ຂ່າວຊ່ອງ ONE31 ຖະແຫຼງຂໍໂທດລັດຖະບານ-ຄົນລາວ ເຫດ "ຈັດ ທີມະ" ລາຍງານຂ່າວວິຈານການຮັບມືໂຄວິດ-19

ເມື່ອເວລາ 13:40 ໂມງ ຂອງມື້ນີ້ (20 ມີນາ 2020) ຂ່າວຊ່ອງວັນ ຂອງຊ່ອງ ONE 31 ຕົ້ນສັງກັດຂອງ "ຈັດ ທີມະ" ໄດ້ອອກມາຊີ້ແຈງຜ່ານເຟສບຸກ ແລະ ຂໍໂທດລັດຖະບານລາວ ລວມທັງປະຊາຊົນລາວ ກໍລະນີທີ່ຜູ້ປະກາດຂ່າວໜຸ່ມ "ຈັດ ທີມະ" ປະຈຳລາຍການ ຂ່າວແລງຊ່ອງວັນ ໄດ້ລາຍງານຂ່າວກ່ຽວກັບກໍລະນີທີ່ລາວບໍ່ມີຜູ້ຕິດເຊື້ອ ແລະ ລາມໄປເຖິງເລື່ອງລະບົບສາທາລະນະສຸກ ແລະ ຄວາມພ້ອມໃນການຮັບມື ຈົນສ້າງຄວາມບໍ່ພໍໃຈໃຫ້ກັບຄົນລາວຈຳນວນຫຼາຍ.
ໃນຖະແຫຼງການຊີ້ແຈງດັ່ງກ່າວລະບຸວ່າ:
"ຄຳຊີ້ແຈງ
ສືບເນື່ອງຈາກເນື້ອໃນ ໃນໄລຍະ “ຈັດຊັດທຸກຄວາມຈິງ” ໃນລາຍການຂ່າວແລງຊ່ອງວັນ ເມື່ອວັນທີ 19 ມີນາ 2020 ທີ່ຜ່ານມາ ໄດ້ສ້າງຄວາມຮູ້ສຶກບໍ່ສະບາຍໃຈຕໍ່ຜູ້ຊົມ ໂດຍສະເພາະຜູ້ຊົມໃນ ສປປ ລາວ,
ກອງບັນນາທິການຂ່າວຊ່ອງວັນ 31 ໄດ້ກວດສອບແລ້ວພົບວ່າ ປັດຈຸບັນນີ້ ສະຖານະການການແພ່ລະບາດພະຍາດໂຄວິດ-19 ໃນ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອ ໂດຍ ພະນະທ່ານນາຍົກລັດຖະມົນຕີ ສປປ ລາວ ຕິດຕາມສະຖານະການຢ່າງໃກ້ຊິດມາໂດຍຕະຫຼອດ ແລະ ຍັງໄດ້ວາງມາດຕະການຢ່າງຮັດກຸມ ແລະ ມີຂັ້ນຕອນທີ່ເປັນລະບົບມາດຕະຖານສາກົນ ໂດຍຄຳນຶງເຖິງຊີວິດປະຊາຊົນລາວ ແລະ ຊາວຕ່າງປະເທດເປັນຢ່າງດີ ເຮັດໃຫ້ທີ່ ສປປ ລາວ ຍັງສາມາດຄວບຄຸມສະຖານະການໄວ້ໄດ້.
ຂ່າວທີ່ນຳສະເໜີເຊິ່ງເຮັດໃຫ້ພີ່ນ້ອງຊາວ ສປປ ລາວບໍ່ສະບາຍໃຈ, ກອງບັນນາທິການຂ່າວຊ່ອງວັນ 31 ຂໍນ້ອມຮັບຜິດ ແລະ ເສຍໃຈຢ່າງທີ່ສຸດ ພ້ອມນຳຄຳວິຈານໄປປັບປຸງແກ້ໄຂ ແລະ ຈະລະມັດລະວັງບໍ່ໃຫ້ເກີດຂຶ້ນອີກ.
ກາບຂໍອະໄພ ລັດຖະບານ ສປປ ລາວ ໂດຍສະເພາະຢ່າງຍິ່ງ ພີ່ນ້ອງຊາວ ສປປ ລາວທຸກຄົນ ເປັນຢ່າງສູງມານະທີ່ນີ້.
ດ້ວຍຄວາມເຄົາລົບ
ກອງບັນນາທິການຂ່າວຊ່ອງວັນ 31".
ຂະນະທີ່ທາງດ້ານຂອງ ຈັດ ທີມະ ຜູ້ທີ່ຖືກວິຈານຢ່າງໜັກໃນກຸ່ມຄົນລາວ ຍັງບໍ່ທັນມີການອອກມາເຄື່ອນໄຫວໃດໆກ່ຽວກັບກໍລະນີດັ່ງກ່າວເທື່ອ.
ເຫດການທັງໝົດເກີດຂຶ້ນາຈາກການທີ່ ຈັດ ທີມະ ຜູ້ປະກາດຂ່າວລາຍການ ຂ່າວແລງຊ່ອງວັນ ໃນໄລຍະ "ຈັດຊັດທຸກຄວາມຈິງ" ໄດ້ລາຍງານຂ່າວວິພາກວິຈານກ່ຽວກັບກໍລະນີທີ່ລາວຍັງບໍ່ທັນພົບຜູ້ຕິດເຊື້ອ ໂດຍກ່າວເຖິງລະບົບສາທາລະນະສຸກຂອງລາວວ່າບໍ່ມີເຄື່ອງມືທີ່ທັນສະໄໝ ແລະ ການຮັບມືໂຄວິດຂອງລາວ ວ່າບໍ່ມີຫ້ອງປະຕິບັດການກວດຫາເຊື້ອ ເຊິ່ງນີ້ໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບຄົນລາວຈຳນວນຫຼາຍເປັນວົງກວ້າງ.