ກຸສົນແຮງ! "ເມດຊີ" ບໍລິຈາກ 1 ລ້ານຢູໂຣໃຫ້ໂຮງໝໍໃນບາເຊໂລນາ ແລະ ບ້ານເກີດ ສູ້ໂຄວິດ-19

ລິໂອເນລ ເມດຊີ ຊູເປີສະຕາຂອງ "ເຈົ້າບຸນທຸ້ມ" ບາເຊໂລນາ ສະໂມສອນຍັກໃຫຍ່ແຫ່ງລາລີກາ ສະເປນ ບໍລິຈາກເງິນ 1 ລ້ານຢູໂຣ (ປະມານ 9.7 ຕື້ກີບ) ໃຫ້ໂຮງໝໍໃນບາເຊໂລນາ ແລະ ປະເທດອາເຈນຕິນາ ເພື່ອຊ່ວຍເຫຼືອດ້ານການແພດໃນການຕໍ່ສູ້ກັບພະຍາດໂຄວິດ-19.
"ລິໂອເນລ ເມດຊີ ບໍລິຈາກເພື່ອຊ່ວຍສູ້ #COVID19 ທີ່ Hospital Clínic ຂອບໃຈລີໂອ ສຳລັບການມີສ່ວນຮ່ວມ ແລະ ການສະໜັບສະໜຸນຂອງເຈົ້າ @idibaps #Covid19 #StayAtHome" Hospital Clinic ໂຮງໝໍໃນເມືອງບາເຊໂລນາກ່າວທາງທະວິດເຕີ.
ທັງນີ້ ເງິນຈຳນວນ 1 ລ້ານຢູໂຣທີ່ເມດຊີບໍລິຈາກໄປນັ້ນບໍ່ໄດ້ຊ່ວຍເຫຼືອພຽງແຕ່ໂຮງໝໍໃນກາຕາລັນເທົ່ານັ້ນ, ລາວຍັງແບ່ງເງິນອີກຈຳນວນໜຶ່ງເພື່ອຊ່ວຍເຫຼືອໂຮງໝໍໃນອາເຈນຕິນາ ປະເທດບ້ານເກີດອີກດ້ວຍ.
ສຳລັບສະຖານນະການແພ່ລະບາດຂອງເຊື້ອໂຄວິດ-19 ໃນປະເທດສະເປນຍັງວິກິດໜັກ. ໃນປັດຈຸບັນ ມີຜູ້ຕິດເຊື້ອ 39,885 ລາຍ, ເສຍຊີວິດໄປຫຼາຍເຖິງ 2,808 ລາຍ ແລະ ຜິ່ນປົວດີແລ້ວ 3,794 ລາຍ.