ໂຈະການສາຍຮູບເງົາ ຢູ່ໂຮງ ແລະ ໜ່ວຍສາຍເຄື່ອນທີ່ໃນຂອບເຂດທົ່ວປະເທດ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຈ້ງໂຈະການສາຍຮູບເງົາຢູ່ໂຮງ ແລະ ໜ່ວຍສາຍເຄື່ອນທີ່ໃນຂອບເຂດທົ່ວປະເທດ.
ແຈ້ງການດັ່ງກ່າວມີເນື້ອນວ່າ "ເພື່ອປະຕິບັດຕາມມາດຕະການລວມຂອງລັດຖະບານໃນການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ (COVID-19), ຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຈ້ງການໃຫ້ໂຈະຊົ່ວຄາວການສາຍຮູບເງົາໃນໂຮງສາຍຮູບເງົາ ແລະ ໜ່ວຍສາຍຮູບເງົາເຄື່ອນທີ່ ໃນຂອບເຂດທົ່ວປະເທດ ນັບຕັ້ງແຕ່ວັນທີ 25 ມີນາ 2020 ເປັນຕົ້ນໄປ ຈົນກວ່າສະພາບການຈະຄືນສູ່ພາວະປົກກະຕີ.
ປັດຈຸບັນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່(COVID-19) ກໍາລັງແພ່ລະບາດໜັກຢູ່ປະເທດຕ່າງໆ ອົງການອະນາໄມໂລກ ໄດ້ປະກາດເຫດການສຸກເສີນທາງດ້ານສາທາລະນະສຸກ ໂດຍປະກາດໃຫ້ການແພ່ລະບາດຂອງ ພະຍາດດັ່ງກ່າວເປັນການລະບາດໃຫຍ່ (Pandemic) ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກ ຍົກລະດັບມາດຕະການເຝົ້າລະວັງ, ສະກັດກັ້ນ ແລະ ຄວບຄຸມການລະບາດ ແລະ ໂຕ້ຕອບ.
ດ້ວຍເຫດນີ້ ລັດຖະບານ ຈິ່ງໄດ້ສຸມໃສ່ບັນດາມາດຕະການສະກັດກັ້ນ ແລະ ປ້ອງກັນການແພ່ລະບາດ, ພ້ອມທັງ ມີການກະກຽມຄວາມພ້ອມຫຼາຍດ້ານ ເພື່ອຮັບມືກັບສະພາບການ."
ຂໍຂອບໃຈ
ພາບ : AFP