ສູນເລືອດແຂວງຜົ້ງສາລີ ໄດ້ຮັບການຊ່ວຍເຫຼືອລົດຕູ້ 1 ຄັນ ຈາກອົງການກາແດງເຢຍລະມັນ

ເມື່ອວັນທີ 19 ມີນາ ຜ່ານມາ ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີ ມອບ-ຮັບລົດ ຮັບການຊ່ວຍເຫຼືອລົດຕູ້ໂຕໂຍຕາ ໃຫ້ສູນເລືອດແຂວງຜົ້ງສາລີ ຈາກອົງການກາແດງເຢຍລະມັນ ຈຳນວນ 1 ຄັນ ມູນຄ່າ 25.500 ໂດລາສະຫະລັດ ໂດຍໃຫ້ກຽດມອບຂອງ ທ່ານ ທິມ ເບຣ ຜູ້ຕາງໜ້າອົງການກາແດງເຢຍລະມັນ ແລະ ຮັບໂດຍ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີຫົວໜ້າອົງການກາແດງລາວ ແຂວງຜົ້ງສາລີ ແລະ ພາກສ່ວນທີ່ເຂົ້າຮ່ວມເປັນສັກຂີພິຍານ.
ໃນໂອກາດດັ່ງກ່າວ, ທ່ານ ທິມ ເບຣ ແຈ້ງໃຫ້ຮູ້ວ່າ: ໃນໄລຍະ 10 ປີ ຜ່ານມາ ອົງການກາແດງເຢຍລະມັນ ໄດ້ສະໜອງພາຫະນະລົດຕູ້ ສຳລັບອອກຮັບບໍລິຈາກເລືອດ 12 ຄັນ, ລົດຈັກ 36 ຄັນ ແລະ ຈະສະໜອງລົດຕູ້ໃຫ້ຕື່ມອີກ 5 ຄັນ ໃນປີ 2020 ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານປຸກລະດົມການບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພຢູ່ ສປປ ລາວ ອົງການກາແດງເຢຍລະມັນ ຍັງໄດ້ຊ່ວຍເຫຼືອສູນເລືອດແຫ່ງຊາດ ກໍຄື ອົງການການແດງລາວ ໂດຍສະເພາະ ຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ໂດຍສຸມໃສ່ວຽກງານເລືອດຂອງລາວ ໃຫ້ບັນລຸຕາມເປົ້າໝາຍ ກໍຄື ໃຫ້ມີເລືອດພຽງພໍທັງປະລິມານ ແລະ ຄຸນນະພາບຕາມມາດຕະຖານແຫ່ງຊາດ ແລະ ທິດຊີ້ນຳຂອງອົງການອະນາໄມໂລກ.
ໂອກາດດຽວກັນ, ທ່ານ ຄຳຮຸ່ງ ເຮືອງວົງສີ ໄດ້ສະແດງຄວາມຂອບໃຈ ຕໍ່ອົງການກາແດງເຢຍລະມັນ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອໃນຄັ້ງນີ້, ລົດຕູ້ດັ່ງກ່າວຈະຖືກນຳໃຊ້ເຂົ້າໃນວຽກງານປຸກ ລະດົມບໍລິຈາກເລືອດຕາມສະຖານທີ່ຕ່າງໆພາຍໃນແຂວງ ແນໃສ່ຮັບປະກັນໃຫ້ມີການຕອບສະໜອງ ເລືອດພຽງພໍປອດໄພ ແລະ ທັນເວລາ ໃຫ້ແກ່ຄົນເຈັບຢູ່ໂຮງໝໍແຂວງ ແລະ ບັນດາເມືອງຕ່າງໆ ພາຍໃນແຂວງເຮັດໃຫ້ແຂວງສາມາດກຸ້ມຕົນເອງ ທາງດ້ານການບໍລິການເລືອດ ໃຫ້ພຽງພໍກັບຄວາມຕ້ອງການ.
(ສາວເຜືອກ)