ດ່ວນ! ລາວພົບກໍລະນີຕິດເຊື້ອໂຄວິດ-19 ແລ້ວ 2 ລາຍທຳອິດ ເປັນພະນັກງານໂຮງແຮມ ແລະ ພະນັກງານນຳທ່ຽວ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ຖະແຫຼງເມື່ອຕອນບ່າຍຂອງມື້ນີ້ (24 ມີນາ 2020) ວ່າ ພົບກໍລະນີຢັ້ງຢືນຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ ແລ້ວ 2 ລາຍທຳອິດ. ຂໍ້ມູນຊີ້ວ່າ ຄົນເຈັບທັງ 2 ຄົນ ເປັນພະນັກການນຳທ່ຽວ ແລະ ພະນັກງານໂຮງແຮມ ອາໄສຢູ່ນະຄອນຫຼວງວຽງຈັນທັງສອງຄົນ.
ຄະນະຫ້ອງປະຕິບັດງານເຫດການສຸກເສີນດ້ານສາທາລະນະສຸກ (PHEQC) ນຳໂດຍທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານວ່າ ກໍລະນີຕິດເຊື້ອພະຍາດດັ່ງກ່າວ 2 ລາຍທຳອິດຂອງລາວນີ້ ແມ່ນເປັນພະນັກງານນຳທ່ຽວເພດຍິງ 1 ຄົນ ແລະ ພະນັກງານໂຮງແຮມເພດຊາຍ 1 ຄົນ.
ກໍລະນີທຳອິດ ແມ່ນ ເພດຍິງ ອາຍຸ 36 ປີ ສັນຊາດລາວ ອາຊີບພະນັກງານນຳທ່ຽວ. ກ່ອນໜ້ານີ້ຜູ້ກ່ຽວນຳພາກຸ່ມນັກທ່ອງທ່ຽວຈາກຢຸໂຣບ ເຊິ່ງເດີນທາງມາທີ່ນະຄອນຫຼວງວຽງຈັນໃນວັນທີ 7 ມີນາ ແລະ ໄປທ່ຽວຫຼາຍສະຖານທີ່ໃນນະຄອນຫຼວງວຽງຈັນໃນວັນທີ 8 ມີນາ, ຈາກນັ້ນກໍໄປວັງວຽງ, ໄປທ່ຽວຫຼວງພະບາງ ແລະ ບ່ອນອື່ນໆ ແລະ ຫຼັງຈາກນັ້ນກຸ່ມນັກທ່ອງທ່ຽວດັ່ງກ່າວໄດ້ເດີນທາງໄປກຳປູເຈຍ ແລະ ມີການກວດສອບໂດຍທາງການກຳປູເຈຍ ແລ້ວພົບວ່ານັກທ່ອງທ່ຽວໃນກຸ່ມດັ່ງກ່າວຕິດເຊື້ອໂຄວິດ-19 ຈຶ່ງໄດ້ແຈ້ງຫາທາງການລາວ ທາງການລາວຈຶ່ງໄດ້ປະສານຫາຜູ້ຕິດເຊື້ອລາຍນີ້ເພື່ອກວດສອບຫາເຊື້ອ.
ກໍລະນີທີ 2 ເປັນເພດຊາຍອາຍຸ 28 ປີ ສັນຊາດລາວ ເປັນພະນັກງານໂຮງແຮມ ນະຄອນຫຼວງວຽງຈັນ. ກ່ອນທີ່ຈະຢັ້ງຢືນວ່າຕິດເຊື້ອ ໄດ້ເດີນທາງໄປສຳມະນາຢູ່ທີ່ປະເທດໄທ ແລະ ເດີນທາງກັບຈາກໄທມາລາວແລ້ວກັບບ້ານຕິດຕາມອາການບໍ່ໄດ້ອອກໃສ. ພ້ອມນີ້ ຜູ້ກ່ຽວແມ່ນບໍ່ມີປະຫວັດສຳຜັດກັບໃຜ ແລະ ບໍ່ໄດ້ມີພະຍາດປະຈຳໂຕ. ພາຍຫຼັງ ຜູ້ກ່ຽວມີອາການໄອ, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ ແລະ ຫາຍໃຈຍາກ ຈຶ່ງໄດ້ເດີນທາງໄປກວດຢູ່ໂຮງໝໍມິດຕະພາບ ແລະ ຜົນກວດກໍອອກມາວ່າຜູ້ກ່ຽວຕິດເຊື້ອ.
ພາຍຫຼັງທີ່ໄດ້ຮັບຊາບຜົນການກວດແລ້ວ ຄົນເຈັບທັງສອງແມ່ນຈະໄດ້ຖືກແຍກປ່ຽວຢູ່ໂຮງໝໍມິດຕະພາບ ໂດຍຈະໄດ້ມີຕິດຕາມອາການເບື້ອງຕົ້ນ ແລະ ພົບວ່າທັງສອງມີອາການຢູ່ໃນຂອບເຂດທີ່ດີ. ພ້ອມນີ້ທາງຄະນະກໍຈະໄດ້ລົງສະຖານທີ່ພັກເຊົາ, ບ່ອນເຮັດວຽກ ແລະ ບ່ອນທີ່ເດີນທາງໄປມາຂອງທັງສອງ ເພື່ອຄົ້ນຫາຜູ້ທີ່ໃຫ້ຊິດກັບຜູ້ຕິດເຊື້ອທັງສອງ ເພື່ອປະຕິບັດມາດຕະການຈຳກັດການແພ່ລະບາດຂອງພະຍາດ.
ສຳລັບລາຍລະອຽດກ່ຽວກັບສະຖານທີ່ທີ່ຜູ້ກ່ຽວເດີນທາງໄປໃນໄລຍະກ່ອນໜ້ານີ້ ທາງຄະນະປະຕິບັດງານຈະມີການແຈ້ງຂໍ້ມູນເພີ່ມເຕີມໃນພາຍຫຼັງ.
ທັງນີ້ ນີ້ແມ່ນ 2 ກໍລະນີທຳອິດຂອງລາວທີ່ມີການຢັ້ງຢືນຢ່າງເປັນທາງການວ່າຕິດເຊື້ອໂຄວິດ-19 ພາຍຫຼັງທີ່ກ່ອນໜ້ານີ້ມີພຽງແຕ່ກໍລະນີສົງໄສ ເຊິ່ງມີຈຳນວນ 131 ຄົນ (129 ຄົນແມ່ນບໍ່ພົບເຊື້ອ). ຂະນະທີ່ສະຖານະການຕິດເຊື້ອໂຄວິດ-19 ທົ່ວໂລກ ປັດຈຸບັນແພ່ລະບາດແລ້ວໃນຫຼາຍກວ່າ 194 ປະເທດ ແລະ ເຂດປົກຄອງ ມີຜູ້ຕິດເຊື້ອສະສົມລວມກວ່າ 377,000 ຄົນ.