ສະເທືອນວົງການບັນເທີງເກົາຫຼີ! ດາລາໜຸ່ມ “ອີຈີຮຸນ” ເສຍຊີວິດແລ້ວ ລວມອາຍຸ 32 ປີ

ລາຍການທາງໂທລະພາບ TV Report ໄດ້ລາຍງານຂ່າວໂສກເສົ້າເສຍໃຈ ກ່ຽວກັບການເສຍຊີວິດຂອງດາລາໜຸ່ມທີ່ມີຊື່ວ່າ “ອີຈີຮຸນ” ທີ່ີໄດ້ເສຍຊີວິດ, ໃນຕອນເຊົ້າຂອງວັນ ພະຫັດ 19 ມີນາ 2020 ໂດຍມີຂ່າວລາຍງານວ່າ: ລາວໄດ້ເສຍຊີວິດຍ້ອນການອັກເສບຂອງຕ່ອມນໍ້າເຫຼືອງ, ເມື່ອບໍ່ດົນມານີ້ລາວໄດ້ບອກວ່າລາວບໍ່ສະບາຍ ແລະ ຢ້ານຕິດເຊື້ອໄວຣັດໂຄວິດ-19.
ອີຈີຮຸນໄດ້ກ່າວວ່າ: “ເມື່ອສອງມື້ກ່ອນຂ້ອຍໄດ້ໄປໂຮງໝໍ ເພາະຕ່ອມນໍ້າເຫຼືອງອັກເສບ ແຕ່ວ່າດຽວນີ້ຮູ້ສຶກປວດໝົດຕາມຮ່າງກາຍ ຫວັງວ່າຈະບໍ່ແມ່ນໂຄໂຣນາ ຕອນນີ້ບໍ່ມີແຮງກະທັງຈະຈັບເມົ້າ ກໍເລີຍຕ້ອງໄດ້ຂຽນຂໍ້ຄວາມທັງໝົດຜ່ານມືຖືແທນ.
ເຊິ່ງອີຈີຮຸນໄດຂຽນຂໍ້ຄວາມ ຕັ້ງແຕ່ 6 ມື້ກ່ອນ ແລະພ້ອມບອກວ່າຈະຂໍພັກວຽກຊ່ວງໜຶ່ງ ເພື່ອຮັບການປິ່ນປົວຢ່າງຈິງຈັງ.
ເຖິງແມ່ນວ່າພາຍຫຼັງການກວດຈະບໍ່ພົບໄວຣັດໂຄວິດ-19 ແຕ່ສຸດທ້າຍອາການຂອງ ໜຸ່ມອີຈີຮຸນ ຊໍ້າພັດຊຸດໂຊມລົງໄປເລື້ອຍໆ ຈົນໄດ້ເຂົ້າຮັບການປິ່ນປົວໃນຫ້ອງມໍລະສຸມ (ICU) ແລະ ເສຍຊີວີດລົງໃນທີ່ສຸດລວມອາຍຸໄດ້ 32 ປີ ແລະ ເປັນນັກສະແດງຊາຍເກົາຫຼີ ສັງກັດໃນຄ້າຍ Starfox Entertainment ທີ່ໄດ້ມີຜົນງານໃຫ້ແຟນຄລັບໄດ້ຮັບຊົມຢູ່ຕະຫຼອດ ໃນລາຍການທໍລະທັດຫຼາຍໆລາຍການ, ເຊິ່ງລວມທັງ Flower Boy Corporation ອີກດ້ວຍ.