ລັດກະກຽມໂຮງຮຽນໃນບັນດາແຂວງທົ່ວປະເທດ ເປັນບ່ອນພັກເຊົາສຳລັບແຮງງານລາວທີ່ກັບມາຈາກຕ່າງປະເທດ

ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານສະພາບຂອງການລະບາດຂອງພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນຕອນແລງຂອງ ວັນທີ 22 ມີນາ 2020 ທີ່ກະຊວງສາທາລະນະສຸກ.
ທ່ານກ່າວວ່າ:ປັດຈຸບັນນີ້ ລັດຖະບານ ໄດ້ຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ກະກຽມໂຮງຮຽນຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ໃຫ້ເປັນບ່ອນພັກເຊົາສຳລັບແຮງງານລາວ ທີ່ກັບມາຈາກຕ່າງປະເທດ ໂດຍສະເພາະປະເທດໄທ ເພື່ອເປັນມາດຕະການໃນການຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໃຊ້ສະຖານທີ່ດັ່ງກ່າວ ເປັນບ່ອນຈຳກັດບໍລິເວນ ເປັນເວລາ 14 ວັນ ໃຫ້ຢູ່ໃນສະຖານທີ່ພັກເຊົ່າຂອງຕົນເອງເທົ່ານັ້ນ.
ພ້ອມນີ້, ທາງກະຊວງສາທາລະນະສຸກກໍໄດ້ກຽມພະນັກງານແພດໝໍ ແລະ ບັນດານັກສຶກສາແພດ ເປັນຈໍານວນຫຼວງຫຼາຍ ເພື່ອໄປສົມທົບກັບເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ໄປປະຈໍາຢູ່ບັນດາດ່ານຕ່າງໆ ແລະ ສະຖານທີ່ພັກ ທີ່ທາງລັດຖະບານຈັດໄວ້ໃນຂອບເຂດທົ່ວປະເທດ ເພື່ອຕິດຕາມອາການຂອງແຮງງານທຸກຄົນ ທີ່ຖືກຈຳກັດບໍລິເວນນັ້ນ, ເຊິ່ງມີແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດນັບແສນຄົນ ກໍາລັງເດີນທາງກັບຄືນບ້ານເກີດເມືອງນອນຂອງຕົນ.
ພ້ອມນັ້ນ, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຍັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທົ່ວສັງຄົມ ບໍ່ໃຫ້ແຕກຕື່ນ ຫຼື ຢ້ານກົວຈົນເກີນໄປ ເພາະມີບາງຄົນໄດ້ໄປຊື້ອາຫານ ແລະ ເຄື່ອງໃຊ້ມາກັກຕຸນໄວ້, ປັດຈຸບັນລັດຖບານໄດ້ມີມາດຕະການໃນການສະໜອງອາຫານ ແລະ ເຄື່ອງໃຊ້ປະຈໍາວັນ ຕະຫຼອດເຖິງນໍ້າມັນເຊື້ອໄຟໃຫ້ມີໃຊ້ໃນທົ່ວປະເທດຢ່າງພຽງພໍ.