ເຕືອນຄວາມຈຳ! ຢ່າລືມຈ່າຍຄ່າທຳນຽມທາງພາຍໃນວັນທີ 31 ມີນາ 2020 ນີ້

ກະຊວງການເງິນ ແຈ້ງໃຫ້ເສຍຄ່າທໍານຽມທາງປີ 2020 ແຕ່ນີ້ຈົນຮອດວັນທີ 31 ມີນາ 2020 ຖ້າບໍ່ປະຕິບັດຕາມໄລຍະເວລາດັ່ງກ່າວທີ່ໄດ້ກໍານົດໄວ້ ຈະຖືກປັບໃໝຕາມແຕ່ລະກໍລະນີ.
ອີງຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 0840/ກງ ລົງວັນທີ 23 ມີນາ 2020 ເລື່ອງ: ການເສຍຄ່າທໍານຽມທາງ ປະຈໍາປີ 2020 ເພື່ອໃຫ້ການເສຍຄ່າທໍານຽມທາງ ປະຈໍາປີ 2020 ໄດ້ຖືກຈັດຕັ້ງປະຕິບັດທັນຕາມກໍານົດເວລາ ແລະ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ຍານພາຫະນະທຸກປະເພດໃນຂອບເຂດທົ່ວປະເທດ ຊາບດັ່ງນີ້:
ໃຫ້ເສຍຄ່າທໍານຽມທາງປີ 2020 ແຕ່ນີ້ຈົນຮອດວັນທີ 31 ມີນາ 2020 ຖ້າບໍ່ເສຍຄ່າທໍານຽມທາງຕາມໄລຍະເວລາດັ່ງກ່າວທີ່ໄດ້ກໍານົດໄວ້ ຈະຖືກປັບໃໝຕາມແຕ່ລະກໍລະນີທີ່ໄດ້ກໍານົດໄວ້ໃນໂລແມັງທີ IV ຂໍ້ທີ 2 ຂອງຄໍາແນະນໍາສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017.
ກໍລະນີ ຫາກຍັງບໍ່ທັນໄດ້ເສຍຄ່າທໍານຽມທາງໃນປີຜ່ານມາ ນອກຈາກໄດ້ເສຍຄ່າທໍານຽມທາງຕາມອັດຕາທີ່ໄດ້ກໍານົດໃນລັດຖະບັນຍັດ ວ່າດ້ວຍຄ່າທໍານຽມທາງຄືນແລ້ວ ຍັງຈະຖືກປະຕິບັດມາດຕະການປັບໃໝ ດັ່ງນີ້: ຖືກປັບໃໝ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງຕໍ່ປີ ກໍລະນີບໍ່ໄດ້ເສຍຄ່າທໍານຽມທາງ ນັບແຕ່ປີ 2017 ແລະ 2018 ຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງຕໍ່ປີ ກໍລະນີບໍ່ໄດ້ເສຍຄ່າທໍານຽມທາງ ໃນປີ 2019.
ການຊໍາລະເງິນຄ່າທໍານຽມທາງ ແມ່ນໃຫ້ຊໍາລະຜ່ານລະບົບທະນາຄານດ້ວຍ 6 ທາງເລືອກ ຄື: ຊໍາລະຜ່ານລະບົບເຄົາເຕີທະນາຄານ ( Counter ); ຊໍາລະຜ່ານທາງອອນລາຍ ( ຊໍາລະຜ່ານ BCEL One ຫຼື BCEL i-bank ແລະ ຊ່ອງທາງອອນລາຍທະນາຄານຕົວແທນ ); ຊໍາລະຜ່ານຕູ້ເອທີເອັມ ( ATM ); ຊໍາລະຜ່ານຕູ້ອັດຕະໂນມັດ ( Kiosk ), ຊໍາລະຜ່ານຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ ( BCOME ) ແລະ ຊໍາລະຜ່ານທະນາຄານຕົວແທນ.
ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ໄດ້ຊື້ຍານພາຫະນະໃໝ່ ( ພາຫະນະອອກຮ້ານ ) ໃນເດືອນຕຸລາ ຫາ ເດືອນທັນວາ 2020 ແມ່ນໃຫ້ເສຍຄ່າທໍານຽມທາງໃນປີຖັດໄປ.