ທີ່ແກ້ໄຂບັນຫາວິກິດການແຕ່ງດອງຈາກການແພ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໄດ້ ເຊິ່ງພວກເຂົາຈັດງານແຕ່ງງານແບບ “Drive -Thru” ແບບງ່າຍໆ ແລະ ປອດໄພ. ໂດຍເຈົ້າບ່າວເຈົ້າສາວຈະນັ່ງຖ້າທັກທາຍ ແລະ ຕ້ອນຮັບ ເຊິ່ງບັນດາແຂກທີ່ເຂົ້າຮ່ວມງານຕ້ອງຂັບລົດຜ່ານ ເປີດແວ່ນລົດເພື່ອຕ້ອນຮັບເຈົ້າບ່າວ - ເຈົ້າສາວ ປ່ອນຝາກຂອງຂວັນ ຫຼື ເງິນເຂົ້າໃນກ່ອງແລ້ວກໍຂັບລົດກັບ ຖືວ່າສຳເລັດພິທີ.
ບັນດາແຂກທີ່ຢູ່ໃນລົດທີ່ຕ້ອງການເຂົ້າຮ່ວມຍິນດີ ແມ່ນຈະງົດການຈັບມືທຸກກໍລະນີ, ແຕ່ເຈົ້າບ່າວເຈົ້າສາວຈະສາມາດສະແດງສັນຍານມື ໂດຍການວາງມືໃສ່ໜ້າເອິກ ໃນຂະນະທີ່ສົ່ງຮອຍຍິ້ມຫວານແທນ, ແລະຍັງມີອາຫານເພື່ອສົ່ງກັບເມືອໃຫ້ແຂກຜູ້ມີກຽດອີກດ້ວຍ.
ຖືວ່າເປັນແນວຄິດສ້າງສັນໜຶ່ງເລີຍກໍວ່າໄດ້ ສຳລັບການຈັດງານແຕ່ງດອງແບບທຳມະດາ, ລຽບງ່າຍ ແລະ ສາມາດປະຢັດຄ່າໃຊ້ຈ່າຍໄດ້ຫຼາຍ. ແຕ່ແນວໃດກໍຕາມສຳລັບຄົນລາວເຮົາ ໃນໄລຍະນີ້ທາງພາກລັດເພິ່ນກໍຂໍຄວາມຮ່ວມມືໃຫ້ເລື່ອນການຈັດງານແຕ່ງດອງອອກໄປກ່ອນ ຖ້າເປັນໄປໄດ້ກໍເລື່ອນໄປກ່ອນກໍຈະດີຫຼາຍ ເພື່ອຄວາມປອດໄພຂອງທຸກຄົນ.