ປກສ ນະຄອນຫຼວງແຈ້ງເຈົ້າໜ້າທີ່ 6 ເມືອງລຽບຊາຍແດນ ກວດກາການລັກລອບຂ້າມໄປ-ມາຢ່າງເຂັ້ມງວດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ ແຈ້ງການເຖິງບັນດາຫ້ອງການ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ບັນດາກອງບັນຊາການ ປກສ ເມືອງ ໂດຍສະເພາະແມ່ນຫ້ອງການສັນຕິພາບ, ບັນດາ ປກສ ເມືອງ ທີ່ຢູ່ລຽບຕາມຊາຍແດນລາວ-ໄທ ໃຫ້ພ້ອມກັນເອົາໃຈໃສ່ຕິດຕາມ, ກວດກາ ແລະ ປ້ອງການການແຜ່ລະບາດຂອງພະຍາດ ໂຄວິດ-19 ຄື: ໃຫ້ປະສານສົມທົບກັບອຳນາດການປົກຄອງ ຕິດຕາມກວດກາຢ່າງເຂັ້ມງວດ ໃນການລັກລອບຂ້າມໄປ-ມາລຽບຕາມຊາຍແດນຂອງປະຊາຊົນລາວ ແລະ ຊາວຕ່າງປະເທດ.
ຖ້າວ່າພົບເຫັນແມ່ນໃຫ້ສົມທົບກັບຄະນະຮັບຜິດຊອບຂັ້ນເມືອງ ກວດກາສຸຂະພາບ ແລະ ນຳຕົວໄປກັກບໍລິເວນຕາມຈຸດທີ່ໄດ້ກຳນົດ ດັ່ງນີ້: ເມືອງປາກງື່ມ (ມສ ໝາກນາວ), ເມືອງຫາດຊາຍຟອງ ( ມຕ ດອນສະຫວ່າງ), ເມືອງສີສັດຕະນາກ (ປະຖົມດອນກອຍ), ເມືອງຈັນທະບູລີ (ມປ ອຸດົມເລກ 9), ເມືອງສີໂຄດຕະບອງ (ປະຖົມບ້ານໃໝ່) ແລະ ເມືອງສັງທອງ (ມສ ນໍ້າສັງ) ມອບໃຫ້ ປກສ 6 ເມືອງ ລຽບຕາມຊາຍແດນແຕ່ງຕັ້ງພະນັກງານເຂົ້າຮ່ວມປ້ອງກັນຢູ່ຕາມສະຖານທີ່ກັກບໍລິເວນທີ່ກຳນົດ.
ຂໍຂອບໃຈ
ຂໍ້ມູນ : ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ